Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກອງປະຊຸມໃຫຍ່ຄັ້ງທີ X ຂອງສະຫະພັນແມ່ຍິງແຂວງສະຫວັນນະເຂດ

Posted on 27/08/202027/08/2020 By ປະກາດ Pakaad No Comments on ກອງປະຊຸມໃຫຍ່ຄັ້ງທີ X ຂອງສະຫະພັນແມ່ຍິງແຂວງສະຫວັນນະເຂດ

ກອງປະຊຸມໃຫຍ່ຄັ້ງທີ X ຂອງສະຫະພັນແມ່ຍິງແຂວງສະຫວັນນະເຂດ ໄດ້ຈັດຂຶ້ນແລະສໍາເລັດລົງໃນວັນທີ25ສິງຫາ 2020 ທີ່ຫ້ອງປະະຊຸມຫ້ອງວ່າການປົກຄອງແຂວງ ໂດຍເປັນປະທານຂອງທ່ານນາງ ສີສະຫວັດ ໂຄດທະວົງສາ ປະທານ ສະຫະພັນແມ່ຍິງແຂວງ,ກຳມະການພັກແຂວງ,ຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ,

ເຂົ້າຮ່ວມມີ ທ່ານນາງ ອິນລະວັນ ແກ້ວບຸນພັນ ກໍາມະການສູນກາງພັກປະທານຄະນະບໍລິຫານງານສະຫະພັນແມ່ຍິງລາວ,ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ ຮອງເຈົ້າແຂວງໆສະຫວັນນະເຂດ,ມີ ປະທານແນວລາວສ້າງຊາດແຂວງ,ມີບັນດາ ທ່ານຄະນະພັກປະຈຳພັກເມືອງ,ຄະນະພັກພະແນກການອ້ອມຂ້າງ,ພະນັກງານອາວຸໂສບຳນານ,ນັກທຸລະກິດຍິງ-ຊາຍ,ຕະຫຼອດຮອດສະມາຊິກແມ່ຍິງໃນທົ່ວແຂວງ,ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມກໍ່ໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຜູ້ແທນແມ່ຍິງແຂວງຄັ້ງທີIXໄລຍະ 05ປີຜ່ານມາແລະທິດທາງວຽກງານຂອງສະຫະພັນແມ່ຍິງແຂວງໄລຍະ05ປີຕໍ່ໜ້າ ໂດຍສັງເຂບ ແລະໃນໂອກາດດຽວກັນ ຄະນະຜູ້ແທນຈໍານວນ 195ສະຫາຍກໍ່ໄດ້ໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມສ່ວນ ເພື່ອປ່ອນບັດຄັດເລືອກ ເອົາຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນມາເປັນຄະນະບໍລິຫານງານ ສະຫະພັນແມ່ຍິງແຂວງສະຫວັນນະເຂດ ຊຸດໃໝ່ ເຊິ່ງໃນນີ້ມີຜູ້ລົງສະໝັກເລືອກຕັ້ງຈຳນວນ 42 ສະຫາຍ ເລືອກເອົາ 37 ສະຫາຍ ,

ຜົນການຄັດເລືອກແລະຮອບກອງປະຊຸມຄັ້ງປະຖົມມະລຶກ ເຫັນດີເລືອກເອົາ ທ່ານ ນາງ ສີສະຫວັດ ໂຄດທະວົງສາ ເປັນປະທານ, ທ່ານນາງ ວຽງສະໝອນ ພະທິທັກ ຮອງປະທານ ທັງເປັນປະທານກວດກາ,ທ່ານນາງ ແກ້ວພອນ ເກດຕະວົງ ເປັນຮອງ,ທ່ານນາງ ສົມຫວັງ ລຳພູວົງ ເປັນຮອງ ແລະ ທ່ານນາງ ເພັດອຸດອນ ອາດສະຜັນທອງ ເປັນຮອງປະທານກວດກາ ແລະ ອີກ 32 ສະຫາຍ ເປັນກຳມະການຄະນະບໍລິຫານງານສະຫະພັນແມ່ຍິງແຂວງ.

ຂ່າວສານບ້ານເມືອງ

Post navigation

Previous Post: ລາວແລະລັດເຊຍປຶກສາຫາລືດ້ານການແພດ ໂດຍສະເພາະ ໂຄວິດ-19
Next Post: 6 ເດືອນຕົ້ນປີ 2020 ມີການລົງທຶນຢູ່ເມືອງຕະໂອ້ຍ 11 ໂຄງການ ມູນຄ່າຫລາຍກວ່າ 60 ຕື້ກີບ

Related Posts

ກະທົບໜັກແຮງງານຫຼາຍກວ່າ 496.000 ຄົນຫວ່າງງານໃນທົ່ວປະເທດ Featured
ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນກັນຍາ 2020 Featured
ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ຂອງອົງການ ສປຊ Featured
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ I ສຳເລັດການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂ່າວສານບ້ານເມືອງ
ການນຳພັກ-ລັດ ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ Featured
ດ່ານພາສີສາກົນວັງເຕົ່າ ເກັບລາຍຮັບໄດ້ 215 ຕື້ກວ່າກີບ ໃນໄຕມາດທໍາອິດປີ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme