Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຈະທົດລອງໃຫ້ຊາວຕ່າງປະເທດທີ່ຈະເຂົ້າມາລາວໃສ່ເຄື່ອງຕິດຕາມ ແລະ ມີປະກັນໄພ ໂຄວິດ-19

Posted on 14/03/202114/03/2021 By ປະກາດ Pakaad No Comments on ຈະທົດລອງໃຫ້ຊາວຕ່າງປະເທດທີ່ຈະເຂົ້າມາລາວໃສ່ເຄື່ອງຕິດຕາມ ແລະ ມີປະກັນໄພ ໂຄວິດ-19

ຄະນະສະເພາະກິດປ້ອງກັນ ແລະຄອບຄຸມພະຍາດໂຄວິດ-19 ຈະທົດລອງໃຫ້ຊາວຕ່າງປະເທດທີ່ຈະເຂົ້າມາລາວໃສ່ເຄື່ອງຕິດຕາມ ແລະ ມີປະກັນໄພ.

ຄະນະສະເພາະກິດປ້ອງກັນ ແລະຄອບຄຸມພະຍາດໂຄວິດ-19 ໄດ້ອອກແຈ້ງການທົດລອງຂາຍປະກັນໄພ ໃຫ້ກັບຄົນຕ່າງປະເທດທີ່ຈະເຂົ້າມາ ສປປລາວ ແລະຕ້ອງໄດ້ໃສ່ອຸປະກອນການແພດ ຫຼື ໂມງຕິດຕາມຢ່າງເຂັ້ມງວດ ໂດຍໄດ້ມອບໃຫ້ສອງບໍລິສັດ ຄືບໍລິສັດເອັດສດີເອັດສກຣຸບ ແລະ ບໍລິສັດ ຈົງຈີປະກັນໄພຈຳກັດຜູ້ດຽວ ເປັນຜູ້ທົດລອງຂາຍປະກັນໄພ ແລະເຮັດທົດລອງ.

ເນື້ອໃນຂອງແຈ້ງການມີດັ່ງນີ້:

1. ຄົນຕ່າງປະເທດທີ່ໄດ້ຮັບອະນຸຍາດເຂົ້າມາ ສປປລາວ ຕ້ອງໄດ້ໃສ່ອຸປະກອນການແພດ ຫຼື ໂມງຕິດຕາມຢ່າງເຂັ້ມງວດ, ເຊິ່ງເປັນມາດຕະການຈໍາເປັນທີ່ຕ້ອງປະຕິບັດສໍາລັບຄົນຕ່າງປະເທດທີ່ໄດ້ຮັບອຸນຸຍາດເຂົ້າມາລາວ,

2. ມາດຕະການທີ່ຈໍາເປັນທີ່ຕ້ອງປະຕິບັດນີ້, ຍ້ອນວ່າໄລຍະຜ່ານມາການຄຸ້ມຄອງຄົນຕ່າງປະເທດທີ່ເດີນທາງເຂົ້າມາລາວ ແລະ ຈໍາກັດບໍລິເວນຢູ່ໃນໂຮງແຮມໄດ້ພົບບັນຫາທີ່ມີຄວາມສ່ຽງ,

3. ຄົນຕ່າງປະເທດຈໍານວນໜຶ່ງບໍ່ປະຕິບັດຕາມຄໍາແນະນໍາສະເພາະກິດເຊັ່ນ: ການລັກເຂົ້າ-ອອກຈາກສະຖານທີ່ຈໍາກັດບໍລິເວນໂດຍບໍ່ໄດ້ຮັບອະນະຍາດ,

4. ສະນັ້ນ, ການໃສ່ເຄື່ອງຕິດຕາມແມ່ນສາມາດຮູ້ການເຄື່ອນໄຫວຂອງບຸກຄົນດັ່ງກ່າວໂດຍຜ່ານສັນຍານ GPS ເຊິ່ງສາມາດຮູ້ໄດ້ທຸກວິນາທີວ່າຜູ້ກ່ຽວຢູ່ຕໍາແໜ່ງໃດ,

5. ເຄື່ອງຕິດຕາມຍັງສາມາດວັດແທກອຸນຫະພູມຮ່າງກາຍ ແລະ ກໍາມະຈອນ ທີ່ສາມາດຮັບຮູ້ໄດ້ເຖິງສະພາບສຸຂະພາບຂອງຜູ້ໃສ່,

6. ໃນເວລາດຽວກັນ, ອຸປະກອນການແພດນີ້ຍັງສາມາດກົດປຸ່ມຕ້ອງການຊ່ວຍເຫຼືອຢ່າງສຸກເສີນໄດ້,

7. ນອກນັ້ນ, ຄົນຕ່າງປະເທດທີ່ຮັບອະນຸຍາດຕ້ອງໄດ້ມີປະກັນໄພກ່ຽວກັບພະຍາດໂຄວິດ-19, ການປະຕິບັດສອງມາດຕະການ: (1) ການໃສ່ເຄື່ອງຕິດຕາມ ແລະ (2) ຊື້ປະກັນໄພນີ້ ແມ່ນຍົກເວັນໄດ້ພຽງການເຂົ້າ-ອອກສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ ທີ່ເປັນເຄືອຂ່າຍຂອງອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນທີ່ລັດຖະບານລາວ ໄດ້ມີສັນຍາໃຫ້ເອກະສິດ ແລະສິດຄຸ້ມກັນທາງການທູດ ແລະ ສະມາຊິກຄອບຄົວແຕ່ຕ້ອງປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດ.

ອີງຕາມຂໍ້ຕົກລົງ ແລະ ແຈ້ງການຂອງຄະນະສະເພາະກິດຕອບໂຕໂຄວິດ-19 ລະດັບຊາດ, ເຊິ່ງໃຫ້ເລີ່ມປະຕິບັດແຕ່ວັນທີ 03 ມີນາ 2021 ເປັນຕົ້ນໄປ ແລະ ໄດ້ທົດລອງຢູ່ດ່ານເຂົ້າເມືອງສະຫນາມບິນວັດໄຕ ນະຄອນຫຼວງວຽງຈັນ ສາກ່ອນແລ້ວຈຶ່ງຂະຫຍາຍໄປດ່ານທາງບົກອື່ນໆ ໃນຂອບເຂດທົ່ວປະເທດ.

ສຳລັບລາຄາປະກັນໄພມີດັ່ງນີ້:

  • 1. ຊື້ປະກັນໄພ 100 ໂດລາ ຕໍ່ຄົນກຳນົດ 21 ວັນ ສຳລັບ 1ປີ ຫາ 90 ປີ.
  • 2. ຊື້ປະກັນໄພ 150 ໂດລາ ຕໍ່ຄົນກຳນົດ 45 ວັນ ສຳລັບ 1ປີ ຫາ 90 ປີ.
  • 3. ຊື້ປະກັນໄພ 250 ໂດລາ ຕໍ່ຄົນກຳນົດ 60 ວັນ ສຳລັບ 1ປີ ຫາ 90 ປີ.

.

.

Featured, ສຸຂະພາບ, ແຈ້ງການ​

Post navigation

Previous Post: ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ ແລະ ລັດວິສາຫະກິດ ນ້ຳມັນເຊື້ອໄຟ ລາວ ລົງນາມຄູ່ຮ່ວມທຸລະກິດ ເຊື່ອມຕໍ່ລະບົບການຊຳລະ ຜ່ານ ເອັມ ມັນນີ
Next Post: ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ຈະຈັດຂຶ້ນເປັນທາງການ 22-26 ມີນາ 2021

Related Posts

ລາວ-ໄທ ຮ່ວມຫາລື ເພື່ອກຳນົດແນວທາງແກ້ໄຂບັນຫາແຮງງານລາວຢູ່ໄທໃນຊ່ວງໄລຍະມີການລະບາດຂອງເຊື້ອພະຍາດ ໂຄວິດ-19 Featured
ພະນັກງານຄົນໃດເຮັດຜິດ ຕ້ອງຮັບໂທດທັນທີ ໄຟຟ້າລາວ ຢໍ້້າ! Featured
ທຸກຄົນຕ້ອງຍົກລະດັບປ້ອງກັນຕົນເອງແລະຄອບຄົວຈາກໂຄວິດ Featured
ພົບເຫັນຫຼາຍໂຄງການລົງທຶນຂອງລັດບໍ່ໂປ່ງໃສແລະມູນຄ່າສູງເກີນໄປ Featured
ນະຄອນຫຼວງວຽງຈັນ + 234 ທົ່ວປະເທດ + 369 (ເສຍຊີວິດ 2) Featured
ລັດຖະບານ ສ ເກົາຫລີ ຊ່ວຍເຫລືອ ເຂົ້າ 1.320 ໂຕນ ໃຫ້ ສປປ ລາວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme