Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂ່າວບຸນ ບຸນຜ້າປ່າສາມັກຄີເພື່ອສົມທົບທຶນສ້າງພັດທະສີມາ ທີ່ວັດບຸນເໜືອ ເມືອງບຸນເໜືອ ແຂວງຜົ້ງສາລີ

Posted on 17/08/202017/08/2020 By ປະກາດ Pakaad No Comments on ຂ່າວບຸນ ບຸນຜ້າປ່າສາມັກຄີເພື່ອສົມທົບທຶນສ້າງພັດທະສີມາ ທີ່ວັດບຸນເໜືອ ເມືອງບຸນເໜືອ ແຂວງຜົ້ງສາລີ

ຂໍເຊີນຮ່ວມບໍລິຈາກເປັນເຈົ້າພາບບຸນຜ້າປ່າສາມັກຄີ
ເພື່ອສົມທົບທຶນສ້າງພັດທະສີມາ ທີ່ ວັດບຸນເໜືອ ເມືອງບຸນເໜືອ ແຂວງຜົ້ງສາລີ ລະຫວ່າງວັນທີ 21-25/08/2020

ອາຕະມາ ສາທຸໃຫຍ່ ຈັນທະຣິນ ຈິນນະທັມໂມ ພ້ອມດ້ວຍຄະນະສັດທາຍາດໂຍມຜູ້ໃຈບຸນທັ້ງຫຼາຍ ແລະ ຄະນະສົງ ສິດສານຸສິດ ຍາດໂຍມ ຈາກນະຄອນຫຼວງວຽງຈັນ ຮ່ວມສາມັກຄີກັນຕັ້ງກອງບຸນຜ້າປ່າສາມັກຄີຂຶ້ນ ທີ່ ວັດພູຄວາຍໂພຄາຣາມ ບ້ານນາສ້າງເຫວີຍ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ລາຍການເຮັດບຸນມີຄື:

⭕ ວັນທີ 21/08/2020 : ເວລາ 05:00ໂມງເຊົ້າ: ຄະນະສັດທາພາຍໃນນະຄອນຫຼວງວຽງຈັນ ຂຶ້ນລົດເມທີ່ປະຕູໄຊ ອອກເດີນທາງໄປສົມທົບກອງບຸນທີ່ນະຄອນຫຼວງພະບາງ, ຈາກນັ້ນ ທ່ຽວຊົມແລະນອນພັກຜ່ອນຕາມອັດທະຍາໄສ
⭕ ວັນທີ 22/08/2020 : ເວລາ 07:00ໂມງເຊົ້າ ອອກເດີນທາງໄປທອດຜ້າປ່າສາມັກຄີທີ່ແຂວງຜົ້ງສາລີ

  • ເວລາ 18:00ໂມງ : ເດີນທາງຮອດແລະພັກ ທີ່ ວັດບຸນເໜືອ ມ.ບຸນເໜືອ ແຂວງຜົ້ງສາລີ

⭕ ວັນທີ 23/08/2020 : ເວລາ 07:00ໂມງ : ທຳບຸນໃສ່ບາດ, ຕາມດ້ວຍ ພິທີແຫ່ຖວາຍກອງບຸນຜ້າປ່າສາມັກຄີ ແລະພິທີຫົດສົງເຖຣາພິເສກ 1ກອງ ທີ່ ວັດບ້ານບຸນເໜືອ ເມືອງບຸນເໜືອ ແຂວງຜົ້ງສາລີ, ຈາກນັ້ນ ເຊີນທ່ຽວຊົມພຣະທາດພູຟ້າ-ສວນຊາ 400ປີ, ເທດສະບານເມືອງຜົ້ງສາລີ..ຕາມເວລາເໝາະສົມ (ນອນພັກທີ່ອຸດົມໄຊ – ແວະເມືອງຫຼາຂໍພອນພຣະເຈົ້າສິງຄຳ)
⭕ ວັນທີ 24/08/2020 : ເວລາ 08:00ໂມງ : ທ່ຽວຊົມວັດພູທາດອຸດົມໄຊ, ນ້ຳກັດຢໍລະປາ, ຈາກນັ້ນເດີນທາງກັບ ແລະແວະນອນພັກຜ່ອນທີ່ນະຄອນຫຼວງພະບາງ.
⭕ ວັນທີ 25/08/2020 : ເວລາ 08:00ໂມງເຊົ້າ ອອກເດີນທາງກັບ ແລະ ເວລາ 18:00ໂມງ : ເດີນທາງຮອດ ນະຄອນຫຼວງວຽງຈັນ

🔵 ດັ່ງນັ້ນ ຈຶ່ງຂ່າວບຸນນີ້ມາຍັງທ່ານຜູ້ໃຈບຸນທັງຫຼາຍ ໄດ້ຮ່ວມບໍລິຈາກປັດໄຈທຳບຸນຕາມກຳລັງສັດທາ ແລະຂໍເຊີນຮ່ວມເດີນທາງສະແຫວງບຸນໃນຄັ້ງນີ້ດ້ວຍ ຈຶ່ງຂໍອວຍພອນໄຊໃຫ້ທ່ານຈົ່ງມີແຕ່ຄວາມສຸກ ສະຫວັດດີພາບ ມີອາຍຸ ວັນໂນ ສຸຂັງ ພະລັງ ແລະທານບາລະມີໃນຄັ້ງນີ້ ຈົ່ງເປັນຂົວບຸນ-ຂົວທາງໃຫ້ທ່ານເດີນໄຕ່ໄປຮອດມະນຸດສົມບັດ ສະຫວັນສົມບັດ ແລະນິບພານສົມບັດໃນໄວໄວນີ້ດ້ວຍເທີ້ນ..

🙏🙏🙏ຜູ້ສົນໃຈຮ່ວມເດີນທາງສະແຫວງບຸນ ຕິດຕໍ່ສອບຖາມແລະຈອງທີ່ນັ່ງໄດ້ໂທ :
✔(ຄ່າລົດ 200,000ກີບ/ຄົນ : ສາຍບຸນຫຼວງພະບາງ 030-5876-947),
✔(ຄ່າລົດ 400,000ກີບ/ຄົນ : ສາຍບຸນນະຄອນຫຼວງວຽງຈັນ 020-7882-8899 ໂທແລະວອດແອັບ)

🔴 ໝາຍເຫດ: ອາດມີການປ່ຽນແປງບາງລາຍການຕາມຄວາມເໝາະສົມເວລາ

Featured, ວັດທະນະທໍາ

Post navigation

Previous Post: ພິທີໂຮມຊຸມນຸມສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີ
Next Post: ໂຮງຮຽນ ມຕົ້ນ ສົງ ເມືອງຫົງສາ ໄດ້ຮັບອຸປະກອນການຮຽນ

Related Posts

ມາດຕະການສະບັບໃໝ່ຂອງແຂວງຈໍາປາສັກ Featured
178ບ້ານແລ້ວທີ່ເປັນບ້ານແດງໃນນະຄອນຫຼວງວຽຽງຈັນ Featured
ແຂວງຄໍາມ່ວນອອກຄໍາສັ່ງສະບັບໃໝ່ຮັບມືໂຄວິດ Featured
ງົດງາມ ຍົກຍອດຂຶ້ນແລ້ວ ຫໍພຣະເມນ ເພື່ອຖວານພຣະເພີງ ແດ່ ມະຫາງ່ອນ ດໍາລົງບຸນ (ຊົມຄລິບ) Featured
ໝອກພາກເໜືອຝົນເບົາບາງພາກໃຕ້ Featured
ລາຄານໍ້າມັນໃໝ່ທົ່ວປະເທດເລີ່ມມື້ນີ້ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme