Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເຈົ້າແຂວງໆຫົວພັນຢ້ຽມຢາມທະຫານຊາຍແດນ 218

Posted on 16/08/202216/08/2022 By ປະກາດ Pakaad No Comments on ເຈົ້າແຂວງໆຫົວພັນຢ້ຽມຢາມທະຫານຊາຍແດນ 218

ຂ່າວແຂວງຫົວພັນ

ໃນໂອກາດທີ່ທ່ານວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນພ້ອມດ້ວຍຄະນະລົງເຄື່ອນໄຫວຟ້ຽມຢາມແລະເຮັດວຽກຢູ່3ເມືອງ:ເມືອງວຽງໄຊ,ເມືອງຊໍາໃຕ້ ແລະເມືອງກວັນ.ທ່ານພ້ອມດ້ວຍຄະນະຍັງໄດ້ເຂົ້າຢ້ຽມຢາມ ແລະໂອ້ລົມນາຍແລະພົນທະຫານກອງຮ້ອຍ218ທະຫານຊາຍແດນ ຕື່ມອີກ,ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ພັນຕີ ໄມຄໍາ ລັດຕະນະໄຊ ຫົວຫນ້າກອງຮ້ອຍ218 ພ້ອມດ້ວຍນາຍແລະພົນທະຫານດ້ວຍຄວາມອົບອຸ່ນ.

ຈຸດປະສົງໃນການເຂົ້າຢ້ຽມຢາມໃນຄັ້ງນີ້ກໍ່ເພື່ອຢື່ຢາມຖາມຂ່າວເຖິງຄວາມສະດວກຄວາມຫຍຸ້ງຍາກ,ໃນການເຄື່ອນໄຫວວຽກງານ,ຊິວິດການເປັນຢູ່ຂອງນາຍແລະພົນທະຫານກອງຮ້ອຍ218ແລະທ່ານຍັງເນັ້ນຫນັກຫລາຍບັນຫາທີ່ຈະຕ້ອງເອົາໃຈໃສ່ພ້ອມວ່າວຽກງານປ້ອງກັນຊາດເປັນວຽກງານທີ່ສໍາຄັນຕໍ່ພາລະກິດປົກປັກຮັກສາແລະສາສ້າງພັດທະນາປະເທດຊາດ,ສະນັ້ນ ຕ້ອງແບ່ງປະຈໍາການ,ອອກກວດກາລາດຕະເວນເຂດຊາຍແດນໃຫ້ເປັນປົກກະຕິ,ຕ້ອງປະຕິບັດຫນ້າທີ່ຕະຫຼອດ24ຊົ່ວໂມງ,ຕ້ອງມີສະຕິລະວັງຕົວສະກັດກັ້ນ,ຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ຕອບຕ້ານການທຸກເຄື່ອນໄຫວຂອງສັດຕູ,ກຸ່ມຄົນບໍ່ຫວັງດີຢູ່ສະເຫມີ ແລະກຳລັງປະກອບອາວຸດຕ້ອງມີຄວາມຫນັກແຫນ້ນທາງດ້ານການເມືອງແນວຄິດ,ຕ້ອງມີຄວາມຈົ່ງຮັກພັກດີຕໍ່ພັກ,ຕໍ່ປະເທດຊາດ,ຕໍ່ປະຊາຊົນ,ຕ້ອງມີນໍ້າໃຈເສຍສະຫຼະມິນະອົດທົນ,ເພິ່ງຕົນເອງ,ກຸ້ມຕົນເອງ,ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ປົກປັກຮັກສາເຂດຊາຍແດນບໍ່ໃຫ້ເກີດປະກົດການຫຍໍ້ທໍ້ສອງພາກຊາຍແດນ,ຮັບປະກັນໃຫ້ເປັນຊາຍແດນສັນຕິພາບແລະພັດທະນາຮອບດ້ານ.

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ຫຼວງພະບາງ ຈັດສອບເສັງຄັດເລືອກທຶນການສຶກສາຮຽນຕໍ່ວິຊາຊີບທີ່ ສສ ຫວຽດນາມ ແລະ ສປ ຈີນ ປະຈຳສົກຮຽນ 2022-2023
Next Post: ຂ່າວດ່ວນ! ແຈ້ງປ່ອຍນໍ້າອອກເຂື່ອນນໍ້າລີກ 1 ແລະ 2

Related Posts

ຫ້ອງໃຕ້ດິນ ລັ ບ ຢູ່ ສ ວ ນ ຈັ ບ ໄ ປ ໝົດຄອບຄົວ Featured
ເມືອງຜາອຸດົມ ເກີດເຫດການງົວຕາຍກະທັນຫັນ 5 ໂຕ ແບບບໍ່ຮູ້ສາເຫດ ຂ່າວສານບ້ານເມືອງ
ອາກາດຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ Featured
ລັດຖະບານລາວ ແລະ ສະຫະພາບ ເອີຣົບ ປຶກສາຫາລືກການສະໜັບສະໜູນງົບປະມານໃຫ້ແກ່ວຽກງານການສຶກສາແລະໂພຊະນາການ Featured
ຄໍາຂອບໃຈຈາກຄົນຕິດເຊື້ອເຖິງແພດໝໍແລະເຈົ້າໜ້າທີ່ທຸກທ່ານ Featured
ແຂວງຜົ້ງສາລີອອກແຈ້ງການສະບັບໃໝ່ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme