ສະຫວັນນະເຂດ: ໃນວັນທີ 3 ກັນຍາ 2020 ນີ້,ກອງບັນຊາການປກສແຂວງສະຫວັນນະເຂດໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະພົນຕຳຫຼວດ ປກສ ແຂວງໃຫ້ຜູ້ທີ່ມີຜົນງານດີເດັ່ນແລະຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ,ໃນການປະຕິບັດໜ້າທີ່ວຽກງານ ແລະ ສັບຊ້ອນໃຫ້ນາຍຕຳຫຼວດທີ່ສຳເລັດການສຶກສາຈາກະຖາບັນການສຶກສາ ຂອງກຳລັງປ້ອງການຄວາມສະຫງົບ,

ໂດຍເປັນປະທ່ານຂອງທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ,ມີຄະນະພັກ,ຄະນະບັນຊາ,ຄະນະຫ້ອງ,ຄະນະພະແນກ,ກອງພັນປ້ອກັນເຄື່ອນທີ່,ໂຮງຮຽນປກສ ຊັ້ນສູງເລກ3, ປກສເມືອງ ທົ່ວແຂວງ ແລະພະນັກງານ-ນັກຮົບຜູ້ທີ່ໄດ້ຮັບການເລື່ອນຊັ້ນ ແລະ ສັບຊ້ອນເຂົ້າຮ່ວມ.

ພັທ ຄໍາຜາຍ ຄູນລາດສຸວັນນະວົງ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,ສະບັບເລກທີ 1620,1619/ປກສ ລົງວັນທີ 14ສິງຫາ 2020, ຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ,ສະບັບເລກທີ 2807/ກມປສ ລົງວັນທີ 06 ສິງຫາ 2020, ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດກອງບັນຊາການ ປກສແຂວງສະຫວັນນະເຂດ, ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງສະຫວັນນະເຂດ,ສະບັບເລກທີ380 /ປກສ.ສຂ,ລົງວັນທີ31 ພຶດສະພາ 2020 ວ່າດ້ວຍການເລື່ອນຊັ້ນໃຫ້ພົນຕໍາຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ,

ໃນນີ້ຜູ້ທີ່ໄດ້ຮັບເລື່ອນຊັ້ນທັງໝົດຈໍານວນ 141 ສະຫາຍ ຍິງ 26ສະຫາຍ, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 21 ສະຫາຍ,ຍິງ 1 ສະຫາຍ,ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 51 ສະຫາຍ,ຍິງ 11 ສະຫາຍ,ເລື່ອນຊັ້ນ,ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຮ້ອຍໂທ 33 ສະຫາຍ,ຍິງ 8 ສະຫາຍ,ເລື່ອນຊັ້ນ ວາທີຮ້ອຍຕີ ຂຶ້ນ ຮ້ອຍຕີ 10ສະຫາຍ,ຍິງ1ສະຫາຍ,ເລື່ອນຊັ້ນ ສິບເອກ ຂຶ້ນ ວ່າທີຮ້ອຍຕີ 19 ສະຫາຍ,ຍິງ 4 ສະຫາຍ,ເລື່ອນຊັ້ນສິບໂທ ຂຶ້ນ ສິບເອກ 6ສະຫາຍ,ຍິງ 1ສະຫາຍ ແລະ ເລື່ອນຊັ້ນ ສິບຕີ ຂຶ້ນ ສິບໂທ 1ສະຫາຍ ໂດຍການປະດັບຊັ້ນຂອງທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ,ພ້ອມນີ້ ຍັງໄດ້ປະກາດສັບຊ້ອນນາຍຕຳຫຼວດທີ່ສຳເລັດການສຶກສາ ຈາກສະຖາບັນການສຶກສາ ໂຮງຮຽນ ປກສ ຊັ້ນສູງ ເລກ 3, ຂອງກໍາລັງປ້ອງກັນຄວາມສະຫງົບ ຈຳນວນ 101 ສະຫາຍ,ຍິງ 9 ສະຫາຍ,ໃຫ້ບັນດາ ປກສ 14ເມືອງ 1 ນະຄອນ ແລະ ກົມກອງອ້ອມຂ້າງກອງບັນຊາການ ປກສ ແຂວງ.

ຈາກນັ້ນທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາພະນັກງານທີ່ໄດ້ຮັບການເລື່ອນຊັ້ນ ແລະ ສັບຊ້ອນໃນຄັ້ງນີ້,ພ້ອມທັງເນັ້ນໃຫ້ແຕ່ລະສະຫາຍ ຈົງພ້ອມກັນເອົາໃຈໃສ່ເພີມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ,ທີ່ການຈັດຕັ້ງມອບໝາຍໃຫ້,ສະຕິຕໍ່ການຈັດຕັ້ງ ປະຕິບັດລະບຽບວິໄນ,ຂໍ້ກຳນົດກາຍຂອງລັດວາງອອກຢ່າງເຂັ້ມງວດທັງຮັກສາຄວາມສາມັກຄີພາຍໃນເປັນເອກະພາບກັນເພື່ອຮັບປະກັນເຮັດໜ້າທີ່ວຽກງານການເມືອງທີ່ພັກ-ລັດມອບໝາຍໃຫ້,ເອົາໃຈໃສຝຶກຝົນຫຼໍ່ຫຼອມ,ຊອກຮູ້ຄົ້ນຄ້ວາເພື່ອຍົກສູງຄວາມຮູ້ຄວາມສາມາດທາງດ້ານທິດະດີການເມືອງ,ວິຊາສະເພາະ ແລະ ອື່ນໆ,ເພື່ອຮັບປະກັນໜ້າທີ່ວຽກງານໃຫ້ໄດ້ຮັບຜົນສູງສຸດ.

ພາບແລະຂ່າວ: ປກສ ແຂວງສະຫວັນນະເຂດ