Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ທ່ານ ລັດສະໝີ ຄໍາຜຸຍ ພ້ອມຄອບຄົວ ແລະຍາດພີ່ນ້ອງ ຊ່ວຍເຫຼືອເຄື່ອງຊ່ວຍຫາຍໃຈເດັກເກີດໃໝ່ 2 ເຄື່ອງ

Posted on 05/03/202105/03/2021 By ປະກາດ Pakaad No Comments on ທ່ານ ລັດສະໝີ ຄໍາຜຸຍ ພ້ອມຄອບຄົວ ແລະຍາດພີ່ນ້ອງ ຊ່ວຍເຫຼືອເຄື່ອງຊ່ວຍຫາຍໃຈເດັກເກີດໃໝ່ 2 ເຄື່ອງ

ທ່ານ ລັດສະໝີ ຄໍາຜຸຍ, ທ່ານນາງ ອຸທາກີ ຈຸລະມານີ ຄຳຜຸຍ ພ້ອມດ້ວຍຄອບຄົວ, ພີ່ນ້ອງ ແລະ ໝູ່ ເພື່ອນໄດ້ຮ່ວມທຶນກັນຊື້ອຸປະກອນການແພດຄື: ເຄື່ອງຊ່ວຍຫາຍໃຈເດັກເກີດໃໝ່ຈໍານວນ 2 ເຄື່ອງ ມູນຄ່າ 40 ລ້ານກີບ ມອບໃຫ້ໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງ ໃນວັນທີ 4 ມີນານີ້ ທີ່ໂຮງ ໝໍດັ່ງກ່າວ.

ກ່າວມອບໂດຍທ່ານ ນາງ ສິນິພາ ຄໍາຜຸຍ ແລະ ກ່າວຮັບໂດຍທ່ານ ສີວັນໄຊ ຈັນທະວົງສັກ ຜູ້ອໍານວຍ ການໂຮງໝໍແມ່ ແລະ ເດັກເກີດໃໝ່, ມີບັນດາພະນັກງານແພດໝໍ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ເຄື່ອງທີ່ນໍາມາມອບຄັ້ງນີ້ເພື່ອປະກອບສ່ວນຊ່ວຍຊີບເດັກເກີດໃໝ່ ໂດຍສະເພາະເດັກເກີດໃໝ່ທີ່ບໍ່ ຖ້ວນເດືອນ (ບໍ່ເຕັມເດືອນ), ນອກຈາກນີ້ທ່ານ ນາງ ອຸທາກີ ຈຸລະມານີ ຄຳຜຸຍ ຍັງໄດ້ມອບຕົ້ນຈຳປາ ຈໍາ ນວນ 20 ຕົ້ນຈາກສວນຈໍາປາມົງຄົນ ຊຶ່ງເປັນສວນຈໍາປານາໆຊາດຈາກທົ່ວໂລກ ມູນຄ່າ 5 ແສນກີບ ໃຫ້ໂຮງ ໝໍດັ່ງດ່າວເພື່ອປູກຢູ່ໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງຕື່ມອີກ.

ພາບ-ຂ່າວ: ບຸນອູ້ມ • ປະຊາຊົນ

Featured, ການກຸສົນ, ສຸຂະພາບ

Post navigation

Previous Post: ປກສ ເມືອງໄຊເສດຖາ ຈະສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ ໃນປີ 2021
Next Post: ນິສສັນ Nissan ຕໍານານເລື່ອງລາວຫຼາຍກວ່າ 80 ປີ ໃນການສ້າງລົດ

Related Posts

ບຸນນະມັດສະການ ພຣະທາດຫຼວງວຽງຈັນ ປີ 2020 ຈັດ 3 ມື້ 3 ຄືນ Featured
ກຽມຮັບມືພາຍຸ ໂນຣູ 26-30 ກັນຍາ 2022 Featured
ລົງທະບຽນກັບຄືນບ້ານຂອງແຮງງານລາວພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ Featured
ຊາວໄທ 7 ຄົນ ເກັບເຫັດຂ້າມຊາຍແດນປະເທດ ຖືກກັກຕົວ Featured
ທະນາຄານແຫ່ງ ສປປ ລາວ ອອກນະໂຍບາຍດ້ານສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກໂຄວິດ-19 Featured
ສປປລາວ ຫາລືກຽມຄວາມພ້ອມ ເປັນປະທານກອງປະຊຸມອາຊຽນ ປີ 2024 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme