Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ນັກໂທດຢູ່ສະຫວັນນະເຂດຕິດໂຄວິດ-19 ແລ້ວ 95 ຄົນ ພາຍໃນ 3 ມື້

Posted on 20/08/202120/08/2021 By ປະກາດ Pakaad No Comments on ນັກໂທດຢູ່ສະຫວັນນະເຂດຕິດໂຄວິດ-19 ແລ້ວ 95 ຄົນ ພາຍໃນ 3 ມື້

ພຽງ 3 ວັນຜ່ານມາ ມີນັກໂທດພາຍໃນຄ້າຍຄຸ້ມຂັງຢູ່ແຂວງສະຫວັນນະເຂດ ຕິດເຊື້ອພະຍາດໂຄວິດ-19 ທັງ ໝົດ 95 ຄົນ, ໃນນີ້ ກວດພົບໃນວັນທີ 17 ສິງຫາ 30 ຄົນ, ວັນທີ 18 ສິງຫາ 17 ຄົນ ແລະ ກວດພົບໃນວັນທີ 19 ສິງ ຫາ 48 ຄົນ.

ທ່ານ ນາງ ຫລິງທອງ ແສງຕາວັນ, ຮອງເຈົ້າແຂວງສະ ຫວັນນະເຂດ, ທັງເປັນຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງສະຫວັນນະເຂດ ໃຫ້ສໍາພາດຜ່ານລາຍ ການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງ ຊາດ ໃນວັນທີ 19 ສິງຫາ 2021 ວ່າ:

ສາຍເຫດທີ່ເຮັດໃຫ້ມີນັກໂທດຕິດເຊື້ອດັ່ງກ່າວເນື່ອງຈາກມີເຈົ້າໜ້າກ່ຽວຂ້ອງທີ່ຮັບຜິດຊອບຄ້າຍຄຸ້ມຂັງຕິດເຊື້ອພະຍາດໂຄວິດ-19 ຈາກພາຍນອກ ເຊີ່ງຜູ້ກ່ຽວບໍ່ຮູ້ສຶກໂຕມາກ່ອນ ແລະ ໄດ້ໄປສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃນວັນທີ 9 ສິງຫາ 2021 ຕໍ່ມາຮູ້ສຶກປວດຕົນໂຕໃນວັນທີ 10 ສິງຫາ, ຈາກນັ້ນ ວັນທີ 11 ສິງຫາ ໄດ້ໄປກວດຫາເຊື້ອພະຍາດໂຄວິດ-19, ຜົນອອກມາໃນວັນທີ 12 ສິງຫາ ແມ່ນເປັນບວກ ຫລື ຕິດເຊື້ອພະຍາດໂຄວິດ-19 ເຮັດໃຫ້ກ່ອນໜ້ານີ້ມີນັກ ໂທດຫລາຍຄົນແລ້ວທີ່ຕິດເຊື້ອນໍາຜູ້ກ່ຽວ.

ຕໍ່ສະພາບທີ່ເກີດຂຶ້ນ, ຄະນະສະເພາະກິດຂອງແຂວງ ໄດ້ມີວິທີແກ້ໄຂດ້ວຍການສ້າງສູນກັກກັນ ແລະ ປິ່ນປົວນັກ ໂທດທີ່ຕິດເຊື້ອພະຍາດໂຄວິດ-19 ພາຍໃນຄ້າຍຄຸ້ມຂັງຂຶ້ນ ແລ້ວແຍກຜູ້ບໍ່ທັນຕິດເຊື້ອອອກໄປໄວ້ສະ ເພາະ ໂດຍມີເຈົ້າໜ້າທີ່ກ່ຽວຂ້ອງຕິດຕາມພ້ອມທັງເກັບຕົວຢ່າງເພື່ອໄປວິ ເຄາະຫາເຊື້ອພະຍາດໂຄວິດ-19, ລວມເຖີງປະຕິບັດມາດຕະການຕ່າງໆ ຢູ່ພາຍໃນຄ້າຍຄຸມຂັງຢ່າງເຂັ້ມງວດ ເພື່ອປ້ອງກັນ ແລະ ຄວບຄຸມການລະ ບາດຂອງພະຍາດດັ່ງກ່າວໃຫ້ໄດ້ໂດຍໄວ.

ສໍາລັບ ຢູ່ແຂວງສະຫວັນນະເຂດ, ອີງຕາມຂໍ້ມູນຈາກຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງແຂວງ ໃຫ້ຮູ້ວ່າ: ມາຮອດວັນທີ 17 ສິງຫາ 2021 ທົ່ວແຂວງມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 3.479 ຄົນ, ໃນນີ້ ມີຜູ້ເສຍຊີວິດ 3 ຄົນ, ກຳລັງປິ່ນປົວຢູ່ 1.466 ຄົນ. ທົ່ວແຂວງມີສູນຈໍາກັດບໍລິເວນທັງໝົດ 95 ສູນ ມີຜູ້ຈໍາກັດບໍລິເວນຢູ່ທັງໝົດ ເກືອບ 7.000 ຄົນ.

Cr: ບຸນຕຽງ ຈັນທະວົງ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ສຸດເສົ້າ! ແມ່ຕິດໂຄວິດ-19ເກີດລູກ ແລ້ວເສຍຊີວິດ! ລູກປອດໄພ
Next Post: ຄຳສັ່ງ! ຫ້າມບຸກລຸກ ແລະ ຫາກິນ ໃນເຂດປ່າສະຫງວນແຫ່ງຊາດ ພູພະນັງ ພູເຂົາຄວາຍ

Related Posts

ຜູ້ເສຍຊີວິດທັງສາມແມ່ນມີພະຍາດປະຈໍາຕົວ Featured
ລາຄາແອັດຊັງລົງ ແຕ່ກາຊວນຂຶ້ນ Featured
ສະຖານີລົດໄຟ ລາວ-ຈີນ ມີທັງໝົດ 11 ແຫ່ງ Featured
ເສຍຊີວິດໃໝ່ 3 ຕິດເຊື້ອເພີ່ມ +315 (ນວ +192) Featured
ເຕືອນສະບັບທີ2 ພາຍຸກົມປາສຸ(KOMPASU) Featured
ແຂວງເຊກອງອອກມາດຕະການສະບັບໃໝ່ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme