Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຂວງຈໍາປາສັກ ຈັດພິທີປູກຕົ້ນໄມ້ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ

Posted on 08/06/202108/06/2021 By ປະກາດ Pakaad No Comments on ແຂວງຈໍາປາສັກ ຈັດພິທີປູກຕົ້ນໄມ້ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ

ພະແນກກະສິກໍາ ແລະ ປ່າໄມ້ແຂວງຈໍາປາສັກ ຈັດພິທີປູກຕົ້ນໄມ້ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ທັງແມ່ນວັນເດັກນ້ອຍສາກົນ ທີ່ປ່າສະຫງວນແຫ່ງຊາດດົງຫົວສາວ (ຈຸດບ້ານນໍ້າພາກ) ກຸ່ມ 1 ຫຼັກ 19 ເມືອງປະທຸມພອນ ແຂວງຈໍາປາສັກ ໃນວັນທີ 5 ມິຖຸນາຜ່ານມາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ, ທ່ານ ວຽງສະໄໝ ສີລິພອນພັນ ເລຂາພັກເມືອງ ເຈົ້າເມືອງປະທຸມພອນ, ທ່ານ ສົມລິດ ວິລະວົງ ວ່າການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ມີບັນດາທ່ານການນໍາແຂວງ, ພະແນກການ, ຂະ ແໜງການກ່ຽວຂ້ອງ, ອົງການປົກຄອງເມືອງ, ກຸ່ມບ້ານ, ບ້ານ, ນັກຮຽນ ແລະ ປະຊາຊົນເຂົ້າຮ່ວມ.

ພິທີປູກຕົ້ນໄມ້ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນວັນທີ 1 ມິຖຸນາ ປີ 2021 ນີ້ ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ, ທັງໝົດນັ້ນ ແມ່ນເພືີ່ອເປັນການຄຸ້ມຄອງຊັບພະຍາກອນປ່າໄມ້ໃຫ້ຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ, ເພືີ່ອໃຫ້ບັນລຸເປົ້າໝາຍ, ຍົກລະດັບເນື້ອທີີ່ປ່າໄມ້ປົກຫຸ້ມໃຫ້ໄດ້ 70% ແລະ ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ ຕາມທິດການເຕີບໂຕສີຂຽວ.

ການປູກຕົ້ນໄມ້ຄັ້ງນີ້ໄດ້ປູກໃນເນື້ອທີ່ທັງໝົດ 6,46 ເຮັກຕາ ມີເບ້ຍໄມ້ນໍາມາປູກ ຈໍານວນ 6.050 ເບ້ຍ; ໃນນັ້ນທັງໝົດແມ່ນມີຊະນິດເບ້ຍໄມ້ອຸດສາຫະກໍາ ຊຶ່ງປະກອບມີ ໄມ້ແຕ້ຂ່າ 4.000 ເບ້ຍ, ໄມ້ດູ່ 2.000 ເບ້ຍ ແລະ ໄມ້ໝາກຈອງ 50 ເບ້ຍ. ໃນພິທີບັນດາທ່ານທີ່ເຂົ້າຮ່ວມໄດ້ຮັບຟັງຄວາມເປັນມາຂອງວັນປູກຕົ້ນໄມ້ແຫ່ງຊາດທີ 1 ມິຖຸນາ, ເພື່ອປຸກລະດົມໃຫ້ທົ່ວສັງຄົມຮັບຮູ້ເຂົ້າໃຈ ແລະ ຮ່ວມກັນປູກ, ຮັກສາປ່າໄມ້ ແລະ ສິ່ງແວດລ້ອມ, ມີການມອບຂອງຂວັນໃຫ້ລູກຫຼານນັກຮຽນ ແລະ ພ້ອມກັນປູກຕົ້ນໄມ້ຢ່າງເປັນຂະບວນ.

ຂ່າວ-ພາບ: ຈັນທະວີສັກ

Featured, ລັດຖະບານ, ສິ່ງແວດລ້ອມ

Post navigation

Previous Post: ໂພຊະນາການລູກເກີດໃໝ່ຫາ 1 ປີ
Next Post: ຕິດເພີ່ມ 2​ ຄົນໃນຊຸມຊົນ ນະຄອນຫຼວງວຽງຈັນ

Related Posts

ເລັ່ງຊອກຫາຜູ້ເດີນທາງຈາກບໍ່ແກ້ວ ເຂົ້າຫຼວງພະບາງ 35 ຄົນ ເຂົ້າສູນກັກກັນໃຫ້ໄວ Featured
ລາຍລະອຽດ ປັບລາຄານໍ້າມັນເຊື້ອໄຟລົງທຸກຊະນິດ ຢູ່ແຕ່ລະແຂວງ Featured
ຄະນະນຳກະຊວງການຕ່າງປະເທດ ເຂົ້າອວຍພອນວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ Featured
ລາວ-ໄທ ຮ່ວມຫາລື ເພື່ອກຳນົດແນວທາງແກ້ໄຂບັນຫາແຮງງານລາວຢູ່ໄທໃນຊ່ວງໄລຍະມີການລະບາດຂອງເຊື້ອພະຍາດ ໂຄວິດ-19 Featured
ແຈ້ງການ ລັອກດາວ ນະຄອນປາກເຊແລ້ວ Featured
ແຂວງຫົວພັນຕິດໃໝ່ສູງເຖິງ 94 ຄົນ ທົ່ວປະເທດເພີ່ມ 450 ຄົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme