ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ເຊື່ອມຕໍ່ລະບົບການຊຳລະ ຜ່ານ M Money ລະຫວ່າງ ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ລັດວິສາຫະກິດ ນ້ຳມັນເຊື້ອໄຟ ລາວ

ໃນຕອນເຊົ້າ ຂອງ ວັນທີ 12 ມີນາ 2021 ທີ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫລວງວຽງຈັນ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ລະຫວ່າງ ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ລັດວິສາຫະກິດ ນ້ຳມັນເຊື້ອໄຟ ລາວ ເພື່ອເຊື່ອມຕໍ່ລະບົບການຊຳລະຜ່ານ ບໍລິການ ເອັມມັນນີ ກະເປົາເງິນເທິງມືຖື, ເປັນກຽດເຂົ້າຮ່ວມໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ທ່ານ ປອ ອະນຸສິນ ພົນເສນາ ຜູ້ອຳນວຍການ ລັດວິສາຫະກິດ ນ້ຳມັນເຊື້ອໄຟ ລາວ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ເຊື່ອມຕໍ່ລະບົບການຊຳລະຜ່ານ M Money ໃນຄັ້ງນີ້ ເປັນການຮ່ວມມື ລະຫວ່າງ 02 ບໍລິສັດດ້ວຍກັນ ແລະ ເປັນກຽດ ລົງນາມໂດຍ:
1) ທ່ານ ທັນສະໄໝ ຊາມຸນຕີ ຜູ້ອຳນວຍການ ບໍລິສັດ ລາວ ໂມບາຍມັນນີ ຈຳກັດຜູ້ດຽວ
2) ທ່ານ ຈັນທະກິ່ງ ອິນທະວົງ ຮອງອຳນວຍການ ລັດວິສາຫະກິດ ນ້ຳມັນເຊື້ອໄຟ ລາວ

ນອກຈາກນີ້ເຂົ້າຮ່ວມໃນພິທີ ຍັງມີຄະນະຜູ້ບໍລິຫານບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ຄະນະຜູ້ບໍລິຫານບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ຄະນະຜູ້ບໍລິຫານ ລັດວິສາຫະກິດ ນ້ຳມັນເຊື້ອໄຟ ລາວ ພ້ອມດ້ວຍສື່ມວນຊົນ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ ເພື່ອເກັບກຳຂ່າວໃນຄັ້ງນີ້ດ້ວຍ.

ຈຸດປະສົງຂອງການຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມື ໃນຄັ້ງນີ້ ເພື່ອເປັນການເປີດໂຕຄູ່ຮ່ວມທຸລະກິດກັບ ລັດວິສາຫະກິດ ນ້ຳມັນເຊື້ອໄຟ ລາວ ຢ່າງເປັນທາງການ ໃນການຊຳລະຄ່າບໍລິການຕ່າງໆ ໃນ ລັດວິສາຫະກິດ ນ້ຳມັນເຊື້ອໄຟ ລາວ ຜ່ານບໍລິການ M Money ເພື່ອແນ່ໃສ່ຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ເຮັດໃຫ້ການບໍລິການມີຄວາມສະດວກ ສະບາຍ ປອດໄພ ວອງໄວ ໄດ້ມາດຕະຖານສາກົນ ພາຍໃຕ້ຄຳຂວັນ ໃຫ້ຊີວິດງ່າຍຂຶ້ນ ຕາມຍຸກດິຈິຕ້ອນ.

ບໍລິການ ຂອງ ລັດວິສາຫະກິດ ນ້ຳມັນເຊື້ອໄຟ ລາວ ເພື່ອເປັນຄູ່ຮ່ວມທຸລະກິດທີ່ຮັບຊຳລະນ້ຳມັນ ຜ່ານ M Money ລວມມີຈຳນວນທັງໝົດ 371 ປ້ຳ ໃນນັ້ນ 21 ປ້ຳ ແມ່ນປ້ຳຕົວແບບ ແລະ 349 ປ້ຳ ແມ່ນປ້ຳຕົວແທນ ເຊິ່ງໃນເບື້ອງຕົ້ນຈະເລີ່ມເປີດໃຫ້ບໍລິການກ່ອນ ຈຳນວນ 4 ປ້ຳ ໃນນະຄອນຫຼວງ ແລ້ວສຶບຂະຫຍາຍໄປບັນດາປ້ຳຕ່າງໆ ແລະ ດຳເນີນການພັດທະນາລະບົບການຈ່າຍບົງນ້ຳມັນໃຫ້ກັບບັນດາ 18 ກະຊວງ ແລະ ອົງການທຽບເທົ່າໃນທົ່ວປະເທດ.

ການຮ່ວມມືທາງທຸລະກິດໃນຄັ້ງນີ້ ເປັນບາດກ້າວໜຶ່ງທີ່ສຳຄັນ ແລະ ເປັນບາດກ້າວທຳອິດໃນການຫັນການຊຳລະເງິນຮູບແບບໃຫມ່ຜ່ານ M Money ກະເປົາເງິນເທິງມືຖື ເຂົ້າໃນຫົວຫນ່ວຍທຸລະກິດ ທີ່ທັນສະໄຫມ ແລະ ມີຄວາມຈຳເປັນໃນການດຳລົງຊີວິດປະຈຳວັນຂອງຜູ້ຄົນໃນທົ່ວປະເທດ ເປັນສ່ວນຫນື່ງໃນການສ້າງທ່າແຮງ, ຊຸກຍູ້, ເສີມສ້າງ ແລະ ຜັນຂະຫຍາຍເສດຖະກິດດິຈິຕ້ອນ, ຫຼຸດຜ່ອນການນຳໃຊ້ເງິນສົດ ຕາມແຜນພັດທະນາເສດຖະກິດດິຈິຕ້ອນ ຂອງພັກ-ລັດ ໃຫ້ປະກົດຜົນເປັນຈິງ ຕາມວິໄສທັດຂອງ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ເປັນຜູ້ນຳດ້ານການບໍລິການການເງິນດິຈິຕ້ອນ ໃນ ສປປ ລາວ
#MMoney
#ເອັມມັນນີກະເປົາເງິນເທິງມືຖື
#MoreSmartLifeInDigitalEra
#ໃຫ້ຊີວິດງ່າຍຂື້ນຕາມຍຸກດິຈິຕ້ອນ
#ງ່າຍສະດວກປອດໄພ