Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຍື່ນສານແຕ່ງຕັ້ງຕໍ່ ຜູ້ອໍານວຍການໃຫຍ່ ອົງການພະລັງງານປະລະມະນູສາກົນ

Posted on 25/04/202225/04/2022 By ປະກາດ Pakaad No Comments on ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຍື່ນສານແຕ່ງຕັ້ງຕໍ່ ຜູ້ອໍານວຍການໃຫຍ່ ອົງການພະລັງງານປະລະມະນູສາກົນ

ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຍື່ນສານແຕ່ງຕັ້ງຕໍ່ ຜູ້ອໍາ ນວຍການໃຫຍ່ IAEA

ໃນຕອນບ່າຍ ຂອງວັນທີ 22 ເມສາ 2022, ທີ່ ຫ້ອງການອົງ ການພະລັງງານປະລະມະນູສາກົນ, ທີ່ນະຄອນຫລວງວຽນ, ສາທາລະນະລັດໂອຕຣິດ, ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ໂອຕຣິດ ໄດ້ຍື່ນສານແຕ່ງຕັ້ງຕໍ່ ທ່ານ Rafael Mariano Grossi, ຜູ້ອໍານວຍການໃຫຍ່ ອົງການພະລັງງານປະລະມະນູສາກົນ (International Atomic Energy Agency-IAEA) ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການດັ່ງກ່າວ.

ທ່ານ Rafael Mariano Grossi ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ຄອນເພັງ ທຳມະວົງ ໃນການດໍາລົງຕໍາແໜ່ງເປັນ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ IAEA ແລະ ກຽມພ້ອມທີ່ຈະໃຫ້ການຮ່ວມມື ແລະ ສະຫນັບສະຫນູນ ໃນການປະຕິບັດໜ້າທີ່ ຂອງ ທ່ານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໃຫ້ມີຜົນສໍາເລັດ ໂດຍສະເພາະສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ IAEA ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໃນໂອກາດນີ້, ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ/ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ຕໍ່ການຕ້ອນຮັບໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື, ສະໜັບ ສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆຂອງອົງການ IAEA ໃນໄລຍະຜ່ານມາ ໂດຍສະເພາະວຽກງານການພັດທະນາຊັບພະຍາກອນມະນຸດ ກໍຄື ການຈັດຮ່ວມຝຶກອົບຮົມໃນຂົງເຂດວິຊາສະເພາະ ກ່ຽວກັບ ການນໍາໃຊ້ເຕັກນິກປະລະມະນູເຂົ້າໃນຂະແຫນງກ່ຽວຂ້ອງ ເຊັ່ນ ຂະແຫນງສາທາລະນະສຸກ (ເຕັກໂນໂລຊີລັງສີ ແລະ ການປິ່ນປົວພະຍາດຕ່າງໆ), ຂະແຫນງວິທະຍາສາດກະສິກໍາ, ອາຫານ ແລະ ສິ່ງແວດ ລ້ອມ, ທີ່ມີຜົນປໂຫຍດຕໍ່ການພັດທະນາຍືນຍົງ ເພື່ອສົ່ງເສີມການພັດທະນາເສດຖະ ກິດ-ສັງ ຄົມ ຂອງ ສປປ ລາວ. ພ້ອມນີ້, ທ່ານຜູ້ຕາງໜ້າຖາວອນ ຍັງໄດ້ນໍາເອົາຄໍາອວຍພອນ ແລະ ຢື້ຢາມຖາມຂ່າວ ຈາກ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ Rafael Mariano Grossi, ພ້ອມດ້ວຍພະນັກງານ ຂອງອົງການດັ່ງກ່າວ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

Uncategorized

Post navigation

Previous Post: ການຕິດເຊື້ອຫຼຸດລົງຕໍ່ເນື່ອງ ທົ່ວປະເທດ +229 (ເສຍຊີວິດໃໝ່ 2)
Next Post: ສປປ ລາວ ຈະກໍາຈັດພະຍາດໄຂ້ມາລາເຣຍໃຫ້ໝົດໄປພາຍໃນປີ 2030

Related Posts

ພະຍາກອນອາກາດປະຈຳວັນທີ 15 ພະຈິກ 201 Uncategorized
ແຈ້ງການ ຊີ້ແຈ້ງ ເລື້ອງຄົນໂດດຕຶກຕາຍ ຢູ່ແຂວງບໍ່ແກ້ວເປັນຂ່າວປອມ!!!! Uncategorized
ສ້າງຂົວເບຕົງເສີມເຫຼັກຂ້າມນໍ້າພະນາຍ ໂດຍໃຊ້ງົບປະມານ 5 ຕື້ກີບໃນການສ້າງຂົວໃຫມ່ ໃຫ້ໄດ້ມາດຕະຖານຂຶ້ນ Uncategorized
ວັນທີ່ 3 ພຶດສະພາ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ ໂຮງໝໍພາກສະໜາມລ້ານຊ້າງ Uncategorized
ຫຼາຍພາກສ່ວນລົງກວດກາໂຄງການກໍ່ສ້າງສະໜາມບິນສາກົນ ເຂດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ Uncategorized
ຢືນຢັນຊາວຈີນທີ່ມາແຕ່ແຂວງອຸດົມໄຊ ຮອດຫຼວງພະບາງ ໄດ້ຜ່ານກັກກັນຕາມລະບຽບແລ້ວ ແຕ່ຈະມີການກວດຫາເຊື້ອໂຄວິດ 19 ຕື່ມອີກ Uncategorized

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme