ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2020, ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນປະຕິບັດງານ 6 ເດືອນຕົ້ນປີ ແລະ ກຳນົດທິດທາງແຜນການ 6 ເດືອນທ້າຍປີ 2020 ຂຶ້ນຢູ່ທີ່ ໂຮງແຮມ ດອກຈຳປາ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ.

ເຊິ່ງກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນພະມິດ ໂສມວິຈິດ, ອໍານວຍການໂຄງການເກັບກູ້ລະເບີດແຫ່ງຊາດ, ທ່ານ ຫວັນທອງ ຄໍາດາລາ, ຮອງອໍານວຍການໂຄງການເກັບກູ້ລະເບີດແຫ່ງຊາດ, ມີຜູ້ເຂົ້າຮ່ວມຈາກ ຄກລ ທົ່ວປະເທດ ກໍຄື ບັນດາຫົວໜ້າ-ຮອງຫົວໜ້າ ຫ້ອງການປະສານງານ ຄກລ ທັງ 09 ແຂວງ, ບັນດາ ຫົວໜ້າ-ຮອງຫົວໜ້າໜ່ວຍງານ ປະຈໍາ ຫ້ອງການໃຫຍ່ ຄກລ ວຽງຈັນ, ຫົວໜ້າ ສູນຝຶກອົບຮົມ ຄກລ, ບັນດາຊ່ຽວຊານພາກສະໜາມ, ພະນັກງານວິຊາການ, ບໍລິສັດ ເທັດທຣ້າ ເທັກ (ຜູ້ບໍລິຫານທຶນຊ່ວຍເຫຼືອ ຈາກ ລັດຖະບານສະຫະລັດອາເມລິກາ) ແລະ ບັນດາຜູ້ຕາງໜ້າ ຄູ່ຮ່ວມງານ ຂອງ ຄກລ ລວມທັງໝົດຫຼາຍກວ່າ 75 ທ່ານ.

ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາທັງໝົດ 4 ວັນເຕັມ ນັບແຕ່ວັນທີ 21 ກໍລະກົດ 2020 ໄປຈົນເຖິງ ວັນທີ 24 ກໍລະກົດ 2020.

ຈຸດປະສົງຂອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການລາຍງານ ແລະ ທົບທວນຄືນຜົນການຈັດຕັ້ງປະຕິບັດກິດຈະກຳ ຂອງ ບັນດາວຽກງານຈຸດສຸມ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດ ໃນໄລຍະ 6 ເດືອນຜ່ານມາ ພ້ອມທັງ ຈະໄດ້ສຸມໃສ່ຄົ້ນຄວ້າຊອກຫາວິທີການ ແລະ ມາດຕະການແກ້ໄຂບັນດາຂໍ້ຄົງຄ້າງ ແລະ ບັນຫາອື່ນໆທີ່ຕິດພັນ.

ໃນວາລະກ່າວເປີດກອງປະຊຸມ ທ່ານ ປະທານປະກອງປະຊຸມໄດ້ກ່າວມີຄຳເຫັນ ແລະ ເນັ້ນໜັກຕໍ່ທີ່ປະຊຸມ ໃຫ້ ເອົາໃຈໃນການປຶກສາຫາລື ແລະ ຖອດຖອນບົດຮຽນຮ່ວມກັນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວຽກງານພາກສະໜາມທີ່ຈໍາເປັນຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອເຮັດແນວໃດໃຫ້ວຽກງານສາມາດບັນລຸໄດ້ຕາມແຜນປະຕິບັດງານປະຈຳປີ ທີ່ໄດ້ຮັບການອະນຸມັດຈາກລັດຖະບານ ແຫ່ງ ສປປ ລາວ ແລະ ບັນດາຜູ້ໃຫ້ທຶນ, ຖ້າຫາກມີຄວາມຈຳເປັນຕ້ອງໄດ້ມີການດັດແກ້ ຫຼື ປັບປຸງແຜນຄືນໃໝ່ ແມ່ນຕ້ອງໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຮັບປະກັນການຈັດຕັ້ງປະຕິບັດໃຫ້ບັນລຸໄດ້ຕາມລະດັບຄາດໝາຍ,

ເນື່ອງຈາກໄລຍະຜ່ານມາການຈັດຕັ້ງປະຕິບັດວຽກງານ ຂອງພວກເຮົາແມ່ນພົບຂໍ້ຫຍຸ້ງຍາກ ແລະ ໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງ ພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ 19 (COVID 19), ເຮັດໃຫ້ການປະຕິບັດງານມີສະພາບບໍ່ຕໍ່ເນື່ອງ ແລະ ໄດ້ໂຈະການປະຕິບັດງານຊົ່ວຄາວເປັນເວລາເກືອບ 2 ເດືອນ ເຊິ່ງເປັນໜຶ່ງໃນບັນຫາສໍາຄັນ ທີ່ເຮັດໃຫ້ການຈັດຕັ້ງປະຕິບັດແຜນຂອງ ຄກລ ບໍ່ສາມາດບັນລຸໄດ້ຕາມທີ່ໄດ້ກໍານົດໄວ້ໃນປີ 2020.
