Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເກີດການລະບາດຂອງພະຍາດອະຫິວາໝູອາຟຣິກາຢູ່ເມືອງຊຽງຮ່ອນ

Posted on 23/09/202023/09/2020 By ປະກາດ Pakaad No Comments on ເກີດການລະບາດຂອງພະຍາດອະຫິວາໝູອາຟຣິກາຢູ່ເມືອງຊຽງຮ່ອນ

ໄຊຍະບູລີ: ໃນລະຫວ່າງວັນທີ 21-23 ກັນຍາ 2020 ນີ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ໄດ້ລົງສົມທົບກັບຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງຊຽງຮ່ອນ ໄດ້ລົງເກັບກຳຈຳນວນຜູ້ລ້ຽງໝູ ແລະ ທຳລາຍໝູ ທີ່ຕິດເຊື້ອພະຍາດ ອະຫິວາໝູອາຟຣິກກາ ຢູ່ 2 ບ້ານຄື: ບ້ານ ແກ່ນ ແລະ ບ້ານສາມັກຄີໄຊ ເມືອງຊຽງຮ່ອນ ແຂວງໄຊຍະບູລີ

ພາຍຫຼັງທີ່ໄດ້ຮັບຜົນກວດເລືອດ ແລະ ຊີ້ນສ່ວນຂອງໝູຢູ່ 2 ບ້ານດັ່ງກ່າວ ຈາກສູນວິໃຈພະຍາດສັດ ກະຊວງກະສິກຳ ແລະ ປ່າໄມ້ພົບວ່າຊີ້ນສ່ວນດັ່ງກ່າວກວດກາພົບເຫັນເຊື້ອໄວລັດພະຍາດອະຫິວາໝູອາຟຣິກກາ ໃນຄັ້ງວັນທີ 16 ກັນຍາ 2020 ຜ່ານມາ ປະຈຸບັນວິຊາການໄດ້ລົງເກັບກຳຂໍ້ມູນ ການລະບາດຂອງພະຍາດ ພະຍາດດັ່ງກ່າວໄດ້ແຜ່ລາມໄວທີ່ສຸດ ແລະ ແຜ່ລາມແລ້ວ 13 ບ້ານພາຍໃນເມືອງຊຽງຮ່ອນຄື:

ບ້ານ ແກ່ນ, ບ້ານສາມັກຄີໄຊ, ບ້ານ ດອນເຟືອງ, ບ້ານ ຂິ່ງ, ບ້ານ ລາວສະໂນ, ບ້ານ ນໍ້າກອກ, ບ້ານ ນາອອນ, ບ້ານ ຫົວນາ, ບ້ານ ດົງ, ບ້ານ ຫ້ວຍຮາກ, ບ້ານ ຊ້າງ, ບ້ານ ຄໍ້າ ແລະ ບ້ານ ນ້ຳຄ່ອມ ມີໝູຕາຍທັງໝົດ 195 ໂຕປະຈຸບັນທາງວິຊາການສັດຕະແພດ ແລະ ການນຳຂັ້ນເມືອງ ໄດ້ລົງລະດົມແນວຄິດ ຜູ້ທີ່ລ້ຽງໝູ ໃຫ້ການຮ່ວມມືກັບວິຊາການ ແລະ ອອກນິຕິກຳຕ່າງໆ ເພື່ອເປັນການສະກັດກັ້ນການແຜ່ລາມອອກເປັນວົງກວ້າງ ພ້ອມທັງທຳລາຍໝູທີ່ຕິດເຊື້ອຢູ່ບ້ານແກ່ນ ຈຳນວນ 216 ໂຕ ນ້ຳໜັກ 5.393 ກິໂລກຼາມ ແລະ ບ້ານ ສາມັກຄີໄຊ ຈໍານວນ 31 ໂຕ ນໍ້າໜັກ 804 ກິໂລກຼາມ ລວມມູນຄ່າໝູທີ່ທຳລາຍທັງໝົດ 200 ລ້ານກວ່າກີບ.

ໄລຍະຜ່ານມາເຫັນວ່າອຳນາດການປົກຄອງບ້ານ ແລະ ຂະແໜງການທີ່ກ່ຽວຂ້ອງ ຂັ້ນເມືອງ ເປັນຕົ້ນແມ່ນ ຫ້ອງການກະສິກຳ ແລະ ປ່າໄມ້ໄດ້ເອົາໃຈໃສ ເຝົ້າລະວັງ ແລະ ສະກັດກັ້ນການລະບາດຂອງພະຍາດສັດ ເນື່ອງຈາກສະພາບດິນຟ້າອາກາດ ມີການປ່ຽນແປງກະທັນຫັນ ສັດລ້ຽງມີການຂາດແຄນອາຫານ ເຈົ້າຂອງສັດຈຳນວນໜຶ່ງ ຍັງຖືເບົາຕໍ່ການຮັກສາສຸຂະພາບສັດ ຂອງຕົນເອງ, ຜູ້ປະກອບການບາງພາກສ່ວນ ບໍ່ໄດ້ເອົາໃຈໃສ່ ຕໍ່ການປະຕິບັດຕາມການຄຸ້ມຄອງ ການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສັດທີ່ວາງອອກ ຍັງມີການການ ຊື້ສັດມາຈາກບ່ອນທີ່ມີການລະບາດຂອງພະຍາດຈຶ່ງເປັນສາເຫດໃຫ້ມີ ການລະບາດ ຂອງພະຍາດເກືດຂື້ນ.

ຂ່າວໂດຍ: ດອນຂຽວພະນາ

ຂ່າວສານບ້ານເມືອງ

Post navigation

Previous Post: ນາຍົກລັດຖະມົນຕີແຫ່ງ ສປປລາວ ກ່າວໃນກອງປະຊຸມທາງໄກ ສະຫຼອງ ສປຊ ຄົບຮອບ 75 ປີ
Next Post: ກອງປະຊຸມທາບທາມບຸກຄະລາກອນ ກະຊວງການຕ່າງປະເທດ ຮອບທີ III

Related Posts

ພະຍາກອນອາກາດ ປະຈໍາວັນທີ 22 ເມສາ 2022 Featured
ກົມໃຫຍ່ເສນາທິການກອງທັບ ຈັດພິທີມອບ-ຮັບເງິນຊົດເຊີຍໃຫ້ພະນັກງານພັກການຮັບບຳນານ ຂ່າວສານບ້ານເມືອງ
ຄ້າຍຄຸມຂັງແຂວງຄໍາມ່ວນຕິດເພີ່ມອີກ 157ຄົນ Featured
ຢັ້ງຢືນຖິ່ນກໍາເນີດ ຜ້າໄໝຫຼວງພະບາງ ຂ່າວສານບ້ານເມືອງ
ພົນເອກ ຄົນທີ່ 4 ຂອງ ສປປ ລາວ Featured
ກຽມຮັບມື ພາຍຸໄຕ້ຝຸ່ນ ໂຊເດວ ວັນທີ 25-27 ຕຸລາ 2020 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme