Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຮອງເລຂາພັກແຂວງສາລະວັນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບອັກຄີໄພທີ່ເມືອງລະຄອນເພັງ

Posted on 01/03/202101/03/2021 By ປະກາດ Pakaad No Comments on ຮອງເລຂາພັກແຂວງສາລະວັນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບອັກຄີໄພທີ່ເມືອງລະຄອນເພັງ

ທ້າຍອາທິດທີ່ຜ່ານມານີ້, ທ່ານ ສີເຮັ່ງ ຫອມສົມບັດ ຮອງເລຂາພັກແຂວງສາລະວັນ ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ໄດ້ລົງຢ້ຽມຢາມ ພ້ອມທັງໄດ້ມອບເຄື່ອງຈຳນວນໜຶ່ງ ແລະ ເງິນສົດ 2 ລ້ານກີບ ໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກອັກຄີໄພ (ໄຟໄໝ້ເຮືອນ) ຢູ່ທີ່ບ້ານບຸດຕະພານ ແລະ ບ້ານປາກຕະພານ ເມືອງລະຄອນເພັງ ແຂວງສາລະວັນ, ຄອບຄົວລະ 1 ລ້ານກີບ, ເພື່ອເປັນການ ຊ່ວຍບັນເທົາທຸກ ແລະ ປົວແປງສະພາບຈິດໃຈຂອງຄອບຄົບຜູ້ປະສົບອັກຄີໄພໃຫ້ມີສະພາບຈິດໃຈດີຂຶ້ນ.

ເຫດໄຟໄໝ້ເຮືອນທັງສອງຫຼັງນີ້, ແມ່ນເກີດຂຶ້ນໃນເດືອນກຸມພາທີີ່ຜ່ານມາ ຊຶ່ງສາເຫດແມ່ນເກີດ ຈາກໄຟຟ້າລັດວົງຈອນ ຢູ່ບ້ານບຸດຕະພານ ແມ່ນເປັນເຮືອນທີ່ເຮັດດ້ວຍເສົາປູນ, ປູແປ້ນ, ແອ້ມແປ້ນ ແລະ ມຸງດ້ວຍສັງກະສີ ເປັນເຮືອນຂອງທ່ານ ນາງ ລິດສະໄໝ ແກ້ວກັນຍາ, ເຫດເກີດຂຶ້ນໃນວັນທີ 14 ເດືອນກຸມພາ 2021 ເວລາ 11 ໂມງ 30 ນາທີ, ລວມມູນຄ່າການເສຍຫາຍ ຈາກເຫດການ ໄຟໄໝ້ຄັ້ງນີ້ມີ 151 ລ້ານກວ່າກີບ.

ສ່ວນຢູ່ບ້ານປາກຕະພານ ແມ່ນເປັນເຮືອນຂອງ ທ່ານ ເຕ້ຍ ຜິວບັບພາ ເຫດເກີດຂຶ້ນໃນວັນທີ 19 ເດືອນກຸມພາ 2021 ເວລາ 9 ໂມງ, ເປັນເຮືອນທີ່ປູດ້ວຍແປ້ນ, ແອ້ມດ້ວຍຝາກະຕີ ແລະ ມຸງດ້ວຍສັງກະສີ, ລວມມຸູນຄ່າການເສຍຫາຍ 27 ລ້ານກວ່າກີບ. ລວມມູນຄ່າການເສຍຫາຍທັງສອງຫຼັງ 178 ລ້ານກວ່າກີບ.

ພາບ-ຂ່າວ: ສິດຕາ ເພັດວົງສາ

Featured, ການກຸສົນ

Post navigation

Previous Post: ສຳເລັດການຍົກລະດັບຄວາມຮູ້ ຫລັກສູດ ການດູແລເບິ່ງແຍງ ຜູ້ສູງອາຍຸ ລຸ້ນທີ I
Next Post: ຍົກກາໝາຍຊາດໃສ່ຫໍສະພາແຫ່ງຊາດຫລັງໃໝ່ແລ້ວ

Related Posts

ນະຄອນຫຼວງວຽງຈັນ +201 (ທົ່ວປະເທດ +378) Featured
ອຸຕຸເຕືອນ! ທຸກພາກກຽມຮັບມື ພາຍຸ ໂກນເຊີນ! Featured
ລັດຖະມົນຕີຕ່າງປະເທດ ແຫ່ງສະຫະພັນຣັດເຊຍ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ Featured
ແຈ້ງການໃຫ້ຍົກເລີກ ຊື່ເອີ້ນນຳໜ້າທີ່ເປັນນາມມະຍົດ ຂອງພຣະສົງ Featured
ແຂວງຄໍາມ່ວນເຄັ່ງຄັດມາດຕະການອີກສອງອາທິດ Featured
ພະຍາກອນອາກາດ ວັນທີ 4 ກໍລະກົດ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme