Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລະວັງໄພພາຍຸດຽນມູ Dianmu 24-26 ກັນຍາ ພາກກາງພາກໃຕ້

Posted on 24/09/202124/09/2021 By ປະກາດ Pakaad No Comments on ລະວັງໄພພາຍຸດຽນມູ Dianmu 24-26 ກັນຍາ ພາກກາງພາກໃຕ້

ແຈ້ງເຕືອນພາຍຸໝູນເຂດຮ້ອນ ດຽນມູ ປະຈໍາວັນທີ 24 ກັນຍາ 2021.

ພາຍຸເຂດຮ້ອນ ດຽນມູ (Dianmu) ຫົວທີ 15, ໃນເວລາ 7 ໂມງເຊົ້າ ຂອງວັນທີ 24 ກັນຍາ 2021 ມີຈຸດສູນກາງຢູ່ເສັ້ນຂະໜານທີ 15.7 ອົງສາ ເໜືອ ແລະ ເສັ້ນແວງທີ 108.8 ອົງສາຕາເວັນອອກ ແລະ ຍັງເຄື່ອນທີ່ມາ ທາງທິດຕາເວັນຕົກ-ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 20 ກິໂລແມັດ ຕໍ່ຊົ່ວໂມງ ແລະ ຄວາມໄວສູງສຸດໃກ້ຈຸດສູນກາງແມ່ນ 18 ແມັດຕໍ່ວິນາທີ.

ພາຍຸຫົວນີ້ ຍັງຈະເຄື່ອນທີ່ຢູ່ເຂດພາກໃຕ້, ພາກກາງ ແລະ ຈະສືບຕໍ່ຜ່ານ ພາກເໜືອດ້ານຕາເວັນຕົກຂອງປະເທດລາວ. ຊຶ່ງຈະເຮັດໃຫ້ມີຝົນຕົກ ໃນລະດັບປານກາງ ຫາ ຕົກໜັກ ແລະ ຕົກໜັກຫລາຍ ພ້ອມມີລົມພັດ ແຮງຢູ່ບາງທ້ອງຖິ່ນ ເຊັ່ນ: ແຂວງອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ, ຄໍາມ່ວນ, ປາກຊັນ, ໄຊສົມບູນ, ວຽງຈັນ, ນະຄອນຫລວງ ວຽງຈັນ ແລະ ໄຊຍະບູລີ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ຈົ່ງມີສະຕິລະມັດ ລະວັງຕໍ່ສະພາບຝົນຕົກໜັກ ທີ່ເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍຶ່ງ ແລະ ລົມພັດແຮງ ຈະເຮັດໃຫ້ມີຕົ້ນໄມ້ຫັກລົ້ມ, ເຮືອນຊານ ເປ່ເພ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນ ອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ ໜ້ານີ້.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 18-28 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະ ດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດ ແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 19-33 ອົງສາ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%, ອຸນຫະພູມ ໃນລະຫວ່າງ 23-32 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວ ໄປ ແລະ ຈະມີຝົນຕົກຕົກໜັກ ຫາ ຕົກໜັກຫລາຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 85% ຂອງພາກ, ອຸນຫະພູມໃນລະຫວ່າງ 21-33 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50% ຂອງແຂວງ, ອຸນຫະພູມໃນລະຫວ່າງ 17-27 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກ ຫາ ຕົກໜັກຫລາຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 85% ຂອງພາກ, ອຸນຫະພູມໃນລະຫວ່າງ 21-33 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດ ແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70%, ອຸນຫະພູມໃນລະຫວ່າງ 15-26 ອົງສາ.

.

.

Featured, ຂ່າວສານບ້ານເມືອງ, ເຕືອນໄພ

Post navigation

Previous Post: ເຕືອນໄພ! ກຽມຮັບມືໄພພິບັດ 24-26 ກັນຍານີ້
Next Post: ການປັບໃໝແລະມາດຕະການຕໍ່ຜູ້ລະເມີດກົດຈະລາຈອນທາງບົກ

Related Posts

ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ Featured
ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມຄັ້ງປະຖົມມະລຶກ ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II Featured
ສະຫາຍ ອາຄົມ ພົມມະຫານ ໄດ້ຮັບການເລືອກຕັ້ງ ເປັນປະທານສະມາຄົມນັກທຸລະກິດໜຸ່ມ ແຂວງຫຼວງພະບາງ Featured
ດ່ວນທີ່ສຸດ! ສັ່ງປິດການສັນຈອນພາຍໃນເທດສະບານ ເມືອງຮຸນ ແລະ ປາກແບງ ແຂວງອຸດົມໄຊ Featured
ການຕະຫຼາດອອນລາຍຍຸກໃໝ່ ທີ່ແບຣນຕ້ອງເພິ່ງພາ ອິນຟູເຊັນເຊີ້ Featured
ເຈົ້າແຂວງຈໍາປາສັກ ອອກຄໍາສັ່ງດ່ວນ ຮັບມືໂຄວິດ-19 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme