ວຽງຈັນ: ໃນວັນທີ 16 ກໍລະກົດ 2020ນີ້ ທີ່ຫ້ອງປະຊຸມເມືອງແມດ, ໄດ້ຈັດກອງປະຊຸມປຶກສາຫາລື ວາງແຜນລົງເກັບກຳຂໍ້ມູນສືກສາຄວາມເປັນໄປໄດ້ເບື້ອງຕົ້ນກ່ຽວກັບການກຳນົດເຂດ, ເນື້ອທີ່ແຫລ່ງທ່ອງທ່ຽວທຳມະຊາດຖ້ຳຜາກ້າ,ຖ້ຳຫີນ ແລະ ຖ້ຳລືສີ ບ້ານນ້ຳເຟືອງ ເມືອງແມດແຂວງວຽງຈັນ ຂອງບໍລິສັດ ວຽງໄຊ ດວງປັນຍາ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໂດຍການ ເປັນປະທານຂອງທ່ານ ຄຳປ່ຽນ ແສງສະຫວັດ ເລຂາພັກເມືອງ, ເຈົ້າເມືອງໆແມດ, ແຂວງວຽງຈັນ.
![](https://pakaad.com/wp-content/uploads/2020/07/fb_img_15953841306213318047564778110703.jpg)
ກອງປະຊຸມໄດ້ຄົ້ນຄ້ວາ ປຶກສາຫາລື ສ້າງຄວາມເປັນເອກະພາບ ກ່ຽງກັບເຈດຈຳນົງກໍຄືບັນດາກິດຈະກຳຕ່າງໆທີ່ທາງບໍລິສັດນຳສະເໜີ, ບັນຫາຜົນກະທົບທາງດ້ານສິ່ງແວດລ້ອມ, ຂອບເຂດແດນລະຫວ່າງເມືອງ, ເຂດສຳປະທານ ,ເຂດບໍລິການ ແລະ ດ້ານອື່ນໆໃຫ້ລະອຽດ ເພື່ອສືບຕໍ່ລົງສຳຫລວດສະຖານທີ່ຕົວຈິງ ເພື່ອເກັບກຳຂໍ້ມູນຢ່າງລະອຽດ ແລະ ສືບຕໍ່ນຳສະເໜີຂໍອານຸມັດການລົງທືນໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
![](https://pakaad.com/wp-content/uploads/2020/07/fb_img_15953841393648376604304623594075.jpg)
ໂດຍໃນເບື້ອງຕົ້ນບໍລິສັດ ໄດ້ສະເໜີຈະລົງທືນ ພັດທະນາສິ່ງອຳນວຍຄວາມສະດວກທາງດ້ານການທ່ອງທ່ຽວ ໃຫ້ມີຫລາກຫລາຍກິດຈຳກຳ ທີ່ມີມາດຕະຖານ, ລວມມີ: ກໍ່ສ້າງບ່ອນພັກຜ່ອນຕູບ, ສວນດອກໄມ້, ປູກໄມ້ໃຫ້ຫມາກ , ກໍ່ສ້າງຕິດຕັ້ງສາຍກາບຂີ່ສະລີງຕາມໜ້າຜາ, ຂີ່ກົງເບັງລອດຖໍ້າ, ພາຍເຮືອກາຍັກ , ກໍ່ສ້າງລີສອດ, ການບໍລິການຕ່າງໆ ທີ່ຕິດພັນກັບກິດຈະກຳ ການທ່ອງທ່ຽວ
![](https://pakaad.com/wp-content/uploads/2020/07/fb_img_1595384132630833201011034776791.jpg)
ນອກນີ້, ຍັງຈະມີສວນຫລີ້ນສຳລັບຜູ້ໃຫ່ຍ, ເດັກນ້ອຍ ແລະ ບູລະນະສະຖານທີ່ທ່ອງທ່ຽວ ເພຶ່ອດຶງດູດ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍຈະເນັ້ນໃສ່ການສ້າງວຽກເຮັດງານທໍາໃຫ້ປະຊາຊົນໃນທ້ອງຖິ່ນ ເພຶ່ອເຮັດແນວໃດໃຫ້ປະຊາຊົນທີ່ນອນຢູ່ໃນເຂດຂອງໂຄງການມີຢູ່ມີກິນ ສາມາດເຂົ້າປະກອບອາຊີບນຳໂຄງການ.
ທີ່ມາ: ວຽງຈັນນິວສ
![](https://pakaad.com/wp-content/uploads/2020/07/fb_img_15953841368258055338665264915053.jpg)
.
![](https://pakaad.com/wp-content/uploads/2020/07/fb_img_1595384134779400950992290386159.jpg)
.
![](https://pakaad.com/wp-content/uploads/2020/07/fb_img_15953841415803384250374074678792.jpg)