Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຕິດເຊື້ອເພີ່ມ 305 ຄົນ ມີໃນຊຸມຊົນ 20 ໃນ 5 ແຂວງ

Posted on 13/08/202113/08/2021 By ປະກາດ Pakaad No Comments on ຕິດເຊື້ອເພີ່ມ 305 ຄົນ ມີໃນຊຸມຊົນ 20 ໃນ 5 ແຂວງ

 ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 12 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2,918 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 305 ຄົນ.

ເຊິ່ງຕິດເຊື້ອໃນຊຸມຊົນ 20 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ນະຄອນຫຼວງ 7 ຄົນ, ບໍ່ແກ້ວ (ເມືອງຕົ້ນເຜິ້ງ) 6 ຄົນ, ຈຳປາສັກ 5 ຄົນ, ສະຫວັນນະເຂດ 1 ຄົນ, ເຊກອງ 1 ຄົນ

ສ່ວນ ກໍລະນີນໍາເຂົ້າ ມີ 285 ຄົນ ຈາກ ນະຄອນຫຼວງ 129 ຄົນ, ສະຫວັນນະເຂດ 66 ຄົນ, ຈຳປາສັກ 56 ຄົນ, ຄຳມ່ວນ 19 ຄົນ, ສາລະວັນ 13 ຄົນ, ບໍ່ແກ້ວ 1 ຄົນ ແລະ ບໍລິຄຳໄຊ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ. ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.

ຮອດມື້ນີ້ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 9,668 ຄົນ, ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 4,108 ຄົນ.

ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 99 ສູນ ແລະ 45 ໂຮງແຮມ ມີ ຜູ້ຈຳກັດບໍລິເວນ 14,657 ຄົນ.

ສຳລັບ ຈຸດບໍລິການກວດໂຄວິດ-19 ຢູ່ ມສ ສີໂຄດ ໄດ້ເປີດໃຫ້ບໍລິການບັນດາທ່ານທຸກໆມື້.

Featured, ຂ່າວສານບ້ານເມືອງ, ສຸຂະພາບ

Post navigation

Previous Post: ຄໍາສັ່ງດ່ວນລ໋ອກດາວ ປິດກິດຈະກໍາຕ່າງໆ ພາຍໃນແຂວງເຊກອງ 12 ສິງຫາ 2021 ເປັນຕົ້ນໄປ.
Next Post: ຂໍຂອບໃຈ ສປ ຈີນ ຈະສົ່ງ ວັກຊິນ ໃຫ້ ສປປ ລາວ ອີກ 400.000 ໂດສ

Related Posts

ຄວາມໜາວເຢັນຍັງສືບຕໍ່ປົກຄຸມເປັນວົງກວ້າງ Featured
ແຂວງຫຼວງພະບາງຕົວເລກຊຸມຊົນແຊງນະຄອນຫຼວງວຽງຈັນແລ້ວ Featured
ມາດຕະການໃໝ່ ຈາກກະຊວງສຶກສາທິການແລະກິລາ ໃນການຮັບມືໂຄວິດ-19 Featured
ສປປ ລາວ ມີຄົນຕິດເຊື້ອເພີ່ມ 115 ຄົນ ຍອດສະສະສົມ 14.466 ຄົນແລ້ວ! Featured
ຫຼວງພະບາງໜັກຂຶ້ນຂະນະທີ່ທົ່ວປະເທດຕົວເລກເພີ່ມ 414ກໍລະນີ Featured
ກົມໃຫຍ່ເສນາທິການກອງທັບ ຈັດພິທີມອບ-ຮັບເງິນຊົດເຊີຍໃຫ້ພະນັກງານພັກການຮັບບຳນານ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme