Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ໂຄວິດຍັງສືບຕໍ່ລະບາດໃນຊຸມຊົນເປັນວົງກວ້າງໃນ 11ແຂວງ

Posted on 13/10/202113/10/2021 By ປະກາດ Pakaad No Comments on ໂຄວິດຍັງສືບຕໍ່ລະບາດໃນຊຸມຊົນເປັນວົງກວ້າງໃນ 11ແຂວງ

ຄະນະສະເພາະກິດ ໄດ້ຖະແຫຼງຂ່າວເວລາ 10:30 ວັນທີ 13 ຕຸລາ 2021 ນີ້ວ່າ: ວັນທີ 12 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,427 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 566 ຄົນ (ຕິດເຊື້ອພາຍໃນ ມີ 557 ຄົນ ແລະ ຕິດເຊື້ອນໍາເຂົ້າ 9 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 557 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

ນະຄອນຫຼວງວຽງຈັນ 246 ຄົນ: ມາຈາກ 86 ບ້ານ, ໃນ 07 ເມືອງ: 1) ເມືອງຈັນທະບູລີ ມີ 08 ບ້ານ (18 ຄົນ), 2) ເມືອງສີໂຄດຕະບອງ ມີ 26 ບ້ານ (48 ຄົນ), 3) ເມືອງໄຊເສດຖາ ມີ 13 ບ້ານ (105 ຄົນ)( ຄ້າຍຂຸມຂັງ ນາໄຫ 70ຄົນ), 4) ເມືອງສີສັດຕະນາກມີ 08 ບ້ານ (14 ຄົນ), 5) ເມືອງນາຊາທອງ ມີ 08 ບ້ານ (10 ຄົນ), 6) ເມືອງໄຊທານີ ມີ 16 ບ້ານ (35 ຄົນ)( ສູນຫຼັກ 27 ມີ 7 ຄົນ ), 7) ເມືອງຫາດຊາຍຟອງ ມີ 07 ບ້ານ (15 ຄົນ) ສືບຕໍ່ເອົາຂໍ້ມູນ 01 ຄົນ

ແຂວງຫຼວງພະບາງ 186 ຄົນ: 1). ນະຄອນຫຼວງພະບາງ ມີ 16 ບ້ານ (129 ຄົນ), ບ້ານຜາໂອ ມີ 93 ຄົນ (ນັກໂທດ 84 ຄົນ, ນັກບວດວັດຜາໂອ: 9 ຄົນ), ບ້ານໂພສີ ມີ 8 ຄົນ, ບ້ານຜາສຸກ ມີ 6 ຄົນ,​ ບ້ານພູຊ້າງຄໍາ ມີ 3 ຄົນ, ບ້ານໜອງຄໍາ ມີ 3 ຄົນ, ບ້ານໝື່ນນາ ມີ 3 ຄົນ, ບ້ານພູໝອກ ມີ 2 ຄົນ, ບ້ານພູເຫຼັກມີ 2 ຄົນ, ບ້ານນາຊ່າງເຫວີຍ ມີ 2 ຄົນ, ບ້ານຂົ່ວທີ່1, ບ້ານຊຽງແກ້ວ, ບ້ານນາຫຼວງ, ບ້ານວຽງໄຊ, ບ້ານໜອງໂຕກ, ບ້ານເມືອງງາ, ບ້ານໂພນໄຊ ມີ ບ້ານລະ 1 ຄົນ. 2). ເມືອງນໍ້າບາກ ມີ 5 ບ້ານ (42 ຄົນ),​ ບ້ານໂພນສະອາດ ມີ 30 ຄົນ, ບ້ານຟ້າ ມີ 4 ຄົນ, ບ້ານໂພນໄຊ ມີ 3 ຄົນ, ບ້ານນ້ຳລາ ມີ 3 ຄົນ, ບ້ານບົມ ມີ 2 ຄົນ, 3). ເມືອງງອຍ ມີ 3 ບ້ານ (16 ຄົນ), ບ້ານໜອງຂຽວ ມີ 14 ຄົນ, ບ້ານງອຍເກົ່າ ແລະ ບ້ານສົບກອງ ມີ ບ້ານລະ 1 ຄົນ

ແຂວງວຽງຈັນ 49 ຄົນ: 1). ເມືອງແກ້ວອຸດົມ ມີ 08 ບ້ານ (26 ຄົນ), ບ້ານພູເຂົາຄໍາ ມີ 07 ຄົນ (ພະນັກງານໄຟຟ້າ 01 ຄົນ), ບ້ານຖີ່ນແກ້ວ ມີ 06 ຄົນ (ຄ້າຂາຍ 03 ຄົນ, ນັກຮຽນ, ເດັກ ແລະ ປະຊາຊົນ), ບ້ານໂພນຄໍາ ມີ 03 ຄົນ, ບ້ານໂພນແຍງ ມີ 02 ຄົນ (ພະນັກງານຄູ ແລະ ເດັກ), ບ້ານໂພຄໍາ ມີ 02 ຄົນ, ບ້ານທ່າຊັນ ມີ 02 ຄົນ (ແມ່ເຮືອນ ແລະ ປະຊາຊົນ), ບ້ານແສງສະຫວ່າງ ມີ 02 ຄົນ (ພະນັກງານໄຟຟ້າ), ບ້ານສາມັກຄີໄຊ (ນັກໂທດ), ບ້ານນາປູນ (ນັກຮຽນ), 2). ເມືອງວັງວຽງ ມີ 03 ບ້ານ (12 ຄົນ), ບ້ານວຽງແກ້ວ ມີ 09 ຄົນ (ຊາວນາ ມີ 08 ຄົນ ແລະ ຊາວນາ ມີ 01 ຄົນ), ບ້ານຫ້ວຍແຍ ມີ 02 ຄົນ (ຊາວນາ), ບ້ານເມືອງຊອງ ມີ 01 ຄົນ (ພະນັກງານແພດ), 3). ເມືອງໂພນໂຮງ ມີ 04 ບ້ານ (06 ຄົນ), ບ້ານນາເລົ່າ ມີ 02 ຄົນ (ເດັກ ແລະ ປະຊາຊົນ), ບ້ານນາໂພໃຕ້ ມີ 02 ຄົນ (ນັກສຶກສາ ແລະ ປະຊາຊົນ), ບ້ານນາໂພເໜຶອ ມີ 01 ຄົນ (ພະນັກງານແພດ),​ ບ້ານໂພນສີເໜຶອ ມີ 01 ຄົນ (ພະນັກງານ), 4). ເມືອງວຽງຄໍາ ມີ 02 ບ້ານ (05 ຄົນ),​ ບ້ານດອນກວດ ມີ 04 ຄົນ (ເດັກ 02 ຄົນ ແລະ ຜູ້ເຖົ້າ), ບ້ານນາເຄຶອ ມີ 01 ຄົນ (ພະນັກງານ)

ແຂວງສະຫວັນນະເຂດ 27 ຄົນ: 1). ເມືອງອຸທຸມພອນ ມີ 02 ຄົນ, 02 ບ້ານ, ບ້ານຈະເລີນສຸກ ມີ 01 ຄົນ,​ ບ້ານມະນີວົງໄຊ ມີ 01 ຄົນ,​ 2). ນະຄອນໄກສອນ ມີ 25 ຄົນ, 03 ບ້ານ, ບ້ານດົງນາຄໍາ ມີ 13 ຄົນ, ບ້ານດົງດໍາດວນ; ບ້ານໜອງຜື ແລະ ບ້ານໂພນສະຫວ່າງໃຕ້ ມີ ບ້ານລະ 02 ຄົນ, ບ້ານໂພນສະຫວັນ, ບ້ານນາແກ (ກໍາມະກອນ), ບ້ານສະພານ (ກໍາມະກອນ), ບ້ານສະຫນາມໄຊ (ພະນັກງານຄູ), ບ້ານສະພານເຫນຶອ (ພະນັກງານໂຮງແຮມທີ່ເອັດທີ) ແລະ ບ້ານໂນນສະຫວາດ (ຄ້າຂາຍ) ມີບ້ານລະ 01 ຄົນ.

ແຂວງບໍ່ແກ້ວ 16 ຄົນ: ເມືອງ ຕົ້ນເຜີ້ງ ບ້ານດອນມູນ 01 ຄົນ, ເຂດເສດຖາກິດພິເສດ 16 ຄົນ ຊື່ງແມ່ນ ກຳມະກອນກໍ່ສ້າງສະໜາມ ບິນ (ຄົນລາວ 07 ຄົນ, ພະມ້າ 07 ຄົນ, ຈີນ 03 ຄົນ)

ແຂວງຈໍາປາສັກ 15 ຄົນ: 1). ບາຈຽງຈະເລີນສຸກ ມີ 09 ຄົນ, 04 ບ້ານ: ບ້ານຫ້ວຍລືສີ ມີ 06 ຄົນ ແລະ ບ້ານຫົວແຊ, ບ້ານລົ່ມສັກເໜຶອ ແລະ ບ້ານໜອງກອກ ບ້ານລະ 01 ຄົນ, 2). ນະຄອນປາກເຊ ມີ 05 ຄົນ, 05 ບ້ານ ມີ 05 ຄົນຈາກບ້ານຫ້ວຍເລົາ ແລະ ບ້ານໂພນສະຫວັນ (ພະນັກງານແຟນຊິບ), ບ້ານກາງ (ຄ້າຂາຍ), ບ້ານສະໜາມໄຊ (ນັກຮຽນ) ແລະ ບ້ານພູຄູນ (ເດັກ 03 ປີ) ມີບ້ານລະ 01 ຄົນ. 3). ເມືອງຊະນະສົມບູນ ບ້ານເລົ່າ, ມີ 01 ຄົນ (ເພດຊາຍ, ອາຍຸ 49 ປີ, ເຂົ້າມາກວດດ້ວຍຮູບການຊືມເຊື້ອລະບົບຫາຍໃຈຮຸນແຮງກະທັນຫັນ (SARI).

ແຂວງຄໍາມ່ວນ 6 ຄົນ: ຈາກ ເມືອງຄູນຄໍາ, ບ້ານຜາຊ້າງ ມີ 6 ຄົນ

ແຂວງຫຼວງນໍ້າທາ 5 ຄົນ: ມີ 04 ຄົນ ມີປະຫວັດເດີນທາງມາປີ່ນປົວຢູ່ໂຮງໝໍ 150 ຕຽງ ນະຄອນຫລວງວຽງຈັນ ແລະ ອີກ 01 ຄົນ ຈາກບ້ານ ໂພນໄຊສະຫວ່າງ, ເມືອງນໍ້າທາ, ແຂວງຫຼວງນໍ້າທາ ເຊີງ ມາກວດຢູ່ແຂວງຫລວງນໍ້າທາ ແຕ່ຍັງບໍ່ທັນຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.

ແຂວງໄຊສົມບູນ 3 ຄົນ: ເມືອງລ້ອງຊານ ມີ 03 ຄົນ, 02 ບ້ານ, ບ້ານສັນປາຕອງ ມີ 02 ຄົນ, ບ້ານຖໍ້າດິນ ມີ 01 ຄົນ

ແຂວງບໍລິຄໍາໄຊ 2 ຄົນ: ເມືອງປາກຊັນ 02 ຄົນ, ບ້ານປາກຊັນ ມີ 01 ຄົນ (ນັກຮຽນ ມປ ປາກຊັນ ເກັບຕົວຢ່າງຄັ້ງ 2, ບ້ານກ້ວຍອຸດົມ ມີ 01 ຄົນ (ເພດຊາຍ, ພະນັກງານ ດ່ານໜ້າ ສໍາພັດກັບຄົນ ຕິດເຊື້ອ)

ແຂວງສາລະວັນ 2 ຄົນ: ຈາກ ເມືອງສາລະວັນ ບ້ານນາເຫຼັກມີ 02 ຄົນ, ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 9 ຄົນ: 4 ຄົນຈາກ ແຂວງຄໍາມ່ວນ 1 ຄົນ ຈາກ ນະຄອນຫຼວງວຽງຈັນ ແລະ 4 ຄົນຈາກແຂວງສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 12 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 29,964 ຄົນ, ເສຍຊີວິດສະສົມ 35 (ໃໝ່ 02), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 324 ຄົນ, ກໍາລັງປິ່ນປົວ 6,926 ຄົນ.

 ລາຍລະອຽດຜູ້ເສຍຊິວິດ 02 ຄົນມີດັ່ງນີ້

ຜູ້ເສຍຊີວິດຄົນທີ 01, ຢູ່ໂຮງໝໍມິດຕະພາບ ເພດຍີງ ອາຍຸ 45 ປີ ອາຊີບ: ຫວ່າງງານ. ບ້ານ ໂນນສົມບູນ ເມືອງ ສີໂຄດ ແຂວງ ນະຄອນຫລວງ.

  • ຜູ້ກ່ຽວໄດ້ໄປກວດຢູ່ໂຮງໝໍຕຳຫລວດ ພົບວ່າເລືອດຈາງທ່ານໝໍໄດ້ເເນະນຳໄປໃສ່ເລືອດຢູໂຮງໝໍສູນກາງ, ມາຮອດທີ່ 25/9/2021 ໄປກວດຢູ່ມະໂຫສົດແລ້ວໄດ້ກັກຢູ່ຫ້ອງແຍກປ່ຽວ,ຈົນມາຮອດທີ່ 28/9/2021 ໄດ້ຜົນກວດຢັ້ງຢືນເປັນ COVID-19 ແລ້ວ ຍ້າຍມາໂຮງໝໍມິດຕະພາບ.
  • ພະຍາດປະຈຳຕົວ: ຫາກໍ່ຮູ້ວ່າເປັນໄຂ່ຫລັງຊຸດໂຊມ.
  • ໄດ້ສັກຢາວັກຊິນ 1 ເຂັມ, Sinopharm.
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 28/09/2021-12/10/2021.
  • ຮອດເວລາ 12:20 ໂມງຂອງວັນທີ 12/10/2021 ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ເສຍຊີວິດຄົນທີ 02, ເປັນເພດຊາຍ, ອາຍຸ 80 ປີ, ບ້ານປາກແຮດ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ

  • ບໍ່ໄດ້ຮັບການສັກຢາວັກຊີນກັນພະຍາດໂຄວິດ-19
  • ພະຍາດປະຈໍາຕົວ: ເສັ້ນເລືອດສະໜອງແຕກ ຜ່າຕັດມາໄດ້ 06 ປີແລ້ວ, ຄົນເຈັບມີຊັກ ແຕ່ບໍ່ກິນຢາປະຈໍາ ແລະ ຄວບຄຸມຊັກບໍ່ໄດ້
  • ໃນເບື້ອງຕົ້ນ ຜູ້ກ່ຽວມີປະຫັວດສໍາຜັດໃກ້ຊິດກັບຄົນໃນຄອບຄົວຕິດເຊື້ອທັງໜົົດ ມີ 05 ຄົນ
  • ວັນທີ 7 ຕຸລາ 2021: ຜູ້ກ່ຽວ ໄດ້ເຂົ້າໂຮງໝໍພາກສະໜາມສູນຝຶກວິຊາຊີບຄົນພິການສີເກີດ ນໍາເມຍຂອງຜູ້ກ່ຽວ ຍ້ອນວ່າ ເມຍ, ລູກ ຕິດເຊື້ອ ແລະ ອີກຢ່າງໜື່ງຜູ້ກ່ຽວເປັນຄົນເຈັບທີ່ບໍ່ສາມາດຊ່ວຍເຫລຶອຕົນເອງໄດ້.
  • ວັນທີ 8 ຕຸລາ 2021: ຜົນກວດອອກມາແມ່ນພົບເຊື້ອ
  • ໄລຍະທີ່ນອນຢູ່ສູນດັ່ງກ່າວ ແມ່ນແຕ່ວັນທີ 07-13/10/2021 ເປັນເວລາ 07 ມື້
  • ຮອດເວລາ 05:00 ໂມງເຊົ້າຂອງວັນທີ 13/10/2021 ຜູ້ກ່ຽວໄດ້ເສຍຊີວິດ.
  • ສາຍເຫດຂອງການເສຍຊິວິດ ຍ້ອນ Uncontrolled Status Epilepticus
Featured, ຂ່າວສານບ້ານເມືອງ, ໂຄວິດ-19

Post navigation

Previous Post: ໃຜມີລົດເຖື່ອນຮີບໄປແຈ້ງເສຍພາສີດ່ວນຖ້າກາຍກໍານົດຈະຖືກປັບໃໝໜັກ
Next Post: ຄ້າຍຄຸມຂັງມີຕົວເລກຢູ່ສາມແຂວງເຖິງ 155ຄົນ

Related Posts

ສັດສ່ວນຜູ້ຕິດເຊື້ອຫຼຸດລົງກວມພຽງ 18% Featured
ແຈ້ງເຕືອນ ຝົນຕົກໜັກ ຟ້າລົມຟ້າເຫຼື້ອມ ແລະ ລົມພັດແຮງ Featured
ເລັ່ງຊອກຫາຜູ້ເດີນທາງຈາກບໍ່ແກ້ວ ເຂົ້າຫຼວງພະບາງ 35 ຄົນ ເຂົ້າສູນກັກກັນໃຫ້ໄວ Featured
ໄຟຟ້າລາວລົງໂທດພະນັກງານ ທີ່ຮ່ວມຫົວລັກໃຊ້ກະແສໄຟຟ້າແບບຜິດກົດໝາຍ Featured
ຂ່າວດ່ວນ! ທີ່ນະຄອນປາກເຊ ໄຟໄໝ້ເສຍຫາຍໜັກ! (ມີຄລິບ) Featured
ມວນຊົນຊາວຫຼວງພະບາງຮ່ວມກັນໃສ່ບາດ ແລະບໍລິຈາກເລືອດໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme