ແຂວງຫົວພັນ ແຈ້ງການແນະນໍາເພີ່ມເຕີມ ເລກທີ: 408./ຈຂ.ຫພ ລົງວັນທີ: 16/ 12/ 2021.
ເລື່ອງ: 👉ການສືບຕໍ່ເຄື່ອນໄຫວເຮັດວຽກງານປ້ອງກັນ ແລະ ແກ້ໄຂພະຍາດໂຄວິດ-19 ຢູ່ທົ່ວແຂວງຫົວພັນ.
ເຈົ້າແຂວງຫົວພັນອອກແຈ້ງການແນະນໍາດັ່ງນີ້:
1. ອະນຸຍາດ ໃຫ້ບຸກຄົນທີ່ສັກຢາວັກຊິນຄົບໂດສ ແລ້ວແມ່ນສາມາດເດີນທາງເຂົ້າແຂວງຫົວພັນໄດ້ຕາມປົກກະຕິ.
– ສໍາລັບ ບຸກຄົນ, ທີ່ສັກຢາວັກຊິນບໍ່ທັນຄົບໂດສ ແມ່ນສາມາດເດີນທາງເຂົ້າມາແຂວງຫົວພັນ ໄດ້ແຕ່ຈະຕ້ອງໄດ້ຈໍາກັດບໍລິເວນຢູ່ເຮືອນຂອງຕົນເອງ ໃຫ້ຄົບ 14 ວັນ.
– ກໍລະນີບໍ່ທັນຮອດກໍານົດເວລາສັກຢາວັກຊີນເຂັ້ມທີ 2 ແມ່ນໃຫ້ໄປກັກຕົວຢູ່ເຮືອນ 14 ວັນ,
-ມອບໃຫ້ເຈົ້າຫນ້າທີ່ປະຈໍາຈຸດກວດກາສ້າງບົດບັນທຶກກັບຜູ້ກ່ຽວແລ້ວຈິ່ງໃຫ້ເດີນທາງໄປເຖິງປາຍທາງໄດ້ ເພື່ອມອບຕໍ່ໃຫ້ອໍານາດການປົກຄອງບ້ານ ເປັນເຈົ້າການຕິດຕາມຢ່າງເຂັ້ມງວດ.
– ສໍາລັບ ບຸກຄົນ ບໍ່ທັນໄດ້ສັກຢາວັກຊິນ ເມື່ອເດີນທາງເຂົ້າມາແຂວງຫົວພັນ ຮອດຈຸດກວດກາ ບ້ານນໍ້ານາດ ເມືອງຫົວເມືອງ ແລະ ບ້ານຫາດສາ ເມືອງຮ້ຽມ ແມ່ນຈະໄດ້ຈັດໃຫ້ສັກຢາວັກຊິນ ຕາມຄວາມເຫມາະສົມ ( ສະເພາະບຸກຄົນທີ່ເປັນພົນລະເມືອງແຂວງຫົວພັນ ເທົ່ານັ້ນ ), ສ່ວນວິທີການຈັດຕັ້ງປະຕິບັດແມ່ນມອບໃຫ້ ພະແນກສາທາລະນະສຸກແຂວງ ສົມທົບກັບ ຫ້ອງການສາທາລະນະສຸກເມືອງ ຄົ້ນຄ້ວາ ປະຕິບັດຕາມຄວາມເຫມາະສົມ ຫຼັງຈາກໃຫ້ຢາວັກຊິນແລ້ວແມ່ນໃຫ້ໄປຈໍາກັດບໍລິເວນຢູ່ເຮືອນເປັນເວລາ 14 ວັນ ຈິ່ງສາມາດເຄື່ອນໄຫວ ອອກສູ່ສັງຄົມເປັນປົກກະຕິໄດ້, ໃນໄລຍະ ຜູ້ກຽວຈໍາກັດບໍລິເວນ ຖ້າຜູ້ກ່ຽວເປັນພົນລະເມືອງຂອງເມືອງໃດ ຫຼື ບ້ານໃດແມ່ນມອບໃຫ້ອໍານາດການປົກຄອງບ້ານນັ້ນ ເປັນເຈົ້າການຕິດຕາມຢ່າງເຂັ້ມງວດ.
– ສໍາລັບຄົນຕ່າງແຂວງ ທີ່ບໍ່ທັນໄດ້ສັກຢາວັກຊິນຄົບໂດສ ເເມ່ນບໍ່ອະນຸຍາດໃຫ້ເດີນທາງເຂົ້າມາແຂວງຫົວພັນ ຢ່າງເດັດຂາດ
2. ມອບໃຫ້ ເມືອງຫົວເມືອງ ແລະ ເມືອງຮ້ຽມ ແຕ່ງຕັ້ງພະນັກງານເຈົ້າຫນ້າທີ່ ແລະ ແພດຫມໍ ໄປປະຈໍາການ ຢູ່ຈຸດກວດກາ ບ້ານນໍ້ານາດ ເມືອງຫົວເມືອງ ແລະ ບ້ານຫາດສາ ເມືອງຮ້ຽມ ຄືໄລຍະຜ່ານມາ,
3. ສໍາລັບຄົນຕ່າງປະເທດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນອັນຮີບດ່ວນຢູ່ແຂວງຫົວພັນ ເພື່ອເຂົ້າມາປະຕິບັດວຽກງານທາງລັດຖະການ, ບັນດາ ກິດຈະການ ແລະ ໂຄງການ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ຕ້ອງໄດ້ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ແລະ ເຜ່ເຊື້ອພະຍາດໂທວິດ-19 ຢ່າງເຂັ້ມງວດ, ສ່ວນການຈໍາກັດບໍລິເວນ ແມ່ນອະນຸຍາດໃຫ້ພະນັກງານອົງການຈັດຕັ້ງສາກົນ ຫຼື ພາກສ່ວນທີ່ກ່ຽວຂ້ອງນໍາໃຊ້ທີ່ພັກຂອງຕົນເອງໄດ້ ນອກນັ້ນແມ່ນຕ້ອງ ໄດ້ຈໍາກັດບໍລິເວນຢູ່ ໂຮງແຮມ ຫຼື ສະຖານທີ່ພັກ ທີ່ຄະນະສະເພາະກິຕກໍານົດໄວ້ໃຫ້ຄົບ14ວັນ, ສ່ວນເອກະສານທີ່ ຈະຕ້ອງປະກອບມີດັ່ງນີ້.
- (1) ຕ້ອງໄດ້ຮັບການອະນຸຍາດຈາກຄະນະສະເພາະກິດຕ້ານພະຍາດໂຄວິຕ-19 ຂັ້ນສູນກາງ ຫຼື ຂັ້ນແຂວງ
- (2), ຫນັງສືຜ່ານແດນ ແລະ ວິຊາເຂົ້າອອກປະເທດ,
- (3). ຕ້ອງສັກຢາວັກຊິນ ຄົບໂດສ ຕາມຊະນິດວັກຊິນ.
- (4), ຕ້ອງມີໃບຢັ້ງຢືນກວດຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງ PCR ພາຍໃນ 12 ຊົ່ວໂມງກ່ອນການເດີນທາງ
- (5), ເມື່ອມາຮອດ ສປປ ລາວ (ແຂວງຫົວພັນ) ແລ້ວຕ້ອງໄດ້ເກັບຕົວຢ່າງກວດຫາເຊື້ອພະຍາດໂຄວິດ-19ດ້ວຍເຄື່ອງ PCR ອີກຄັ້ງ ຖ້າຜົນກວດອອກມາເປັນລົບແລ້ວຈິ່ງສາມາດເຄື່ອນໄຫວປົກກະຕິໄດ້.
4. ສໍາລັບ ນັກສຶກສາລາວ ທີ່ ສໍາເລັດການສຶກສາຢູ່ປະເທດໃກ້ຄຽງ ຕ້ອງໄປລົງທະບຽນຢູ່ສະຖານທູດ ຫຼື ສະຖານກົງສູນ ແຫ່ງ ສປປ ລາວ ປະຈໍາຢູ່ປະເທດຕົ້ນທາງ ແລະ ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດ ແລ້ວຈິ່ງສາມາດເດີນທາງກັບມາແຂວງຫົວພັນ ແມ່ນໃຫ້ປະຕິບັດຄືໄລຍະຜ່ານມາ.
– ຖ້າສັກຢາວັນຊົນຄົບ 2 ເຂັ້ມ ແມ່ນກັກຕົວ 14 ວັນ, ຖ້າບໍ່ທັນໄດ້ສັກຢາວັກຊິນ ຫຼື ສັກບໍ່ທັນຄົບໂດສ ແມ່ນ ກັກຕົວ 21 ວັນ ພ້ອມກວດວິເຄາະຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງ PCR ອີກຄັ້ງ ຖ້າຜົນກວດອອກມາເປັນລົບແລ້ວຈິ່ງສາມາດເຄື່ອນໄຫວປົກກະຕິໄດ້,
5. ອະນຸດຍາດ ເປີດການຂົນສົ່ງໂດຍສານ ທາງບົກ ແລະ ທາງອາກາດ ເປັນປົກກະຕິ,
6. ອະນຸຍາດໃຫ້ລົດຂົນສົ່ງສິນຄ້າຈາກບັນດາແຂວງພາຍໃນປະເທດ ແລະ ຈາກຕ່າງປະເທດສາມາດເຂົ້າ-ອອກແຂວງຫົວພັນໄດ້ ແຕ່ຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ໃຫ້ເຂັ້ມງວດເຊັ່ນ: ໂຊເຟີລົດ ແລະ ແອັດລົດຕ້ອງສັກຢາວັກຊິນຄົບໂດສ, ສະເພາະລົດບັນທຸກສິນຄ້າຈາກຕ່າງປະເທດຕ້ອງໄດ້ປະຕິບັດຕາມແຈ້ງການຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.
7. ອະນຸຍາດໃຫ້ພະນັກງານ-ລັດຖະກອນໄປການປົກກະຕິ, ສໍາລັບພະແນກການ, ຫ້ອງການໃດມີພະນັກງານສໍາພັດໃກ້ສິດກັບຜູ້ຕິດເຊື້ອ (C1) ແມ່ນໃຫ້ຮີບຮ້ອນໄປພົບທິມແພດ ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດໂຄ ວິດ-19 ໃນໄລຍະລໍຖ້າຜົນກວດແມ່ນໃຫ້ຈໍາກັດບໍລິເວນ ແລະ ແຍກປ່ຽວຕົ້ນເອງຢູ່ເຮືອນ ຫຼື ສະຖານທີ່ພັກເຊົາຂອງຕົນເອງ ຫ້າມອອກສູ່ສັງຄົມຢ່າງເດັດຂາດ
8. ອະນຸຍາດໃຫ້ຈັດກອງປະຊຸມໄດ້ ແຕ່ກໍານົດຈໍານວນຜູ້ເຂົ້າຮ່ວມບໍ່ໃຫ້ເກີນ 50 ຄົນ, ຖ້າເກີນ 50 ຄົນຂື້ນໄປຕ້ອງໄດ້ຮັບການອະນຸຍາດຂອງຄະນະສະເພາະກິດ ຂັ້ນແຂວງ ແລະ ເມືອງ
9. ອະນຸຍາດໃຫ້ເປີດການຮຽນ-ການສອນ ມອບໃຫ້ ພະແນກສຶກສາທິການ ແລະ ກິລາແຂວງ ສົມທົບກັບພະແນກສາທາລະນະສຸກແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ, ຫ້ອງການສາທາລະນະສຸກ ເມືອງ ຄົ້ນຄ້ວາ ແລະ ປະເມີນຕາມຄວາມເຫມາະສົມ ເເຕ່ຮູບແບບການຈັດຫ້ອງຮຽນຕ້ອງ ປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.
10. ມອບໃຫ້ບັນດາພະແນກການ, ເມືອງ ແລະ ບ້ານທົ່ວແຂວງຫົວພັນ ສືບຕໍ່ສຸມໃສ່ເຄື່ອນໄຫວ ແລະ ຊຸກຍູ້ການສັກຢາວັກຊິນໃຫ້ເປົ້າຫມາຍຕ່າງໆໃຫ້ບັນລຸຕາມແຜນການ ແລະ ຄາດຫມາຍທີ່ໄດ້ວາງໄວ້,
11. ສືບຕໍ່ເຮັດວຽກງານໂຄສະນາອົບຮົມໃຫ້ທຸກຊັ້ນຄົນທົ່ວສັງຄົມ ພ້ອມກັນມີຄວາມຕົນຕົວ, ຈັດປ້ອງກັນຕົນເອງ, ປ້ອງກັນຄອບຄົວ ແລະ ບຸກຄົນອື່ນບໍ່ໃຫ້ຕິດເຊື້ອ, ເມື່ອຮູ້ສຶກວ່າຕົນເອງມີຄວາມສ່ຽງກໍ່ຕ້ອງເປັນເຈົ້າການກັກກັນຕົນເອງ ທັນທີ, ພ້ອມກັນນັ້ນ ໃນກໍລະນີມີການຕິດເຊື້ອ ກໍ່ຕ້ອງຮູ້ວິທີປິ່ນປົວຕົວເອງ ຫາກອາການບໍ່ດີຂື້ນຕ້ອງຮີບຮ້ອນຂໍຄໍາປຶກສາຈາກເພດ,
12. ສືບຕໍ່ປີດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານນວດ, ຮ້ານສະນຸກເກີ ທົ່ວແຂວງຫົວພັນ
13. ສືບຕໍ່ປິດກິດຈະກໍາການຫຼິ້ນກິລາ, ສູນອອກກໍາລັງກາຍໃນຮົ່ມ ແລະ ກາງແຈ້ງທຸກປະເພດ ຫ້າມຈັດງານແຂ່ງຂັນກິລາທຸກປະເພດ ທົ່ວແຂວງຫົວພັນ.
14. ຫ້າມຈັດ ງານລ້ຽງ, ງານດອງ, ງານບຸນປະເພນີ, ງານສ້າງສັນ ຫຼື ຊຸມແຊວຕ່າງໆ ທຸກຮູບແບບ ຢູ່ທຸກສະຖານທີ່ທົ່ວແຂວງຫົວພັນ.
15. ສ່ວນງານບຸນສາກົນ ແລະ ບຸນປະເພນີ ເຊັ່ນ: ບຸນປີໃຫມ່ສາກົນ, ບຸນກິນຈຽງ, ບຸນປົດປີ( ເກຼີ ) ທີ່ຈະມາເຖິງນີ້ ແມ່ນໃຫ້ຈັດສະເພາະຄອບຄົວ, ເຮັດຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ, ບໍ່ໃຫ້ເຕົ້າໂຮມ ຈໍານວນຄົນຫຼາຍ ຫຼີກລຽງການແອອັດພ້ອມກັນນີ້ກໍ່ໃຫ້ປະຕິບັດມາດຕະການ ຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ,
16. ຫ້າມສວຍໃຊ້ໂອກາດກັກຕຸນ ແລະ ຂື້ນລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆທີ່ມີຄວາມຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ
17. ໃຫ້ຄະນະສະເພາະກິດທຸກຂັ້ນເພີ່ມທະວີການປະຕິບັດພາລະບົດບາດ, ສິດ ແລະ ຫນ້າທີ່ຂອງຕົນ ເປັນໃຈກາງໃນການປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງ, ຊີ້ນໍາ, ຕິດຕາມກວດກາ-ປະເມີນຜົນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ, ແກ້ໄຂ ການລະບາດພະຍາດໂຄວິດ-19 ດ້ວຍຄວາມເປັນເຈົ້າການ ແລະ ໃຫ້ມີຜົນສໍາເລັດດ້ວຍດີ.
ມາດຕະການໃນການຈັດຕັ້ງປະຕິບັດ:
1. ມອບໃຫ້ ເມືອງ 10 ເມືອງ, ພະແນກການ,ກົມກອງ ແລະ ອົງການທຽບເທົ່າ ນໍາພາ-ຊີ້ນໍາພະນັກງານ-ລັດຖະກອນ, ທະຫານ -ຕໍາຫຼວດ, ຜູ້ປະກອບການ, ຕະຫຼອດເຖິງປະຊາຊົນບັນດາເຜົ່າ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເອງ, ສືບຕໍ່ປະຕິບັດເຂັ້ມງວດກ່າວເກົ່າ, ຮ່ວມຈິດຮ່ວມໃຈກັນ ປ້ອງກັນ,ຄວບຄຸມ, ສະກັດກັ້ນ, ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ແມ່ນ ຄະນະພັກຂັ້ນຕ່າງໆ, ສະມາຊິກພັກ, ພະນັກງານລັດ-ຖະກອນ ຕ້ອງເປັນແບບຢ່າງໃນການຈັດຕັ້ງປະຕິບັດມາດຕະການທີ່ກໍານົດຂ້າງເທິງ,ຜູ້ໃດລະເມີດຕ້ອງໄດ້ຮັບການສຶກສາອົບຮົມ, ກ່າວເຕືອນ ຕາມກໍລະນີຫນັກ ຫຼື ເບົາ,
2. ມອບໃຫ້ 10 ເມືອງ, ກົມກອງ ແລະ ອົງການທຽບເທົ້າ ຜັນຂະຫຍາຍເປັນອັນລະອຽດ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ສອດຄ່ອງກັບສະພາບຕົວຈິງ,
3. ມອບໃຫ້ກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄະນະສະເພາະກິດແຕ່ລະຂັ້ນ ແຂວງ – ເມືອງ ແລະ ອໍານາດການປົກຄອງ ທຸກພາກສ່ວນ ພ້ອມກັນເປັນເຈົ້າການຕິດຕາມ, ກວດກາ ຮັກສາຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ພ້ອມກັນຈັດຕັ້ງເວນຍາມ, ລາດຕະເວນ 24 ຊມ. ຖ້າພົບເຫັນບຸກຄົນ, ນິຕິບຸກຄົນ, ຫ້າງຮ້ານຕ່າງໆ ແລະ ອົງການຈັດຕັ້ງລະເມີດມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ແຂວງວາງອອກ ຕ້ອງປະຕິບັດການປັບໄຫມຕາມແຈ້ງການ ສະບັບເລກທີ 289/ຈຂ.ຫພ, ລົງວັນທີ 16 ກັນຍາ 2021 ແລະ ແຈ້ງການສະບັບເລກທີ 297/ຈຂ.ຫພ, ລົງວັນທີ 23 ກັນຍາ 2021 ໃຫ້ເຂັ້ມງວດ ແລະ ຕາມກໍລະນີຫນັກ ຫຼື ເບົາ.
ດັ່ງນັ້ນ, ຈິ່ງແຈ້ງມາຍັງທຸກພາກສ່ວນ ແລະ ທຸກທ່ານເພື່ອຊາບ ແລະ ພ້ອມກັນປະກອບສ່ວນຈັດຕັ້ງປະຕິບັດ ຕາມເນື້ອໃນແຈ້ງການສະບັບນີ້ ໃຫ້ ມີຜົນສໍາເລັດຕາມລະດັບຄາດຫມາຍ 👉ເລີ່ມແຕ່ເວລາ 6 ໂມງ 00 ຂອງວັນທີ 17/12/2021 ເປັນຕົ້ນໄປ, ຈົນກວ່າຈະມີແຈ້ງການສະບັບໃຫມ່ປ່ຽນແທນ.

.

.
