Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມອບ-ຮັບໜ້າທີ່ ປະທານສະຫະພັນກຳມະບານ ນະຄອນຫຼວງວຽງຈັນ

Posted on 19/08/202019/08/2020 By ປະກາດ Pakaad No Comments on ມອບ-ຮັບໜ້າທີ່ ປະທານສະຫະພັນກຳມະບານ ນະຄອນຫຼວງວຽງຈັນ

ໃນຕອນບ່າຍຂອງວັນທີ 14 ສິງຫາ 2020, ຢູ່ຊັ້ນ 3 ປົກຄອງນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບໜ້າທີ່ ລະຫວ່າງສະຫາຍ ແກ່ນຄໍາ ຫົດທິລາດ ກຳມະການພັກ ນວ ປະທານສະຫະພັນກຳມະບານ ນະຄອນຫຼວງວຽງຈັນ (ຜູ້ເກົ່າ) ແລະ ສະຫາຍ ດາວເພັດ ອາລຸນ ປະທານສະຫະພັນກຳມະບານ ນະຄອນຫຼວງວຽງຈັນ (ຜູ້ໃໝ່),

ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ພົມມະຈັນ ຄະນະປະຈຳພັກ ນວ ຫົວໜ້າຄະນະຈັດຕັ້ງ ນວ ແລະ ສະຫາຍ ວັນຄໍາ ໄຊຍະຣັກ ຫົວໜ້າກົມຈັດຕັ້ງສູນກາງສະຫະພັນກໍາມະບານລາວ, ມີບັນດາຄະນະບໍລິຫານງານສະຫະພັນກຳມະບານ ນວ ແລະ ປະທານສະຫະພັນກຳມະບານ 9 ຕົວເມືອງ ພ້ອມດ້ວຍແຂກຖືກເຊີນລວມມີ 50 ສະຫາຍ, ຍິງ 17 ສະຫາຍ ເຂົ້າຮ່ວມເປັນສັກຂີພິຍານ.

ພິທີມອບ-ຮັບໜ້າທີ່ຄັ້ງນີ້ ຈັດຂຶ້ນໂດຍອີງຕາມມະຕິຕົກລົງສະບັບເລກທີ 655/ຄພ.ນວ; ລົງວັນທີ 10 ສິງຫາ 2020 ວ່າດ້ວຍການແຕ່ງຕັ້ງປະທານສະຫະພັນກໍາມະບານ ນະຄອນຫຼວງວຽງຈັນ.

ດັ່ງນັ້ນ, ຄະນະປະຈໍາພັກນະຄອນຫຼວງວຽງຈັນ ຈຶ່ງໄດ້ຕົກລົງແຕ່ງຕັ້ງທ່ານ ດາວເພັດ ອາລຸນ ເປັນປະທານສະຫະພັນກໍາມະບານ ນະຄອນຫຼວງວຽງຈັນ; ສ່ວນທ່ານ ແກ່ນຄໍາ ຫົດທິລາດ ກໍາມະການພັກ ນວ ປະທານສະຫະພັນກໍາມະບານ ນວ (ຜູ້ເກົ່າ) ແມ່ນອອກພັກການ-ຮັບອຸດໜູນບໍານານ ຕາມມະຕິຕົກລົງ ຂອງຄະນະເລຂາທິການສູນກາງສະບັບເລກທີ 82/ຄລສພ, ລົງວັນທີ 29 ພຶດສະພາ 2020 ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ.

ໂອກາດດຽວກັນ ສະຫາຍ ບຸນທອງ ພົມມະຈັນ ຄະນະປະຈຳພັກ ນວ ຫົວໜ້າຄະນະຈັດຕັ້ງ ນວ ໄດ້ໃຫ້ກຽດໂອ້ລົມໂດຍໄດ້ກ່າວເນັ້ນວ່າ: ການມອບ-ຮັບໜ້າທີ່ໃນຄັ້ງນີ້ ແມ່ນກົດເກນ, ເປັນຫຼັກການ ໂດຍອີງຕາມຄວາມເຫັນດີຂອງຂັ້ນເທິງ ໃນການປັບປຸງຈັດຕັ້ງ ແລະ ສັບຊ້ອນ ຕາມຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະ; ພ້ອມທັງກ່າວເຖິງທ່ານປະທານສະຫະພັນກຳມະບານ (ຜູ້ເກົ່າ) ທີ່ພັກການຮັບອຸດໜູນບໍານານ ກໍໃຫ້ເປັນແບບຢ່າງ, ຮັກສາສຸຂະພາບ; ສ່ວນທ່ານປະທານສະຫະພັນກຳມະບານ (ຜູ້ໃໝ່) ແມ່ນຕ້ອງເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດ, ມີຄວາມຮັບຜິດຊອບ, ເຮັດວຽກເປັນໝູ່ຄະນະ ແລະ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານລັດຖະກອນ ໃຫ້ມີແນວຄິດອຸ່ນອ່ຽງ, ທຸນທ່ຽງ, ມີຄວາມສາມັກຄີຢ່າງແໜ້ນແຟ້ນ ເພື່ອເຮັດສໍາເລັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້.

ຂ່າວສານບ້ານເມືອງ

Post navigation

Previous Post: ໂຮງຮຽນ ມຕົ້ນ ສົງ ເມືອງຫົງສາ ໄດ້ຮັບອຸປະກອນການຮຽນ
Next Post: ສະເຫລີມສະຫລອງວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ຄົບຮອບ 60 ປີ

Related Posts

ສານຂອງທ່ານ ນາຍົກລັດຖະມົນຕີ ເນື່ອງໂອກາດວັນສິ່ງແວດລ້ອມໂລກ Featured
ຫລວງພຣະບາງ ເລັ່ງຟື້ນຟູ ດອນຊາຍມຸງຄຸນ ບຸນສົງການປີໃໝ່ລາວ Featured
ຂ່າວດີ! ແຜນການບໍລິການນ້ຳມັນປະຈຳວັນທີ 21-22 ມິຖຸນາ 2022 ຂອງປໍ້າ ລນລ Featured
ກອງປະຊຸມຄະນະລັດຖະບານ ປະຈໍາເດືອນສິງຫາ 2020 ມີຫຼາຍປະເດັນຖືກຮັບຮອງ ຂ່າວສານບ້ານເມືອງ
ຊົມເຊີຍ 73 ປີ ກອງທັບ ປະຊາຊົນລາວ Featured
ຄົນເຈັບຕິດໂຄວິດເສຍຊິວິດໃໝ່ທັງສອງຢູ່ນະຄອນຫຼວງວຽງຈັນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme