Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສາລະວັນ ພ້ອມແລ້ວໃນການເປີດກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຄັ້ງທີ IX

Posted on 28/08/202028/08/2020 By ປະກາດ Pakaad No Comments on ສາລະວັນ ພ້ອມແລ້ວໃນການເປີດກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຄັ້ງທີ IX

ສາລະວັນ: ອີງຕາມການລາຍງານຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາ ລະວັນ ໃຫ້ສຳພາດຕໍ່ສືມວນຊົນໃນວັນທີ 27 ສິງຫາ 2020 ຢູ່ທີ່ຫ້ອງຮັບຮອງສະໂມສອນໃຫຍ່ຂອງແຂວງວ່າ: ສຳລັບ ແຂວງສາລະວັນຂອງພວກເຮົາແມ່ນມີຄວາມພ້ອມແລ້ວລໍຖ້າແຕ່ຄຳສັງຂອງສູນກາງພັກ, ບັນດາອະນຸກຳມະການຕ່າງໆກໍ່ໄດ້ມີການແຕ່ງຕັ້ງ ແລະ ກຽມພ້ອມ,

ປະຈຸບັນນີ້ທົ່ວແຂວງຂອງພວກເຮົາມີ 9 ອົງຄະນະພັກຄື: 1 ອົງຄະນະພັກແຂວງ, 8 ອົງຄະນະພັກເມືອງ ແລະມີ 2 ຄະນະພັກ, ມີຄະນະພັກກອງບັນຊາການທະຫານແຂວງ ແລະຄະນະພັກກອງບັນຊາການ ປກສ ແຂວງ ແລະມີ 36 ຄະນະພັກຮາກຖານ, ຢູ່ອ້ອມຂ້າງແຂວງມີ 20 ຮາກຖານ ແລະຢູ່ຂັ້ນເມືອງມີ 16 ຮາກຖານ, ມີໜ່ວຍພັກທັງໝົດ 946 ໜ່ວຍ, ໜ່ວຍພັກເອກະລາດ 781 ໜ່ວຍ, ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ 165 ໜ່ວຍ, ໃນນັ້ນຂັ້ນເມືອງມີ 804 ໜ່ວຍ, ອ້ອມຂ້າງແຂວງມີ 142 ໜ່ວຍ,

ການດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນເປັນຕົ້ນແມ່ນກອງປະຊຸມໃຫຍ່ຂັ້ນໜ່ວຍພັກ, ຄະນະພັກຮາກຖານ, ອົງຄະນະພັກເມືອງ 8 ຕົວເມືອງ, ຄະນະພັກ 2 ກອງບັນຊາການ ແລະຂັ້ນອົງການຈັດຕັ້ງມະຫາຊົນແມ່ນສຳເລັດ 100%, ສ່ວນການກະກຽມກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ແຕ່ລະໜ້າວຽກຂອງອະນຸກຳມະການຕ່າງໆແມ່ນມີຄວາມພ້ອມ ແລະໃນຜ່ານມາກໍ່ໄດ້ທາບທາມເປັນວົງກວ້າງໃນຮອບທີ I ໄປແລ້ວ ແລະກໍ່ໄດ້ລາຍງານໃຫ້ອະນຸກໍາມະການບຸກຄະລາກອນກໍ່ຄື ຄະນະເລຂາທິການສູນກາງພັກ, ປະຈຸບັນລໍຖ້າແຕ່ຄຳຕອບຂອງຂັ້ນເທິງເພື່ອສືບຕໍ່ທາບທາມໃນຮອບ II ແລະຮອບ III ຕໍ່ໄປ, ໃນໄລຍະລໍຖ້າພວກເຮົາກໍ່ໄດ້ສືບຕໍ່ຂຸ້ນຂ້ຽວກະກຽມໃນດ້ານຕ່າງໆໃນແຕ່ລະອະນຸກຳມະການໃຫ້ມີຄວາມສົມບູນຂື້ນຕື່ມ.

ສຳລັບໃນ 6 ເດຶອນຕົ້ນປີການພັດທະນາເສດຖະກິດ-ສັງຄົມ, ການຈັດເກັບລາຍຮັບ, ການສົ່ງອອກ-ນຳເຂົ້າຂອງສິນຄ້າແມ່ນມີຄວາມຫຍຸ້ງຍາກຫຼາຍ ສະພາບໂດຍລວມໃນທົ່ວໂລກ, ພາກພື້ນ ແລະອະນຸພາກພື້ນກໍ່ຄືຢູ່ໃນ ສ ປ ປ ລາວ ຂອງພວກເຮົາກໍ່ລ້ວນແຕ່ໄດ້ປະສົບກັບຄວາມຫຍຸ້ງຍາກພືດເຄືອງ ແລະໄດ້ຮັບຜົນກະທົບຈາກສົງຄາມການຄ້າ, ການລົງທຶນ, ຈາກນັ້ນການລະບາດຂອງພະຍາດອັກເສບປອດຢ່າງຮຸນແຮງໂຄວິດ 19 ກໍ່ໄດ້ສົ່ງຜົນກະທົບໄປທົ່ວທຸກມູນໂລກ ແລະບັນຫາອື່ນໆ, ແຕ່ດ້ວຍຄວາມຮັບຜິດຊອບ ແລະເອົາໃຈໃສ່ຂອງຄະນະພັກ, ອົງການຈັດຕັ້ງແຕ່ລະຂັ້ນລວມກັບທຸກພາກສ່ວນໃນສັງຄົມເພື່ອຊອກຫາທາງອອກທີ່ດີໃນການພັດທະນາເສດຖະກິດສັງຄົມ ແລະກໍ່ໄດ້ມີຜົນສຳເລັດຫຼາຍດ້ານ, ການນຳເຂົ້າ ແລະສົ່ງອອກຂອງສິນຄ້າປະຕິບັດໄດ້ 825,98 ຕື້ກີບ ເທົ່າກັບ 188% ຂອງແຜນການ, ແຕ່ການນຳເຂົ້າຂອງສິນຄ້າ 28,55 ຕື້ກີບ ເທົ່າກັບ 15%,

ດ້ານການຈັດເກັບລາຍຮັບໃນ 6 ເດຶອນຕົ້ນປີສາມາດຈັດຕັ້ງປະຕິບັດໄດ້ 185 ຕື້ກີບ, ພູດຂອງສູນກາງ 67 ຕື້ກີບ, ປະຕິບັດໄດ້ 28,51% ຂອງແຜນການ, ພູດຂອງແຂວງຄຸ້ມຄອງ 118 ຕື້ບ ປະຕິບັດໄດ້ 37,63% ຂອງແຜນການ, ສ່ວນລາຍຈ່າຍ 493,55 ຕື້ກີບ ປະຕິບັດໄດ້ 43,62% ແລະດ້ານພື້ນຖາໂຄງລາງກໍ່ໄດ້ມີການປັບປຸງບູລະນະສ້ອມແປງພັດທະນາເປັນຕົ້ນກໍ່ແມ່ນເສັ້ນທາງແລະອື່ນໆ.

ໂດຍ: ສິດຕາ​ ເພັດວົງສາ.

ຂ່າວສານບ້ານເມືອງ

Post navigation

Previous Post: 6 ເດືອນຕົ້ນປີ 2020 ມີການລົງທຶນຢູ່ເມືອງຕະໂອ້ຍ 11 ໂຄງການ ມູນຄ່າຫລາຍກວ່າ 60 ຕື້ກີບ
Next Post: ທຶນການສຶກສາ JDS 2020 ເປີດຮັບສະໝັກແລ້ວຕອນນີ້

Related Posts

ແຂວງຫຼວງພະບາງອອກມາດຕະການເພີ່ມເຕີມມື້ນີ້ Featured
ຄົນເຂົ້າ-ອອກເມືອງດ່ານສາກົນບໍ່ເຕ່ນ ຍັງບໍ່ທັນຟົດຟື້ນ Featured
ຖະແຫຼງການ ກໍລະນີເຈົ້າຂອງລົດເມໄລ້ສົດເວົ້າໃຫ້ເຈົ້າໜ້າທີ່ ຢູ່ເມືອງທ່າແຂກ Featured
ຂ່າວດີ! ຖະແຫຼງການເປີດປະເທດ Featured
ຊາວໜຸ່ມແຂວງຫລວງພະບາງ 124 ຄົນ ຖືກຄັດເລືອກໄປເປັນທະຫານ Featured
ສປ.ຈີນ ມອບວັກຊິນໃຫ້ ສປປ.ລາວອີກ 1 ລ້ານໂດສ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme