Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສັ່ງລົງວິໄນເຈົ້າໜ້າທີ່ໃສ່ຊຸດຕໍາຫຼວດຫຼິ້ນຕິກຕ໋ອກ

Posted on 04/11/202104/11/2021 By ປະກາດ Pakaad No Comments on ສັ່ງລົງວິໄນເຈົ້າໜ້າທີ່ໃສ່ຊຸດຕໍາຫຼວດຫຼິ້ນຕິກຕ໋ອກ

ກົມປ້ອງກັນກຳລັງ, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ເຮັດໜັງສືແຈ້ງຕອບ ສະບັບເລກທີ 409/ກປລ ລົງວັນທີ 02 ພະຈິກ 2021 ເລື່ອງ : ມອບໃຫ້ກອງບັນຊາການ ປກສ ແຂວງວຽງຈັນລົງວິໄນຕໍ່ພະນັກງານ

ຜ່ານການຄົ້ນຄວ້າໜັງສືສະເໜີວິໄນພະນັກງານຂອງກອງບັນຊາການ ປກສ ແຂວງ ວຽງຈັນ ກົມປ້ອງກັນກຳລັງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຈື່ງໄດ້ແຈ້ງມາຍັງຫົວໜ້າກອງບັນຊາການ ປກສ ແຂວງ ວຽງຈັນ ຮັບຊາບວ່າ : ໃນຄັ້ງວັນທີ 10 ມີນາ 2021 ພັຕ ກົງຈັນ ສີວິໄລວົງ ອາຍຸ 55 ປີ ໜ້າທີ່ຮັບຜິດຊອບ ຮອງພະແນກ , ສັງກັດຢູ່ ຫ້ອງຕຳຫຼວດ ປກສ ແຂວງ ວຽງຈັນ.

ຜູ້ກ່ຽວໄດ້ນຸ່ງເຄື່ອງແບບຕຳຫຼວດ ຖ່າຍຄລິບ ວິດີໂອ ຮ້ອງເພງໄທ ລົງສື່ສັງຄົມອອນລາຍ ເຊີ່ງເປັນການເຄື່ອນໄຫວລະເມີດຂໍ້ກຳນົດໃນການນຳໃຊ້ສື່ສັງຄົມອອນລາຍສະບັບເລກທີ 583/ປກສ, ລົງວັນທີ 03 ເມສາ 2019 ລະເມີດຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ມາດຕາ 04 ຂໍ້ຫ້າມ 06 ຫ້າມເຜີຍແຜ່ ຫຼື ເປີດເຜີຍ ຂໍ້ມູນທາງລັດຖະການ, ຮູບພາບໃນເຄື່ອງແບບ ລົງສື່ເອເລັກໂຕນິກ ໂດຍບໍ່ໄດ້ຮັບະນຸຍາດຈາກຂັ້ນເທິງ ຫຼື ການຈັດຕັ້ງກ່ຽວຂ້ອງ ເຊີ່ງກົມປ້ອງກັນກຳລັງ, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ເຫັນດີຕາມການປະຕິບັດວິໄນຂອງ ປກສ ແຂວງວຽງຈັນ ຄື : ເບື້ອງພັກສ້າງບົດບັນທຶກສຶກສາອົບຮົມຂັ້ນໜ່ວຍພັກ, ເບື້ອງລັດ ສ້າງບົດບັນທຶກສຶກສາອົບຮົມກ່າວເຕືອນຂັ້ນຫ້ອງຕຳຫຼວດ

ດັ່ງນັ້ນ, ກົມປ້ອງກັນກຳລັງ, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຈື່ງໄດ້ເຮັດໜັງສືແຈ້ງຕອບສະບັບນີ້ມາຍັງກອງບັນຊາການ ປກສ ແຂວງ ວຽງຈັນ ເພື່ອຮັບຊາບ ແລະ ໃຫ້ຈັດຕັ້ງປະຕິບັດ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ລາຍງານມື້ນີ້1170ຄົນສະຖິຕິໃໝ່ສູງທີ່ສຸດ
Next Post: ກະຊວງການເງິນຊີ້ແຈງການອອກຫວຍສາມຄັ້ງຕໍ່ອາທິດ

Related Posts

ຊົມເຊີຍ 73 ປີ ກອງທັບ ປະຊາຊົນລາວ Featured
ໄຊຍະບູລີໜັກສຸດຕິດເພີ່ມ 606 ທົ່ວປະເທດ 1282 Featured
ບໍລິຄໍາໄຊສືບຕໍ່ລ໋ອກດາວຮອດ 21 ຕຸລາ Featured
ເສຍຊີວິດ 5 ຕິດເພີ່ມ 1212 ປົວດີ 751 Featured
ຮີບຟ້າວລົງທະບຽນ! ເລີ່ມສັກວັກຊິນ J&J 2 ສິງຫາ ເປັນຕົ້ນໄປ Featured
ເຕືອນການເດີນທາງ ເສັ້ນທາງພູເກົ້າຫຼັກເປເພໜັກ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme