Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກອງປະຊຸມຄົບຄະນະເປີດກວ້າງ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ

Posted on 25/06/202225/06/2022 By ປະກາດ Pakaad No Comments on ກອງປະຊຸມຄົບຄະນະເປີດກວ້າງ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ

ກອງປະຊຸມຄົບຄະນະເປີດກວ້າງ ຄຊກມດ

ກອງປະຊຸມຄົບຄະນະເປີດກວ້າງ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ຮ່ວມກັບ ຄະນະກຳມາທິການແມ່-ເດັກ (ຄກມດ) ກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນປະຈຳປີ 2022 ແບບເຊິ່ງໜ້າ ແລະ ອອນລາຍ ຂຶ້ນໃນວັນທີ 24 ມິຖຸນານີ້ ທີ່ ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ປະທານ ຄຊກມດ, ທ່ານ ນາງ ອິນລາວັນ ແກ້ວບຸນທັນ ປະທານສູນກາງສະຫະພັນແມ່ຍິງລາວ ຮອງປະທານ ຜູ້ປະຈຳການ ຄຊກມດ, ມີບັນດາທ່ານລັດຖະມົນ ຕີ, ຮອງລັດຖະມັນຕີ ທີ່ເປັນຮອງປະທານ ແລະ ກໍາມະການໃນຄະນະ, ພ້ອມທັງພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ເຫັນດີເປັນເອກະພາບ ໃຫ້ມີການປັບປຸງບັນດານິຕິກຳ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄຊກມດ, ຄກມດ ແລະ ເສນາທິການຊ່ວຍວຽກແຕ່ລະຂັ້ນ ຊຶ່ງໃນນີ້ ຄຊກມດ ເປັນການຈັດຕັ້ງຂອງລັດຖະບານທີ່ບໍ່ປະຈໍາການ ມີຮອງນາຍົກລັດຖະມົນຕີເປັນປະທານ, ປະກອບມີປະທານສະຫະພັນແມ່ຍິງລາວ, ຮອງລັດຖະມົນຕີ, ຮອງປະທານອົງການ ເຂົ້າໃນຄະນະກຳມະການ ເຮັດໜ້າທີ່ຄຸ້ມຄອງ, ການປະສານງານ, ການຕິດຕາມຊຸກຍູ້ ແລະ ການລາຍງານການຈັດ ຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ແລະ ການປະຕິບັດພັນທະພາຄີຕໍ່ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ, ສົນທິສັນຍາວ່າດ້ວຍສິດທິເດັກ ແລະ ບັນດາສົນທິສັນຍາສາກົນອື່ນໆທີ່ຕິດພັນກັບສິດທິຂອງແມ່ຍິງ ແລະ ເດັກ.

ຄຊກມດ ຈະສຸມໃສ່ການຈັດຕັ້ງປະຕິບັດວຽກຄວາມກ້າວໜ້າຂອງແມ່ຍິງ ແລະ ວຽກແມ່ ແລະ ເດັກ 4 ປີ (2022-2025) ແມ່ນສຸມໃສ່: ຈັດຕັ້ງປະຕິບັດ ແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ IV (2021-2025), ໂດຍສະເພາະຂົງເຂດສຶກສາທິການ ແລະ ກິລາ, ຂົງ ເຂດສາທາລະນະສຸກ, ຂົງເຂດແຮງງານ ແລະ ການປົກປ້ອງທາງສັງຄົມ, ຂົງເຂດເສດຖະກິດ, ແມ່ຍິງໃນຕໍາແໜ່ງນຳພາຄຸ້ມຄອງ ແລະ ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດທຳມະຊາດ, ຈັດຕັ້ງປະຕິບັດ ແຜນດໍາເນີນງານເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III (2021-2025) ການສົ່ງເສີມ, ປົກປ້ອງ ແລະ ສ້າງໂອກາດທີ່ເທົ່າທຽມກັນແກ່ເດັກ ແລະ ເສີມຂະຫຍາຍຄວາມເປັນຢູ່ທີ່ດີຂອງເດັກ;

ຫຼຸດຜ່ອນຈໍານວນເດັກທີ່ທຸກຍາກ ແລະ ດ້ອຍໂອກາດໃນຫຼາຍໆດ້ານ ຫຼື ເດັກທີ່ຢູ່ໃນຄົວເຮືອນທີ່ທຸກຍາກ ຢູ່ ສປປ ລາວ,ຈັດຕັ້ງປະຕິບັດ ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ II (2021-2025) ໂດຍເນັ້ນໃສ່ການປ້ອງກັນບໍ່ໃຫ້ເກີດຄວາມຮຸນແຮງ ແລະ ຮັບຄໍາສະເໜີ, ປົກປ້ອງ ແລະ ຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ ໃຫ້ໄດ້ເຂົ້າເຖິງການບໍລິການທາງດ້ານສຸຂະພາບ, ດ້ານຍຸຕິທຳ ແລະ ຕໍາຫຼວດ (ການຊ່ວຍເຫຼືອດ້ານກົດໝາຍ, ການສືບສວນ-ສອບສວນ ແລະ ການພິຈາລະນາຄະດີ) ແລະ ການຊ່ວຍເຫຼືອທາງສັງຄົມ (ການໃຫ້ຄໍາປຶກສາ; ທີ່ພັກເຊົາຊົ່ວຄາວທີ່ປອດໄພ; ການເບິ່ງແຍງລ້ຽງດູເດັກ; ການແພດ; ເສດຖະກິດ; ການສຶກສາ ແລະ ຝຶກອົບຮົມວິຊາຊີບ; ການກັບຄືນສູ່ຄອບຄົວ ແລະ ສັງຄົມ); ຂຽນ ແລະ ສົ່ງບົດລາຍງານແຫ່ງຊາດ ປະຈໍາໄລຍະທີ 10 ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບແບບການຈໍາແນກຕໍ່ແມ່ຍິງ ແລະ ບົດລາຍງານແຫ່ງຊາດປະຈໍາໄລຍະທີ 7 ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ຢູ່ ສປປ ລາວ ສົ່ງໃຫ້ ສປຊ ໃນປີ 2022 ແລະ 2023 ຕາມລຳດັບ;

ຮຽບຮຽງ, ທົບທວນບັນດາກົດໝາຍທີ່ມີຢູ່ ວ່າສະບັບໃດສອດຄ່ອງກັບ ສົນທິສັນຍາ ຊີດໍ ແລະ ສົນທິສັນຍາສິດທິເດັກ ແລະ ກົດໝາຍສະບັບທີ່ຍັງຈໍາກັດ ທີ່ຕ້ອງເຊື່ອມເຂົ້າໄປໃນບາງມາດຕາ ຕາມພັນທະທີ່ລັດຖະບານມີຕໍ່ສາກົນ; ສ້າງຄູ່ມືຈໍານວນໜຶ່ງ ເປັນບ່ອນອີງໃນການຝຶກອົບຮົມ ໃຫ້ກັບບັນດາ ຄກມດ ໃນການຈັດຕັ້ງປະຕິບັດ ສົນທິສັນຍາຊີດໍ ແລະ ສິດທິເດັກ ລວມທັງວຽກຕ່າງໆທີ່ຕິດພັນກັບ ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສົ່ງເສີມ ແລະ ປົກປ້ອງເດັກ;

ສ້າງເອກະສານສຳລັບການໂຄສະນາ ເປັນຕົ້ນ ເຊັ່ນ: ໂປສເຕີ, ແຜ່ນພັບ, ສະປອດໂຄສະນາ, ບົດຄວາມຕ່າງໆ, ລະຄອນ ແລະ ບົດເພັງ ຜ່ານວິທະຍຸ, ໂທລະພາບ, ໜັງສືພິມ ແລະ ສື່ອອນລາຍຕ່າງໆ ໃຫ້ກວ້າງຂວາງໃນທົ່ວສັງຄົມ ແລະ ລົງເລິກເຖິງຜູ້ຫ່າງໄກສອກຫຼີກ ໂດຍນຳໃຊ້ໂທລະໂຄ່ງຂອງບ້ານ ແລະ ພາສາທ້ອງຖິ່ນ; ສຶກສາຄົ້ນຄວ້າ ທີ່ຕິດພັນກັບບັນຫາຂອງຄວາມສະເໝີພາບຍິງ-ຊາຍ ແລະ ເດັກ; ພ້ອມທັງປັບປຸງ/ສ້າງຖານຂໍ້ມູນທີ່ເປັນເອກະພາບທົ່ວປະເທດ ແລະ ເຊື່ອມເຂົ້າໃນຖານຂໍ້ມູນຂອງແຕ່ລະຂົງເຂດ ລວມທັງບົດສຳຫຼວດລະດັບຊາດທີ່ຕ້ອງເຊື່ອມເອົາຕົວຊີ້ບອກບົດບາດຍິງ-ຊາຍ ແລະ ການພັດທະນາເດັກເຂົ້າໃນເຄື່ອງການສຳຫຼວດ.

ຂ່າວ-ພາບ: ບຸນອູ້ມ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ເມືອງຫາດຊາຍຟອງ ກວາດລ້າງກຸ່ມແກ້ງຢາເສບຕິດຢ່າງຕໍ່ເນື່ອງ ມື້ດຽວຢຶດຢາບ້າໄດ້ຫຼາຍ 10 ພັນເມັດ
Next Post: ລະວັງຟ້າຝົນລົມ ພະຍາກອນອາກາດປະຈຳວັນ 26 ມິຖຸນາ 2022

Related Posts

ທ່ານນາຍົກລັດຖະມົນຕີ ລົງພື້ນທີ່ນໍ້າຖ້ວມທີ່ສະຫວັນນະເຂດ ພ້ອມນໍາການຊ່ວຍເຫຼືອມູນຄ່າ 1.3 ຕື້ກວ່າກີບ Featured
ຄ້າຍຄຸມຂັງມີຕົວເລກຢູ່ສາມແຂວງເຖິງ 155ຄົນ Featured
ນັກໂທດຕິດໂຄວິດ-19 ເສຍຊີວິດອີກ 1​ ຄົນ ລວມເປັນ 14 ຄົນແລ້ວ Featured
ຖະແຫຼງການ ກໍລະນີເຈົ້າຂອງລົດເມໄລ້ສົດເວົ້າໃຫ້ເຈົ້າໜ້າທີ່ ຢູ່ເມືອງທ່າແຂກ Featured
ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໂທສາຍປຶກສາຫາລືວຽກງານ Featured
ຜົນສຳເລັດຂອງກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນມັງກອນ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme