Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

6 ເດືອນຕົ້ນປີ 2020 ມີການລົງທຶນຢູ່ເມືອງຕະໂອ້ຍ 11 ໂຄງການ ມູນຄ່າຫລາຍກວ່າ 60 ຕື້ກີບ

Posted on 27/08/202027/08/2020 By ປະກາດ Pakaad No Comments on 6 ເດືອນຕົ້ນປີ 2020 ມີການລົງທຶນຢູ່ເມືອງຕະໂອ້ຍ 11 ໂຄງການ ມູນຄ່າຫລາຍກວ່າ 60 ຕື້ກີບ

ສາລະວັນ: ວັນທີ 26 ສິງຫາ 2020: ຫ້ອງການແຜນການ ແລະ ການລົງທຶນເມືອງຕະໂອ້ຍໄດ້ຈັດກອງປະຊຸມຊຸກຍູ້ການລົງ ທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ປະຈຳ 6 ເດືອນຕົ້ນປີ 2020ໃນ 8 ຕົວເມືອງຂອງແຂວງສາລະວັນ ທີ່ຫ້ອງປະຊຸມຫ້ອງການແຜນການ ແລະການລົງທຶນເມືອງຕະໂອ້ຍ. ທ່ານ ຂັນທີ ສີຫາເທບ ຫົວໜ້າຫ້ອງການ ແຜນການ ແລະ ການລົງທຶນເມືອງຕະໂອ້ຍ ກໍໄດ້ຜ່ານບົດລາຍງານສະພາບການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດຂອງເມືອງຕະໂອ້ຍປະຈໍາ 6 ເດືອນຕົ້ນປີ 2020 ໂດຍຫຍໍ້: ເຊິ່ງການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດທົ່ວເມືອງຕະໂອ້ຍທັງໝົດມີ 11 ໂຄງການ, ໃນມູນຄ່າ 62 ຕື້ກວ່າກີບ.

ໃນນີ້ກິດຈະການສໍາປະທານທີ່ສູນກາງອະນຸມັດມີ 2 ໂຄງການໃນມູນຄ່າ 51 ຕື້ກວ່າກີບ, ກິດຈະການສໍາປະທານ ແລະ ກິດຈະການທົ່ວໄປທີ່ຂັ້ນແຂວງອະນຸມັດໃຫ້ທັງໝົດມີ 9 ໂຄງການໃນມູນຄ່າຈໍານວນ 11 ຕື້ກວ່າກີບ; ໂຄງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ(ຂະແໜງກະສິກໍາ ແລະ ປ່າໄມ້) ໃນກິດຈະການສໍາປະທານທີ່ສູນກາງອະນຸມັດມີ 2 ໂຄງການຄື: ໂຄງການປູກໄມ້ວິກ ຂອງບໍລິສັດສະໂຕລາເອັນໂຊ ມູນຄ່າການລົງທຶນ 32 ຕື້ກວ່າກີບ, ກວມເອົາເນື້ອທີ່ດິນທັງໝົດ 1,112 ເຮັກຕາ, ປະຕິບັດຕົວຈິງໄດ້ 977,84 ເຮັກຕາ, ໂຄງການປູກໝາກເຍົາ (ປ່ຽນກິດຈະການປູກມັນຕົ້ນ) ບໍລິສັດ ເພັດດາລາການກະເສດຄົບວົງຈອນ ໃນມູນຄ່າການລົງທຶນທັງໝົດ 19 ຕື້ກວ່າກີບ, ເນື້ອທີ່ດິນກວມເອົາ 1000 ເຮັກຕາ(ແຂວງເປັນຜູ່ຄຸ້ມຄອງ); ໂຄງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ (ຂະແໜງກະສິກໍາ ແລະ ປ່າໄມ້)

ໃນກິດຈະການສໍາປະທານທີ່ຂັ້ນແຂວງ ອະນຸມັດ 3 ໂຄງການປະກອບມີ: ບໍລິສັດ ອາວເຫວີນ ກະສິກໍາຈໍາກັດ ມູນຄ່າການລົງທຶນ 4 ຕື້ກວ່າລ້ານກີບ. ມາຮອດປະຈຸບັນ ແມ່ນໄດ້ຫັນປ່ຽນກິດຈະການມາເປັນໂຄງການປູກໄມ້ໃຫ້ໝາກຄື:ປູກໝາກໜາວເຂດຮ້ອນ ໃນເນື້ອທີ່ດິນທັງໝົດ 200 ເຮັກຕາ, ປະຕິບັດໄດ້ 150 ເຮັກຕາ ແລະ ປູກຕົວຈິງປະມານ 40 ເຮັກຕາ; ໂຄງການປູກກ້ວຍ ບໍລິສັດ ໄທສິນ ພັດທະນາການກະເສດ ຈໍາກັດຜູ່ດຽວ ມູນຄ່າການລົງທຶນທັງໝົດ 5 ຕື້ກີບ ແລະ ໂຄງການປູກປາມນໍ້າມັນ ບໍລິສັດ ລາວອາໂກເທັກ ມູນຄ່າຂອງການລົງທຶນທັງໝົດ 2 ຕື້ກວ່າລ້ານກີບ, ເນື້ອທີ່ດິນກວມເອົາ 130 ເຮັກຕາ, ປູກແລ້ວ 42 ເຮັກຕາ.

ການລົງທຶນພາຍໃນ (ຂະແໜງພະລັງງານ – ບໍ່ແຮ່)ທັງໝົດມີ 5 ໂຄງການຄື: ໂຄງການສ້າງເຂື່ອນໄຟຟ້າ ຫ້ວຍສະຫຼາຍ ບໍລິສັດ (ພີແອນພີ) ກໍ່ສ້າງຂົວທາງຈໍາກັດ, ໂຄງການສ້າງເຂື່ອນໄຟຟ້າ ຫ້ວຍໄລ່ ບໍລິສັດ (ພີແອນພີ) ກໍ່ສ້າງຂົວທາງຈໍາກັດ , ໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊລະນອງ 3 ບໍລິສັດ ຊ່າງຄໍາ ຈໍາກັດ , ໂຄງການສ້າງເຂື່ອນໄຟຟ້າ ເຊລະນອງ 4 ແລະ ເຊລະນອງ 2 ແມ່ນກຸ່ມບໍລິສັດ ດວງຈະເລີນ ໃນຈໍານວນ 5 ໂຄງການດັ່ງກ່າວ ເປັນໂຄງການບໍ່ໄດ້ມີການເຄື່ອນໄຫວ ແລະໂຄງການຂອງຕ່າງເທດ (ຂະແໜງພະລັງງານ – ບໍ່ແຮ່) ໃນຈໍານວນ 1 ໂຄງການຄື: ໂຄງການສ້າງ ຂຸດຄົ້ນຖ່ານຫີນ ບ້ານຫ້ວຍງົວ ຂອງບໍລິສັດ ຈຸງຢາງອິຊິຊີມັງລາວຈໍາກັດ (ເປັນການເຄື່ອນປົກກະຕິ).

ພາບ-ຂ່າວໂດຍ: ກິລິຍາ ຄໍາຫຼ້າວິຍາເກດ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມໃຫຍ່ຄັ້ງທີ X ຂອງສະຫະພັນແມ່ຍິງແຂວງສະຫວັນນະເຂດ
Next Post: ສາລະວັນ ພ້ອມແລ້ວໃນການເປີດກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຄັ້ງທີ IX

Related Posts

ສກຂ ຫຼວງພະບາງ ຈັດສອບເສັງຄັດເລືອກນັກຮຽນໄປຮຽນຕໍ່ວິຊາຊີບ ທີ່ ສສ ຫວຽດນາມ ແລະ ສປ ຈີນປະຈຳສົກຮຽນ 2020-2021 Featured
ໃຊ້ເຮືອໄວລົງໄປກວດກາເບິ່ງຕົວຈິງ ພົບວ່າ ສິ່ງທີ່ເຫັນນັ້ນເປັນພຽງກະຕຸກນໍ້າດື່ມໃຫຍ່ 20 ລິດ Featured
ລັດຖະບານໃຫ້ສືບຕໍ່ເພີ່ມທະວີປະຕິບັດມາດຕະການປ້ອງກັນໂຄວິດ-19 ຈົນຮອດ 15 ຕຸລາ 2021 Featured
ປະທານປະເທດ ຕ້ອນຮັບ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ Featured
ຄະນະສະເພາະກິດແຂວງຈໍາປາສັກ ອອກແຈ້ງການດ່ວນ ໃໝ່ຫຼ້າສຸດ Featured
ຂີ່ລົດຟອດມາພ້ອມຂອງກາງ35ກິໂລກະຣາມ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme