Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເມືອງວຽງທອງມອບເງິນນະໂຍບາຍອຸດໜູນເສຍສະຫຼະຊີວິດ ຕໍ່ຜູ້ມີຜົນງານໃນພາລະກິດຮັບໃຊ້ປະເທດຊາດ

Posted on 10/11/202110/11/2021 By ປະກາດ Pakaad No Comments on ເມືອງວຽງທອງມອບເງິນນະໂຍບາຍອຸດໜູນເສຍສະຫຼະຊີວິດ ຕໍ່ຜູ້ມີຜົນງານໃນພາລະກິດຮັບໃຊ້ປະເທດຊາດ

ໃນວັນທີ 9 ພະຈິກ 2021 ນີ້, ຢູ່ຫ້ອງວ່າການເມືອງວຽງທອງ ໄດ້ຈັດພິທີມອບເງິນນະໂຍບາຍອຸດໜູນເສຍສະຫລະຊີວິດ ຕໍ່ຜູ້ທີມີຜົນງານ, ຄຸນງານຄວາມດີໃນພາລະກິດຮັບໃຊ້ປະເທດຊາດ ງວດ III ປະຈໍາປີ 2021,

ເຊິ່ງມອບໂດຍ ທ່ານ ວັນວິໄລ ແດນພູຫລວງ ຮອງເລຂາພັກແຂວງບໍລິຄໍາໄຊ, ຜູ້ຊີ້ນໍາວຽກພັກ-ພະນັກງານຂັ້ນແຂວງ, ມີທ່ານເຈົ້າເມືອງ ພ້ອມດ້ວຍຄະນະ ແລະ ຕາງໜ້າແຕ່ລະຄອບຄົວທີ່ໄດ້ຮັບອຸດໜູນ ເຂົ້າຮ່ວມ.

ພິທີ ທ່ານ ສີສຸກ ຄໍາຊົມພູ ຫົວໜ້າຂະແໜງນະໂຍບາຍອຸດໜູນ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄໍາໄຊ ວ່າດ້ວຍການປະຕິບັດນະໂຍບາຍ ເງິນອຸດໜູນເສຍສະຫລະຊີວິດ ຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດ ໄລຍະຜ່ານມາ ຢູ່ເມືອງວຽງທອງ ຈໍານວນ 7 ທ່ານ, ລວມເປັນເງິນທັງໝົດ 174 ລ້ານກວ່າກີບ.

ຂ່າວ-ພາບ: ກ້ອງ ປາເຢັງລີ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່າທົ່ວປະເທດສະໄໝທີ IV
Next Post: ເຈົ້າເມືອງເຊໂປນອອກຄໍາສັ່ງ (ຜ່ອນຜັນ)

Related Posts

ລະບຽບໃນການໃຊ້ທາງດ່ວນ ວຽງຈັນວັງວຽງ ຂ່າວສານບ້ານເມືອງ
ຕິດເພີ່ມ 1006 ຄົນ ເສຍຊີວິດ 12 ຄົນ Featured
ຄະນະນຳກະຊວງການຕ່າງປະເທດ ເຂົ້າອວຍພອນວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ Featured
ຊື່ລົດໄຟຢ່າງເປັນທາງການແມ່ນ ຂະບວນລ້ານຊ້າງແລະຂະບວນແຄນລາວ Featured
ສະຖານທີ່ແຫ່ງໃໝ່ ຮັບໄດ້ອີກ 10.000 ຄົນ ເພື່ອຮອງຮັບແຮງງານກັບມາ ທີ່ສະຫວັນນະເຂດ Featured
ຂໍ້ຕົກລົງວ່າດ້ວຍການກໍານົດມູນຄ່າຫົວຫນ່ວຍນັກຮຽນ-ນັກສຶກສາປະຈໍາປີ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme