Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄອບຄົວການນໍາ ແລະ ສະມາຄົມແບ່ງປັນນໍ້າໃຈ ອັດຕະປື ມອບເຄື່ອງໃຫ້ພະນັກງານ-ນັກຮົບ

Posted on 05/04/202105/04/2021 By ປະກາດ Pakaad No Comments on ຄອບຄົວການນໍາ ແລະ ສະມາຄົມແບ່ງປັນນໍ້າໃຈ ອັດຕະປື ມອບເຄື່ອງໃຫ້ພະນັກງານ-ນັກຮົບ

ເມື່ອບໍ່ດົນມານີ້, ຄອບຄົວການນໍາ ແລະ ສະມາຄົມແບ່ງປັນນໍ້າໃຈ ພາຍໃນແຂວງອັດຕະປື ໄດ້ ນໍາເອົາເຄື່ອງຊ່ວຍເຫຼືອ ປະກອບມີ ນ້ຳດື່ມ 100 ແກັດ, ສະບູກ້ອນ 3 ແກັດ ລວມມູນຄ່າ 4.500.000 ກີບ ໄປມອບໃຫ້ພະນັກງານັກຮົບທີ່ພວມປະຕິບັດໜ້າທີ່ຫັດແອບ ຢູ່ສະໜາມຝຶກຊ້ອມຂອງແຂວງ.

ຕາງໜ້າໃຫ້ຄອບຄົວການນໍາ ແລະ ສະມາຄົມແບ່ງປັນນໍ້າໃຈ ກ່າວມອບໂດຍທ່ານນາງ ຂັນແກ້ວ ໄຊຍະພອນ ແລະ ຮັບໂດຍສະຫາຍ ພັອ ສິນສຸກ ແສງຄໍາສິງ ຄະນະພັກກອງບັນຊາການ ຫົວໜ້າຫ້ອງ ເສນາທິ ການທະຫານແຂວງອັດຕະປື, ພ້ອມທັງໄດ້ສະແດງຄວາມຂອບໃຈ ແລະ ສະແດງຄວາມຮູ້ ບຸນຄຸນອັນລົ້ນເຫຼືອມາຍັງຄອບຄົວການນໍາຂອງແຂວງ ແລະ ສະມາຄົມແບ່ງປັນນໍ້າໃຈ ທີ່ໄດ້ປຸກລະ ດົມຂົນຂວາຍເຄື່ອງມາຊ່ວຍເຫຼືອ ໃຫ້ພະນັກງານ-ນັກຮົບ ທີ່ກໍາລັງຫັດແອບ-ຮ່ໍາຮຽນ ຊຶ່ງການຊ່ວຍເຫຼືອ ຄັ້ງນີ້, ໄດ້ເຮັດໃຫ້ອ້າຍນ້ອງທະຫານໄດ້ມີກໍາລັງແຮງໃຈ ທີ່ອົດທົນຜ່ານຜ່າ, ເອົາໃຈໃສ່ຕໍ່ການຝຶກແອບໃຫ້ມີ ຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ .

ຂ່າວ: ພຸດສະໄໝ ກອງບັນຊາ ປກຊ ແຂວງອັດຕະປື

ການກຸສົນ

Post navigation

Previous Post: OPPO A94 ສະມາດໂຟນ ທີ່ອັບເກຣດ ຕອບໂຈດຄວາມຕ້ອງການຂອງທ່ານ ສະເປັກໂຄດແຮງ
Next Post: ພິທີສະຫຼຸບ ແລະ ຍ້ອງຍໍຜົນງານ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນ ລາວ-ໄທ

Related Posts

ສປ ຈີນ ມອບວັກຊິນປ້ອງກັນ ໂຄວິດ-19 ໃຫ້ ສປປ ລາວ ອີກ 8 ແສນໂດສ Featured
ໂຄແວັກມອບວັກຊິນໃຫ້ ສປປລາວອີກ 6 ແສນກວ່າໂດສ Featured
ລັດຖະບານ ສ ເກົາຫລີ ຊ່ວຍເຫລືອ ເຂົ້າ 1.320 ໂຕນ ໃຫ້ ສປປ ລາວ Featured
ຊົມເຊີຍອາສາກູ້ໄພ 1623 ໃນພາລະກິດ ສູ້ໄພໂຄວິດ-19 Featured
ອາເມລິກາຈະສົ່ງວັນຊິນໄຟເຊີໃຫ້ລາວອີກ 1,7ລ້ານໂດສ Featured
ຂອບໃຈບໍລິສັດໂຄລາວ ທີ່ຊ່ວຍແປງລົດກູ້ໄພ 1624 ມູນຄ່າ 14,5 ລ້ານກີບ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme