Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຂວງຫົວພັນ ເປີດຕະຫລາດນັດວາງສະແດງ ແລະ ຂາຍສິນຄ້າໂອດ໊ອບ

Posted on 30/03/202130/03/2021 By ປະກາດ Pakaad No Comments on ແຂວງຫົວພັນ ເປີດຕະຫລາດນັດວາງສະແດງ ແລະ ຂາຍສິນຄ້າໂອດ໊ອບ

ແຫລ່ງຂ່າວຈາກແຂວງຫົວພັນ ໃຫ້ຮູ້ວ່າ: ແຂວງຫົວພັນ ເປີດງານຕະຫຼາດນັດວາງສະ ແດງ ແລະ ຂາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫລື ໂອດ໊ອບ ປະຈຳປີ 2021 ໃນວັນທີ 30 ມີນາ 2021 ນີ້, ຢູ່ເດີ່ນຫໍວັດທະນະທຳແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ, ມີບັນດາພະແນກການກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວ ຂ້ອງ ແຂວງເຂົ້າຮ່ວມ. ທັງນີ້ ກໍເພື່ອຊຸກຍູ້ຂະບວນການຜະລິດເປັນສິນຄ້າ ໃຫ້ມີຄວາມຫລາກຫລາຍ, ໄດ້ຄຸນນະພາບ, ມາດຕະຖານ ແລະ ເງື່ອນໄຂຂອງສິນຄ້າໂອດ໊ອບໃຫ້ມີຈຳນວນເພີ່ມຂຶ້ນ ແນໃສ່ສ້າງລາຍຮັບໃຫ້ແກ່ຜູ້ຜະລິດໂດຍກົງ, ທັງເປັນການຍົກລະດັບ, ພາລະບົດບາດຂອງສິນຄ້າໂອດ໊ອບຂອງແຂວງຫົວພັນ ໃຫ້ເປັນທີ່ຮູ້ຈັກແກ່ຜູ້ຊົມໃຊ້ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງ ຕະ ຫລາດທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ນາງ ພອນວັນ ອິນທະວົງ ຮອງຫົວໜ້າພະແນກອຸດສະກຳ ແລະ ການຄ້າ ແຂວງຫົວພັນ ໄດ້ໃຫ້ຮູ້ວ່າ: ປັດຈຸບັນທົ່ວແຂວງຫົວພັນ ມີສິນຄ້າທີ່ສາມາດນຳໃຊ້ກາໝາຍໂອດ໊ອບແຫ່ງຊາດ ຈຳນວນ 5 ຫົວໜ່ວຍ. ໃນນັ້ນ, ປະເພດອາຫານ ແລະ ເຄື່ອງດື່ມມີ 3 ຜະລິດຕະພັນຄື: ກຸ່ມຜະລິດແຈ່ວປາບ້ຳຊຳເໜືອ, ວິສາຫະກິດຜະລິດຕະພັນຍອດຊຳ (ເຫລົ້າຂາວຍອດຊຳ) ເມືອງຊຳເໜືອ ແລະ ຜະລິດຕະພັນໂພໄຊວາຍ ເມືອງວຽງໄຊ; ປະເພດຫັດຖະກໍາຈັກສານມີ 2 ຜະລິດຕະພັນຄື: ກຸ່ມຫັດຖະ ກຳຈັກສານໄມ້ປ່ອງແອບເຂົ້ານ້ອຍ ບ້ານປຸ່ງ-ນາຄາວ ເມືອງວຽງໄຊ ແລະ ກຸ່ມຫັດຖະກຳຈັກສານໄມ້ ປ່ອງ ແອບເຂົ້າບ້ານນາຍົມ ເມືອງສົບເບົາ.

ນອກນີ້, ຍັງມີສິນຄ້າທ່າແຮງ ແລະ ສິນຄ້າຕົວແບບຂອງເມືອງ ເປັນຕົ້ນ ກຸ່ມຜະລິດສວນຜັກເຮືອນຮົ່ມ ເມືອງຮ້ຽມ, ກຸ່ມຜະລິດເຫລົ້າຂາວຖ້ຳລາ ເມືອງຮ້ຽມ, ກຸ່ມຫັດຖະກຳແຜ່ນແພ ເມືອງກວັນ ແລະ ວິສາຫະກິດຜະລິດແຈ (ແຈປ່າພັນປີ) ເມືອງຊ່ອນ. ເຊິ່ງບັນດາຜະລິດພັນເຫລົ່ານັ້ນໄດ້ນຳມາ ວາງສະແດງ ແລະ ຂາຍຢູ່ເດີ່ນຫໍວັດທະນະທຳແຂວງ ນັບແຕ່ວັນທີ 25 ມີນາ ຈົນເຖິງວັນທີ 3 ເມສາ 2021.

ໂອກາດດຽວກັນ, ທ່ານ ພອນສຸກ ອິນທະວົງ ກໍໄດ້ຕີລາຄາສູງຕໍ່ພາກສ່ວນກ່ຽວຂ້ອງ ແລະ ບັນດາຫົວໜ່ວຍທຸລະກິດ ທີ່ພະຍາຍາມສົ່ງເສີມ, ຊຸກຍູ້ສິນຄ້າທີ່ນຳໃຊ້ວັດຖຸດິບ, ປະສົມປະສານກັບມູນ ເຊື້ອ, ພູມປັນຍາທ້ອງຖິ່ນພາຍໃນແຂວງ ໃຫ້ສາມາດເຂົ້າສູ່ຕະຫລາດຫລາຍຂຶ້ນ, ອັນເປັນການກະຕຸກຊຸກຍູ້, ຍົກລະດັບຂະບວນການທາງດ້ານເສດຖະກິດພາຍໃນແຂວງ ໄດ້ຮັບການພັດທະນາ. ພ້ອມນີ້, ທ່ານໄດ້ເຊີນຊວນທຸກພາກສ່ວນພາຍໃນແຂວງ ພ້ອມກັນຊຸກຍູ້-ສົ່ງເສີມບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ-ຂະໜາດກາງໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແຂວງຫົວພັນ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.

ຂ່າວ-ພາບ: ໄອແກ້ວ

Featured, ຂ່າວສານບ້ານເມືອງ, ທຸລະກິດ

Post navigation

Previous Post: ບຸນປີໃໝ່ລາວ ທີ່ ນະຄອນ ຫລວງພຣະບາງ ປີ 10-25 ເມສາ 2021
Next Post: ນັກຮຽນ ມສ ວຽງຈັນ ຮັບຮູ້ເຖິງຜົນຮ້າຍຂອງຢາເສບຕິດ

Related Posts

ຜູ້ເສຍຊີວິດໃໝ່ມື້ນີ້ແມ່ນເພດຍິງທັງສາມ Featured
ຄໍາສັ່ງເຈົ້າແຂວງອຸດົມໄຊຍົກລະດັບຕ້ານໂຄວິດ Featured
ຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ Featured
ແຂວງສະຫວັນນະເຂດແຈ້ງການ ຄ່າປິ່ນປົວໂຄວິດ-19 ຢູ່ໂຮງໝໍພາກສະໜາມ Featured
ຫຼາຍພາກ ອາກາດຮ້ອນ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ Featured
ຄົນຕິດໂຄວິດຜູ້ເຄາະຮ້າຍທັງສາມ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme