Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສປປລາວ ໄດ້ຮັບການຊ່ວຍເຫຼືອວັກຊິນ 1.275.400 ໂດສ ເພີ່ມຈາກໂຄແວັກ

Posted on 24/12/202124/12/2021 By ປະກາດ Pakaad No Comments on ສປປລາວ ໄດ້ຮັບການຊ່ວຍເຫຼືອວັກຊິນ 1.275.400 ໂດສ ເພີ່ມຈາກໂຄແວັກ

ຕອນແລງ ວັນທີ 23 ທັນວາ 2021 ປປ ລາວ ໄດ້ຮັບວັກຊີນປ້ອງກັນພະຍາດ ໂຄວິດ-19 ຈໍານວນ 1,275,400 ໂດສ໌ ຈາກໂຄງການ COVAX Facility ເຊີ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກຳເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi) ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນີເຊັບ ເປັນຄູ່ຮ່ວມງານໃນການຈັດສົ່ງ – ເຊິ່ງເປັນການຈັດສົ່ງວັກຊີນຊຸດທີ 7 ທີ່ COVAX ໄດ້ສະໜອງໃຫ້ແກ່ ສປປ ລາວ ພາຍຫຼັງການສະໜັບສະໜູນຈາກປະເທດ ແຟງລັງ, ຊູແອດ ແລະ ໂຮນລັງ ໃນທ້າຍເດືອນພະຈິກ 2021.

ການຈັດສົ່ງວັກຊີນໃນຄັ້ງນີ້ແມ່ນເປັນການແບ່ງປັນປະລິມານວັກຊີນຈາກຫຼາຍໆປະເທດຜ່ານໂຄງການ coVAX Facility, ເຊິ່ງປະກອບມີ ວັກຊິນ AstraZenega ຈໍານວນ 192,000 ໂດສ໌ ຈາກປະເທດຝຣັ່ງ, AstraZenera ຈໍານວນ 320,200ໂດສ໌ ຈາກປະເທດຍີ່ປຸ່ນ, ແລະ ວັກຊີນ Johnson & Johnson (J&J) ຈໍານວນ 302,400 ໂດສ໌ ຈາກ ປະເທດເກັຣກ ເເລະວັກຊີ້ນ J&J ຈໍານວນ 460,800 ໂດສ໌ ຈາກ ປະເທດ ໂຮນລັງ.

ຈາກການຈັດສົ່ງວັກຊີນໃນຄັ້ງນີ້, ໂຄງການ C0VAX ໄດ້ສະໜອງວັກຊີນໃຫ້ ສປປ ລາວ ເກືອບ 4.300.000 ໂດສ໌ ເເລ້ວ, ເຊິ່ງພຽງພໍໃນການສັກວັກຊີນໃຫ້ໄດ້ຫຼາຍກວ່າ 40% ຂອງປະຊາກອນລາວ.

ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ໃຫ້ກຽດຕ້ອນຮັບວັກຊີນດັ່ງກ່າວ ທີ່ ສະໜາມບິນສາກົນວັດໄຕ, ພ້ອມດ້ວຍ ທ່ານນາງ ສິວ ເລັ່ງ ຖົ່ວ, ເອກອັກຄະລັດຖະທູດຝຣັ່ງປະຈໍາ ສປປ ລາວ, ທ່ານ ໂຄບາຢາຊີ ເຄນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ວັງຊອງ ວິກ, ອຸປະທູດ ຄະນະຜູ້ແທນສະຫະພາບເອີຣົບປະຈໍາ ສປປ ລາວ, ທ່ານ Ait Geurts, ກົງສຸນ ກິດຕິມະສັກ ໂຮນລັງ, ທ່ານນາງ ບີອາເຕ ດງສ໌ເທວ, ວ່າການແທນຜູ້ຕາງໜ້າອົງການຢູນີເຊບປະຈໍາ ສປປ ລາວ, ແລະ ທ່ານນາງ ດຣ, Oyuntogos Lkhasuren, ວິຊາການດ້ານສິ່ງແວດລ້ອມ ແລະ ສຸຂະພາບຂອງ ອົງການອະນາໄມໂລກປະຈຳ ສປປ ລາວ.ໂດຍອີງຕາມ ແຜນປະຕິບັດການສັກວັກຊີນກັນພະຍາດ ໂຄວິດ-19 ແຫ່ງຊາດ, ວັກຊີນ AstraZeneda ເເລະ J&J ຊຸດນີ້ແມ່ນຈະໄດ້ນໍາໃຊ້ ເພື່ອໃຫ້ການປ້ອງກັນແກ່ກຸ່ມບຸລິມະສິດເຊັ່ນຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈຳຕົວ, ແມ່ຍິງຖືພາ,ແລະ ພະນັກງານດ້ານສາທາລະນະສຸກ, ລວມທັງປະຊາກອນທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ແລະ ເຂດທີ່ເຂົ້າເຖິງໄດ້ຍາກ.

ການຊ່ວຍເຫຼືອວັກຊິນເຫຼົ່ານີ້ ຈະຊ່ວຍເລັ່ງໃຫ້ ສປປ ລາວ ກ້າວໄປສູ່ເປົ້າໝາຍການສັກຢາວັກຊິນໃຫ້ໄດ້ 70 % ຂອງປະຊາກອນ ພາຍໃນທ້າຍປີ 2021, ພ້ອມທັງປະກອບສ່ວນເຂົ້າໃນພາລະກິດຂອງໂຄງການ COVAX ໃນການຮັບປະກັນການເຂົ້າເຖິງວັກຊີນປ້ອງກັນພະຍາດ ໂຄວິດ-19 ຢ່າງເທົ່າທຽມໃນທົ່ວໂລກ .

Featured, ການກຸສົນ, ໂຄວິດ-19

Post navigation

Previous Post: ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ປີ 2021
Next Post: ຍອດຜູ້ຕິດເຊື້ອເສຍຊີວິດກາຍ 300 ຄົນແລ້ວ ສປປ ລາວ

Related Posts

ສິ້ນສຸດທຸກການລໍຄອຍ.. ຕຣີເພຊອີຊູຊຸສົ່ງ ລົດກະບະລຸ້ນໃໝ່! “All-New Isuzu D-Max… ຜູ້ນຳແຫ່ງໂລກກະບະໂຕຈິງ” ສູ່ ສປປ ລາວ Featured
ເຕັມຄັນລົດນັບໄດ້6ລ້ານເມັດ Featured
ສະຖານະການມື້ນີ້ທົ່ວປະເທດເພີ່ມ945ຄົນ Featured
ນະຄອນຫຼວງວຽງຈັນ +1.086 ທົ່ວປະເທດ +2.819 Featured
ຂ່າວດີ 63 ປໍ້າເປີດມື້ນີ້ ທີ່ ນະຄອນຫລວງວຽງຈັນ Featured
ຫຼວງພະບາງຍັງມີຕົວເລກເພີ່ມຂຶ້ນອີກ 160ຄົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme