Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

foodpanda ຊ່ວຍເຫຼືອຄະນະສະເພາະກິດຕ້ານ ໂຄວິດ 19 ທົ່ວປະເທດ! ລວມມູນຄ່າ 120 ລ້ານ ກີບ! 

Posted on 21/05/202121/05/2021 By ປະກາດ Pakaad No Comments on foodpanda ຊ່ວຍເຫຼືອຄະນະສະເພາະກິດຕ້ານ ໂຄວິດ 19 ທົ່ວປະເທດ! ລວມມູນຄ່າ 120 ລ້ານ ກີບ! 

ທ່ານ ນາງ ທັນຍາລັດ ຈະເລີນສຸກ, ຜູ້ອຳນວຍການ ບໍລິສັດ ເດລີເວີຣີ ຮີໂຣ ລາວ ຈຳກັດຜູ້ດຽວ ຫຼື ຟູດແພນດ້າ ໄດ້ເຂົ້າມອບເຄື່ອງຊ່ວຍເຫຼືອອຸປະກອນການແພດ ໃຫ້ກັບສູນປະຕິບັດງານ ຄະນະສະເພາະກິດຄວບຄຸມການແຜ່ລະບາດພະຍາດໂຄວິດ 19 ທີ່ ກະຊວງສາທາລະນະສຸກ ຕາງໜ້າຮັບໂດຍທ່ານ ທ່ານ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ. 

ທ່ານ ນາງ ທັນຍາລັດ  ຍັງໄດ້ກ່າວອີກວ່າ ການຊ່ວຍເຫຼືອອຸປະກອນການແພດໃນຄັ້ງນີ້ ແມ່ນເພື່ອເປັນການຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກໃຫ້ກັບຄະນະສະເພາະກິດ, ແພດແໝໍ ແລະ ທະຫານ ຕໍາຫຼວດຜູ້ທີ່ທຸ້ມເທ ແລະ ເຮັດວຽກໜັກຢ່າງຕັ້ງໜ້າໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ໃນ ສປປ ລາວ, ເຊິ່ງການຊ່ວຍເຫຼືອຄັ້ງນີ້ ລວມມູນຄ່າທັງໝົດ 120,000,000 ກີບ ແລະ ລາຍລະອຽດມີດັ່ງນີ້: 

1. ໜ້າກາກອະນາໄມ ຈຳນວນ 500 ກ່ອງ

2. ເຈວລ້າງມື ຂະໜາດ 500ml ຈຳນວນ 300 ກ່ອງ
3. ເຄື່ອງວັດແທກອຸນຫະພູມ ຈຳນວນ 100 ອັນ
4. ຊຸດ PPE ຈຳນວນ 400 ຊຸດ

ແລະ ນອກຈາກນັ້ນ ເຄື່ອງອຸປະກອນດັ່ງກ່າວແມ່ນທາງ foodpanda ເອງຈະໄດ້ຈັດສົ່ງໄປໃຫ້ກັບຄະນະສະເພາະກິດຂັ້ນແຂວງ ໃນ ແຕ່ລະແຂວງ ໄວໆນີ້.

Featured, ການກຸສົນ, ທຸລະກິດ

Post navigation

Previous Post: ຢືນຢັນຊາວຈີນທີ່ມາແຕ່ແຂວງອຸດົມໄຊ ຮອດຫຼວງພະບາງ ໄດ້ຜ່ານກັກກັນຕາມລະບຽບແລ້ວ ແຕ່ຈະມີການກວດຫາເຊື້ອໂຄວິດ 19 ຕື່ມອີກ
Next Post: ນະໂຍບາຍ 3 ເດືອນ 3% ໄຟຟ້າລາວ ຂາດທຶນລວມ ປະມານ 18 ຕື້ກວ່າກີບ

Related Posts

ແຂວງໄຊຍະບູລີ ປ່ອຍປາຄືນສູ່ທໍາມະຊາດ 42 ລ້ານໂຕ Featured
ຕົວເລກຕິດເຊື້ອໃໝ່ຫຼຸດລົງ +756 ( ນະຄອນຫຼວງວຽງຈັນ +444) Featured
ປັບລາຄານໍ້າມັນຂຶ້ນອີກຄັ້ງທົ່ວປະເທດ ເລີ່ມ 28 ມັງກອນ 2022 Featured
ຄະນະບໍລິຫານງານພັກ ແຂວງໄຊສົມບູນ ດຳເນີນຊີວິດການເມືອງທ້າຍສະໄໝ Featured
ໄຂກອງປະຊຸມລັດຖະບານ ສະ ໄໝສາມັນ ປະຈຳເດືອນເມສາ 2022 ພິຈາລະນາ 8 ເລື່ອງສໍາຄັນ Featured
ສປປລາວ ໄດ້ຮັບການຊ່ວຍເຫຼືອວັກຊິນ 1.275.400 ໂດສ ເພີ່ມຈາກໂຄແວັກ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme