Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເອັດສຊີຈີ ສານຕໍ່ມອບທຶນການສຶກສາລະດັບປະລິນຍາຕີ ໃນໂຄງການ “SCG Sharing the Dream” ປີທີ 9 ຈຸດປະກາຍຄວາມໄຝ່ຝັນ ພ້ອມພັກດັນ ສູ່ອະນາຄົດທີ່ດີ

Posted on 07/12/202007/12/2020 By ປະກາດ Pakaad No Comments on ເອັດສຊີຈີ ສານຕໍ່ມອບທຶນການສຶກສາລະດັບປະລິນຍາຕີ ໃນໂຄງການ “SCG Sharing the Dream” ປີທີ 9 ຈຸດປະກາຍຄວາມໄຝ່ຝັນ ພ້ອມພັກດັນ ສູ່ອະນາຄົດທີ່ດີ

ວັນທີ 06 ທັນວາ 2020, ທີ່ ນະຄອນຫຼວງວຽງຈັນ ເອັດສຊີຈີສານຕໍ່ໂຄງການ “SCG Sharing the Dream” ໃນ ສປປ ລາວ ເປັນປີທີ 9 ເຊິ່ງຖືເປັນໜຶ່ງໃນໂຄງການກິດຈະກໍາເພື່ອສັງຄົມຂອງເອັດສຊີຈີ ທີ່ເນັ້ນສົ່ງເສີມການພັດທະນາສັກກະຍະພາບເຍົາວະຊົນຂອງປະເທດໃນອາຊຽນ ເພື່ອສ້າງໂອກາດທາງການສຶກສາໃຫ້ນັກສຶກສາທີ່ເປັນຄົນເກັ່ງແລະດີ ມີຄວາມກະຕັນຍູ ແຕ່ຂາດເຂີນທຶນຮອນ ແລະເປັນອະນາຄົດຂອງຊາດ

ທ່ານ ພີລະມາດ ວະຈະນານະວັດ ຜູ້ອຳນວຍການ ບໍລິສັດ ຄໍາມ່ວນ ຊີມັງ ຈໍາກັດ ກ່າວວ່າ: “ເອັດສຊີຈີໄດ້ມອບທຶນການສຶກສາໃຫ້ກັບນ້ອງນັກຮຽນ ເຊິ່ງປີນີ້ເປັນປີທີ 9 ພວກເຮົາເບິ່ງເຫັນຄວາມສຳຄັນຂອງຄວາມໄຝ່ຝັນ ແລະ ຄວາມມຸ່ງໝັ້ນຂອງນ້ອງນັກຮຽນ ປີນີ້ທາງພວກເຮົາໄດ້ມອບທຶນການສຶກສາ ລະດັບປະລິນຍາຕີ ໃຫ້ນ້ອງນັກສຶກສາຈຳນວນ 14 ຄົນ ເຊິ່ງຂ້າພະເຈົ້າເຊື່ອໝັ້ນວ່າ ໂຄງການມອບທຶນການສຶກສາ SCG Sharing the Dream ຈະເປັນການມອບໂອກາດທີ່ດີໃຫ້ກັບນ້ອງໆທຸກຄົນທີ່ມີຄວາມມຸ່ງໝັ້ນຕັ້ງໃຈໃນການສຶກສາຮ່ຳຮຽນ ສາມາດພັດທະນາຕົນເອງ ໃຫ້ເປັນບຸກຄະລາກອນທີ່ມີຄຸນນະພາບ ແລະເປັນປະໂຫຍດໃຫ້ແກ່ຕົນເອງ ເພື່ອຮັບໃຊ້ສັງຄົມ ແລະ ປະເທດຊາດ

ທ່ານ ພັນທະນະສອນ ສະຖຽນຮຸ່ງເຮືອງ ຜູ້ອຳນວຍການ ບໍລິສັດ ເອັດສຊີຈີ ອິນເຕີເນຊັນແນລ ລາວ ຈຳກັດ ໄດ້ກ່າວວ່າ ຫຼາຍປີທີ່ຜ່ານມາພວກເຮົາໄດ້ມອບທຶນການສຶກສາ ໃຫ້ແກ່ນ້ອງໆ ພວກເຮົາກໍໄດ້ເຫັນການພັດທະນາຂອງນ້ອງນັກຮຽນທຸກຄົົນ ເຊັ່ນ ການສຶກສາ, ການຊ່ວຍເຫຼືອສັງຄົມ ແລະ ທີ່ສຳຄັນກວ່ານັ້ນຄື ນ້ອງໆກໍມີຄວາມກະຕັນຍູຮູ້ບຸນຄຸນຕໍ່ຄອບຄົວ ແລະ ຄູອາຈານ, ພວກເຮົາຫວັງວ່າການມອບທຶນການສຶກສານີ້ ຈະເຮັດໃຫ້ນ້ອງໆໄດ້ນຳໃຊ້ຄວາມຮູ້ຄວາມສາມາດຂອງການສຶກສາຮໍ່າຮຽນເພື່ອມາໃຊ້ໃນການປະກອບອາຊີບຂອງຕົນເອງໃນອະນາຄົດຕໍ່ໄປ

”ເອັດສຊີຈີ ເນັ້ນຊຸກຍູ້ໂຄງການຕ່າງໆ ທີ່ຊ່ວຍພັດທະນາບຸກຄະລາກອນຂອງປະເທດຜ່ານການສົ່ງເສີມດ້ານການສຶກສາ ເຊິ່ງເປັນທີ່ມາຂອງໂຄງການທຶນການສຶກສາ SCG Sharing the Dream ໃນພູມມິພາກອາຊຽນເຊັ່ນ: ສປປ ລາວ, ໄທ, ຫວຽດນາມ, ອິນໂດເນເຊຍ, ຟິລິບປິນ, ກຳປູເຈຍ ແລະ ມຽນມາ ທົ່ວພູມມິພາກອາຊຽນ ເພື່ອຮ່ວມພັດທະນາປະເທດທີ່ເອັດສຊີຈີເຂົ້າໄປດຳເນີນທຸລະກິດ,

ສຳລັບ ສປປ ລາວ ເອັດສຊີຈີ ດຳເນີນໂຄງການນີ້ດ້ວຍຄວາມຕັ້ງໃຈ ແລະ ໃສ່ໃຈ ຢ່າງຕໍ່ເນື່ອງຕະຫລອດ 9 ປີ ແລະ ໃນປີນີ້ໄດ້ມອບທຶນການສຶກສາລະດັບປະລິນຍາຕີຈໍານວນ 14 ທຶນ ເຊິ່ງທຶນດັ່ງກ່າວຈະເນັ້ນສະໜັບສະໜຸນນັກສຶກສາທີ່ມີຄວາມໄຝ່ຝັນໃນການສໍາເລັດການສຶກສາລະດັບປະລິນຍາຕີ ແລະ ປະກອບອາຊີບ ເພື່ອເປັນກໍາລັງສໍາຄັນໃນການພັດທະນາປະເທດຕໍ່ໄປ ໂດຍນອກຈາກການສະໜັບສະໜູນດ້ານການເງິນແລ້ວ ຍັງມີກິດຈະກໍາເພື່ອພັດທະນາສັກກະຍາພາບ ແລະ ເສີມສ້າງຄຸນນະທໍາ ຕະຫຼອດໂຄງການອີກດ້ວຍ

ກ່ຽວກັບ SCG

ເອັດສຊີຈີ ກຸ່ມບໍລິສັດຊັ້ນນຳໃນຂອບເຂດອາຊຽນປັດຈຸບັນປະກອບດ້ວຍ 3 ທຸລະກິດຫຼັກໄດ້ແກ່ທຸລະກິດຊີມັງ-ຜະລິດຕະພັນກໍ່ສ້າງ, ທຸລະກິດເຄມີໂຄ ແລະ ທຸລະກິດແພັກເກັດຈິ້ງ ຕະຫຼອດໄລຍະຫຼາຍກວ່າ 107 ປີ ເອັດສຊີຈີດໍາເນີນທຸລະກິດຕາມແນວທາງການພັດທະນາແບບຍືນຍົງພາຍໃຕ້ຫຼັກການທີ່ດີມຸ້ງສູ່ຄວາມເປັນຜູ້ນໍາໃນອາຊຽນ ແລະ ກຽມພ້ອມສໍາລັບການແຂ່ງຂັນລະດັບໂລກ ໂດຍມີການພັດທະນາໂຕເອງຢ່າງບໍ່ຢຸດຢັ້ງ ຜ່ານການສ້າງສັນນະວັດຕະກຳເພື່ອສ້າງມູນຄ່າເພີ່ມ ແລະ ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ນອກຈາກນັ້ນ ຍັງເນັ້ນສ້າງຄວາມຈະເລີນກ້າວໜ້າຢ່າງຍືນຍົງໃຫ້ກັບທຸກຊຸມຊົນທີ່ເຂົ້າໄປດຳເນີນທຸລະກິດ

ເອັດສຊີຈີ ເລີ່ມດໍາເນີນທຸລະກິດໃນ ສປປ ລາວ ຕັ້ງແຕ່ປີ 2003 ດໍາເນີນທຸລະກິດພາຍໃຕ້ 3 ບໍລິສັດຄື: Khammouane Cement Limited (KCL), SCG International Laos Co., Ltd., ແລະ SCG Logistics (Lao) ເພື່ອຜະລິດແລະຈັດຈໍາໜ່າຍຊີມັງ ສິນຄ້າວັດສະດຸກໍ່ສ້າງ ແລະ ເຄື່ອງຕົບແຕ່ງເຮືອນຄົບວົງຈອນສໍາລັບທຸກຄວາມຕ້ອງການຂອງຜູ້ບໍລິໂພກພາຍໃຕ້ຍີ່ຫໍ້ SCG ແລະ COTTO ເຊັ່ນ: ສິນຄ້າກຸ່ມຫຼັງຄາ ຝ້າ ຝາຜະໜັງ ແລະ ເພດານ ກະໂລ້ເຊຣາມິກ ສະນວນກັນຄວາມຮ້ອນ ສຸຂະພັນ ກ໊ອກນໍ້າ ແລະຄອນກຣີດຜະສົມແລ້ວ

Featured, ການກຸສົນ, ທຸລະກິດ

Post navigation

Previous Post: ແຂວງຈໍາປາສັກຈັດກິດຈະກໍາຂີ່ລົດຖີບສົ່ງເສີມການທ່ອງທ່ຽວແບບ ລາວທ່ຽວລາວ
Next Post: Facebook ຮ່ວມມືກັບນັກສ້າງວິດີໂອ ເພື່ອສ້າງໂຄງການ ລາວຊ່ວຍລາວ

Related Posts

ປະທານອົງການກາແດງແຫ່ງຊາດ ເຂົ້າຮ່ວມກອງປະຊຸມສະພາກາແດງ ແລະ ຊີກວົງເດືອນແດງສາກົນ ຄັ້ງທີ 23 Featured
ອັດຕາເສຍພາສີອາກອນລົດທີ່ບໍ່ຖືກກົດໝາຍ Featured
ແຜນການລົງທະບຽນແລະສັກຢາ J&J ທີ່ ນະຄອນ ຫລວງພຣະບາງ Featured
ຕິດເຊື້ອໃໝ່ 662 ເສຍຊີວິດ 2 ປົວດີ 282 Featured
ເສຍຊີວິດໃໝ່ 3 ຕິດເຊື້ອເພີ່ມ 253 Featured
ໄຊຍະບູລີ ແຈ້ງການສະບັບໃໝ່ ເຂັ້ມງວດມາດຕະການຮັບມືໂຄວິດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme