ມື້ນີ້ເຮົາຢາກມານຳສະເໜີ Instagram Lite, ເຊິ່ງເປັນ Instagram ທີ່ມາໃນຮູບແບບທີ່ໃໝ່ ແລະ ເບົາກວ່າ ສຳລັບຜູ້ໃຊ້ໂທລະສັບມືຖືລະບົບ Android ທີ່ໃຊ້ ດາຕ້າໜ້ອຍລົງ ແລະ ໃຊ້ໄດ້ດີທຸກສະພາບເຄືອຂ່າຍ.

Instagram Lite ມີຂະໜາດນ້ອຍກວ່າ 2MB, ເຮັດໃຫ້ການຕິດຕັ້ງໄດ້ໄວ ແລະສາມາດໂຫຼດໄດ້ໄວ. ຖືກອອກແບບມາເພື່ອ ນຳສະເໜີຟິວເຈີ້ ຫຼັກຄ້າຍຄືກັນກັບ Instagram, ແຕ່ເຮັດໃຫ້ແອັບໄວຂຶ້ນ ແລະເຊື່ອຖືໄດ້ສຳລັບຜູ້ໃຊ້, ໂດຍບໍ່ຈຳເປັນຕ້ອງຈຳແນກປະເພດອຸປະກອນ, ແພັດຟອມ ແລະ ເຄືອຂ່າຍການເຊື່ອມຕໍ່.

ການພັດທະນາແອັບ ໄດ້ຮັບການຮ່ວມມືຈາກຫຼາຍໆທີມເຊັ່ນ: ທີມວິສະວະກຳ, ທີມຜະລິດຕະພັນ, ທີມອອກແບບ ແລະທີມຄົ້ນຄ້ວາ ຈາກຫ້ອງການ Facebook Tel Aviv ແລະ ຫ້ອງການ New York, ເຊິ່ງເປັນສອງສູນກາງວິສະວະກຳຍຸດທະສາດທີ່ໃຫຍ່ທີ່ສຸດຂອງ Facebook ທົ່ວໂລກ.

ທ່ານ Tzach Hadar, ຜູ້ອຳນວຍການຝ່າຍບໍລິຫານຜະລິດຕະພັນ ອິນເຕີເຟດ Lite ແລະ ຫົວໜ້າເວັບໄຊດ້ານເຕັກໂນໂລຢີ Tel Aviv ກ່າວວ່າ “Instagram Lite ແມ່ນສ້າງຕໍ່ຈາກຜົນງານທີ່ພວກເຮົາໄດ້ເຮັດໃຫ້ Facebook Lite ທີ່ Tel Aviv. ພວກເຮົາໄດ້ຖອດຖອນບົດຮຽນຫຼາຍຢ່າງທີ່ໄດ້ຮຽນຮູ້ ແລະເຕັກໂນໂລຢີທີ່ຖືກພັດທະນາໃນຂະນະທີ່ພວກເຮົາ ໄດ້ສ້າງ Facebook Lite ແລະ ນຳໃຊ້ມັນເຂົ້າໃນ Instagram Lite. ກັບ Instagram Lite ຜູ້ໃຊ້ທົ່ວໂລກຈະໄດ້ຮັບປະສົບການ Instagram ທີ່ມີຄຸນນະພາບສູງ, ບໍ່ວ່າພວກເຂົາຈະໃຊ້ອຸປະກອນ ຫຼື ເຄືອຂ່າຍໃດກໍ່ຕາມ.”

ຕະຫຼາດທີ່ກຳລັງເຕີບໂຕ ຈະກວມເອົາຫຼາຍກວ່າ 90% ຂອງຜູ້ຊື້ມືຖື ໃໝ່ທົ່ວໂລກ. ແຕ່ໃນຫຼາຍໆປະເທດເຫຼົ່ານີ້, ສັນຍານການເຊື່ອມຕໍ່ອາດບໍ່ສະຖຽນ ແລະ ຄວາມໄວຂອງເຄືອຂ່າຍອາດຈະຍັງຊ້າ, ເຮັດໃຫ້ປະສົບການເຂົ້າໃຊ້ Instagram ແບບຄຸນນະພາບສູງນັ້ນຫຍຸ້ງຍາກ. Instagram Lite ຖືກສ້າງຂຶ້ນມາເພື່ອແກ້ໄຂບັນຫາທາຍເຫຼົ່ານີ້; ແລະໃນຫຼາຍຂົງເຂດຂອງປະເທດລາວ ປະຊາຊົນຍັງປະສົບກັບການເຊື່ອມຕໍ່ທີ່ມີສັນຍານຕໍ່າ.

Instagram Lite ຈະໄດ້ມີການເປີດໃຫ້ນຳໃຊ້ໃນຫຼາຍກວ່າ 170 ປະເທດ. ເຊິ່ງໃນໃນ ສປປ ລາວ, Instagram Lite ຈະມີໃຫ້ດາວໂຫຼດໃນ Android Playstore.

ຂໍ້ມູນໜ້າຮູ້:
Q: Instagram Lite ແມ່ນຫຍັງ?
A: Instagram Lite ເຮັດວຽກຄ້າຍຄືກັນກັບ ແອັບ Instagram ໃນລະບົບ Android, ແຕ່ຈະເຮັດໃຫ້ປະສົບການການໃຊ້ Instagram ນັ້ນໄວຂຶ້ນ ແລະ ໝັ້ນຄົງ – ເຖິງວ່າສັນຍານອິນເຕີເນັດທີ່ອຸປະກອນທ່ານຮັບນັ້ນອາດຈະຊ້າກໍ່ຕາມ. ເປົ້າໝາຍຂອງ Instagram Lite ແມ່ນເພື່ອສະໜອງຊ່ອງທາງການເຂົ້ານຳໃຊ້ ແລະ ປະສົບການການນຳໃຊ້ Instagram ແບບຄຸນນະພາບສູງໃຫ້ກັບຜູ້ໃຊ້ທົ່ວໂລກ ໂດຍບໍ່ຈຳແນກປະເພດອຸປະກອນ, ແພັດຟອມ ແລະ ເຄືອຂ່າຍທີ່ເຂົາໃຊ້.
Q: ຄວາມແຕກຕ່າງລະຫວ່າງ Instagram Lite ແລະ Instagram ຫຼັກມີຫຍັງເເນ່?
A: ປະສົບການການນຳໃຊ້ Instagram Lite ແລະ ແອັບ Instagram ນັ້ນມີຄວາມຄ້ານຄຽງກັນ, ເຖິງວ່າອາດມີບາງຟີເຈີ້ ທີ່ບໍ່ສາມາດໃຊ້ໄດ້ ເຊັ່ນ: Reels, Shopping ແລະ IGTV. ແຕ່ເຖິງແນວໃດກໍ່ຕາມ, ພວກເຮົາກຳລັງພະຍາຍາມເລັ່ງພັດທະນາໃຫ້ຟີເຈີ້ເຫຼົ່ານີ້ ສາມາດມີການໃຊ້ໄດ້ໃນ Instagram Lite ເຊັ່ນກັນ.