Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ໂຮງຮຽນ ມຕົ້ນ ສົງ ເມືອງຫົງສາ ໄດ້ຮັບອຸປະກອນການຮຽນ

Posted on 17/08/202017/08/2020 By ປະກາດ Pakaad No Comments on ໂຮງຮຽນ ມຕົ້ນ ສົງ ເມືອງຫົງສາ ໄດ້ຮັບອຸປະກອນການຮຽນ

ໄຊຍະບູລີ: ພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີ ໄດ້ມອບອຸປະກອນການຮຽນ-ການສອນ ແລະ ອຸປະກອນເຄື່ອງຕັດຫຍ້າ ຈຳນວນ 1 ເຄື່ອງ ລວມມູນຄ່າທັງໝົດ 5 ລ້ານກວ່າກີບ ໃຫ້ແກ່ໂຮງຮຽນ ມຕົ້ນ ສົງ ເມືອງຫົງສາ ແຂວງໄຊຍະບູລີ ເຊິ່ງຕາງໜ້າມອບໂດຍ ທ່ານ ພູວັງ ກອງຊັບ ຮອງຫົວໜ້າ ພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີ, ຫົວໜ້າຫ້ອງການ ກອງເລຂາຄະນະກໍາມະການຄຸ້ມຄອງ ແລະ ນໍາໃຊ້ເງິນທຶນພັດທະນາຊຸມຊົນ ໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ ແລະ ກ່າວຮັບໂດຍ ພະອາຈານ ສົມພອນ ຄຳຈະເລີນ ຜູ້ອຳນວຍການ ໂຮງຮຽນ ມຕົ້ນ ສົງ ເມືອງຫົງສາ.

ໃນໂອກາດນີ້, ພະອາຈານ ສົມພອນ ຄຳຈະເລີນ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນມາຍັງພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີ ແລະ ຈະນຳເອົາເຄື່ອງ ອຸປະກອນດັ່ງກ່າວນີ້ ໄປຮັບໃຊ້ເຂົ້າໃນວຽກງານການຮຽນ-ການສອນ ໃຫ້ເກີດດອກອອກຜົນໃນຕໍ່ໜ້າ ແລະ ດີຂຶ້ນເທື່ອລະກ້າວ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວບຸນ ບຸນຜ້າປ່າສາມັກຄີເພື່ອສົມທົບທຶນສ້າງພັດທະສີມາ ທີ່ວັດບຸນເໜືອ ເມືອງບຸນເໜືອ ແຂວງຜົ້ງສາລີ
Next Post: ມອບ-ຮັບໜ້າທີ່ ປະທານສະຫະພັນກຳມະບານ ນະຄອນຫຼວງວຽງຈັນ

Related Posts

ວາລະແຫ່ງຊາດມີຫຼາຍກວ່າ 9 ພັນບັນຊີ ທີ່ຕ້ອງກວດລ້າງຢູ່ນະຄອນຫຼວງວຽງຈັນ Featured
ຜົນຂອງ ກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ລະຫວ່າງວັນທີ 21-25 ມິຖຸນາ 2021 Featured
ຖະແຫຼງຂ່າວ 16 ກໍລະກົດ 2021 ໂຄວິດ-19 ! ຕິດໃນຊຸມຊົນ 1 ຄົນ ແລະ ນໍາເຂົ້າ 94 ຄົນ Featured
ຂ່າວດີແທ້ໆແຂວງຫົວພັນຜ່ອນຄາຍມາດຕະການ Featured
ທຳລາຍເຄື່ອງມືທີ່ນຳໃຊ້ເຂົ້າໃນການທຳລາຍຊັບພະຍາກອນປ່າໄມ້ ແລະ ການລ່າ ສັດນ້ຳ-ສັດປ່າ ທີ່ແຂວງອຸດົມໄຊ Featured
ນະຄອນຫຼວງວຽງຈັນຫ້າມຈັດບຸນອອກພັນສາໃນເຂດບ້ານແດງເດັດຂາດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme