Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເລີ່ມກໍ່ສ້າງສະຖານີລົດໄຟນະຄອນຫຼວງວຽງຈັນ ໃນພື້ນທີ່ 150 ເຮັກຕາ

Posted on 04/07/202004/07/2020 By ປະກາດ Pakaad No Comments on ເລີ່ມກໍ່ສ້າງສະຖານີລົດໄຟນະຄອນຫຼວງວຽງຈັນ ໃນພື້ນທີ່ 150 ເຮັກຕາ

ວັນທີ 3 ກໍລະກົດ 2020, ບໍລິສັດທາງລົດໄຟລາວ-ຈີນ ໄດ້ເປີດພິທີການກໍ່ສ້າງສະຖານນີຂົນ ລົດໄຟລາວ-ຈີນ ຢ່າງເປັນທາງການ, ສະຖານີນີ້ມີຊື່ວ່າ “ສະຖານີນະຄອນ ຫຼວງວຽງຈັນ” ມີທີ່ຕັ້ງຢູ່ບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງສະຖານີນະຄອນຫຼວງວຽງຈັນ ມີເນື້ອທີ່ 150 ເຮັກ ຕາ, ສະເພາະອາຄານສະຖານີມີເນື້ອທີ 14.543 ຕາແມັດ, ສາມາດຮັບຮອງຜູ້ສານສູງສຸດ 2.500 ຄົນ, ເປັນສະຖານີໃຫຍ່ແຫ່ງໜຶ່ງຂອງໂຄງການທາງລົດໄຟລາວ-ຈີນ ແລະ ມີການເຊື່ອມຕໍ່ກັບສະຖານີຂົນ-ສົ່ງສິນຄ້າ ທີ່ຈະກໍ່ສ້າງຂຶ້ນຢູ່ທາງລົດໄຟທ່ານາແລ້ງ ແລະໃນແຜນຕໍ່ໜ້າຍັງຈະມີແຜນສ້າງສະຖານີກັບເສັ້ນທາງລົດໄຟອື່ນໆອີກດ້ວຍ.

ໄລຍະຜ່ານມາ ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດປະຊາຊົນໄດ້ປະກອບສ່ວນຄວາມຮ່ວມມືຈຶ່ງເຮັດໃຫ້ວຽກງານກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ວຽກງານຊົດເຊີຍ, ລວມເຖິງວຽກງານກໍ່ສ້າງສະຖານນີມີຄວາມຄືບໜ້າດີ ແລະໄປຕາມຄາດ ໝາຍໄດ້ໂດຍໄວ.

ທ່ານ ສ່ຽວຊ່ຽນເຫວິນ ຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ຮັບຜິດຊອບ ຈົ່ງຢຶດໝັ້ນຄຸນນະພາບເປັນຫຼັກ, ຊຸກຍູ້ການດໍາເນີນການ, ຄຸ້ມຄອງແບບມາດຕະຖານ ແລະ ບັນລຸຕາມຄວາມຕ້ອງການແຕ່ລະໜ້າວຽກ, ພ້ອມທັງເພີ່ມທະວີຄຸ້ມຄອງຄວາມປອດໄພ ແລະຮັບປະກັນການກໍ່ສ້າງດ້ວຍຄວາມປອດໄພ ແລະ ເປັນໄປຕາມຂັ້ນຕອນ, ເອົາໃຈໃສ່ຕໍ່ວຽກງານປະດັບ ແລະ ຕົບແຕ່ງສະຖານນີໃຫ້ສະແດງເຖິງວັດທະນະທໍາລາວ-ຈີນ ແລະກາຍເປັນໂຄງ ການມິດຕະພາບລາວ-ຈີນຢ່າງແທ້ຈິງ, ພ້ອມທັງເພີ່ມທະວີການຈັດຕັ້ງ ແລະ ວຽກ ງານການກໍ່ສ້າງນີ້ໃຫ້ຕາມເປົ້າໝາຍທີ່ໄດ້ວາງໄວ້.

ອີງຕາມຂໍ້ມູນໃຫ້ຮູ້ຕື່ມວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄດ້ສໍາເລັດ 90% ປັດຈຸບັນ ພວມຢູ່ໃນຂັ້ນຕອນທີ່ກ່ຽວຂ້ອງກັບລະບົບເສັ້ນທາງລົດໄຟ ແລະການບໍລິ ຫານທາງລົດໄຟ. ທາງລົດໄຟລາວ-ຈີນ ແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກຕອນເໜືອທີ່ດ່ານຊາຍ ແດນບໍເຕັນລະຫວ່າງລາວ-ຈີນ ໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ມີຄວາມຍາວ ທັງໝົດ 422,4 ກິໂລແມັດ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະ ມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນທາງລົດໄຟໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າແລະຜູ້ໂດຍສານ ແລະຈະເປີດບໍລິການໃນເດືອນທັນວາ ປີ 2021 ຕາມແຜນການ.

Cr: CRI-FM93

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ
Next Post: ສາວອ້ອຍ ໄຊຍະ ເຕົ້າໂຮມນໍ້າໃຈ ໄປຊ່ວຍ ປະຊາຊົນບ້ານຖໍ້າລອດ

Related Posts

ສຳເລັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ຂອງອົງຄະນະພັກທະນາຄານແຫ່ງ ສປປ ລາວ ຂ່າວສານບ້ານເມືອງ
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ I ສຳເລັດການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂ່າວສານບ້ານເມືອງ
ເວທີເຈລະຈາຈັບຄູ່ທຸລະກິດ ພາຍໃຕ້ຫົວຂໍ້ ໄທ-ລາວ ເຊື່ອມຕໍ່ການຄ້າໄຮ້ພົມແດນ Featured
ເມືອງສັງທອງ ແຈ້ງການດ່ວນ 2 ບ້ານແດງ ຕ້ອງລັອກດາວ ພົບຄົນຕິດເຊື້ອ ໂຄວິດ-19 Featured
ນາຍົກລັດຖະມົນຕີແຫ່ງ ສປປລາວ ກ່າວໃນກອງປະຊຸມທາງໄກ ສະຫຼອງ ສປຊ ຄົບຮອບ 75 ປີ Featured
ຫຼວງພະບາງໜັກຂຶ້ນຂະນະທີ່ທົ່ວປະເທດຕົວເລກເພີ່ມ 414ກໍລະນີ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme