Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອຸຕຸເຕືອນ ຝົນຈະຕົກໄປຮອດວັນທີ່ 25 ຕຸລາ 2020

Posted on 19/10/202019/10/2020 By ປະກາດ Pakaad No Comments on ອຸຕຸເຕືອນ ຝົນຈະຕົກໄປຮອດວັນທີ່ 25 ຕຸລາ 2020

ຂ່າວພະຍາກອນອາກາດ: ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 19 ຫາ 25 ຕຸລາ 2020 ວ່າ: ໃນໄລຍະວັນທີ 19 ຫາ 21 ຕຸລານີ້ ຄວາມກົດດັນອາກາດສູງຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ພ້ອມດຽວກັນລົມຕາເວັນອອກ- ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່,

ສ່ວນພາກໃຕ້ຮ່ອງຄວາມກົດດັນຈະພາດຜ່ານດ້ວຍກຳລັງປານກາງ ຊຶ່ງຈະເຮັດໃຫ້ອາກາດເຢັນລົງຢູ່ທົ່ວໄປໃນຕອນເຊົ້າແຂວງພາກເໜືອ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ຈາກນັ້ນ ວັນທີ 22 ຫາ 25 ຕຸລາ 2020 ມວນອາກາດເຢັນຈາກປະເທດຈີນຈະເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງລາວ, ສົມທົບກັບລົມຕາເວັນອອກສ່ຽງເໝືອພັດປົກຄຸມດ້ວຍກຳລັງປານກາງ ຫາ ແຮງ ຈະເຮັດໃຫ້ອາກາດເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າຕື່ມອີກ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

.

.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ວິກິດໜັກ ເຫຼືອແຕ່ຫຼັງຄາ ຫຼາຍບ້ານທີ່ເມືອງພີນຈົມນໍ້າ
Next Post: ນໍ້າຖ້ວມຂົວເຊຈໍາພອນແລ້ວ ປະຊາຊົນລະວັງໄພນໍ້າຖ້ວມ

Related Posts

ເມືອງສອງຄອນ ກວດພົບແຮງງານ ຕິດເຊື້ອ 17 ຄົນ ພາຍຫຼັງອອກຈາກສູນຂັ້ນແຂວງ Featured
ລະນຶກວັນສ້າງຕັ້ງອົງການສະຫະປະຊາຊາດ ຄົບຮອບ 75 ປີ Featured
ແຂວງຄໍາມ່ວນຫຼາຍກວ່າໝູ່ມື້ນີ້ Featured
ພະແນກ ຖວທ ແຂວງຫລວງພະບາງ ມອບອຸປະກອນການແພດໃຫ້ໂຮງໝໍແຂວງ ຂ່າວສານບ້ານເມືອງ
ຟູດແພນດ້າ ໄປທົ່ວທຸກແຂວງຂອງປະເທດລາວ ແອັບສົ່ງອາຫານທຳອິດທີ່ມີໃຫ້ບໍລິການທົ່ວ 18 ແຂວງ Featured
ສະພາບໂຄວິດມື້ນີ້ນະຄອນຫຼວງຍັງໜັກກວ່າໝູ່ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme