Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄົນເຂົ້າ-ອອກເມືອງດ່ານສາກົນບໍ່ເຕ່ນ ຍັງບໍ່ທັນຟົດຟື້ນ

Posted on 21/05/202221/05/2022 By ປະກາດ Pakaad No Comments on ຄົນເຂົ້າ-ອອກເມືອງດ່ານສາກົນບໍ່ເຕ່ນ ຍັງບໍ່ທັນຟົດຟື້ນ

ການເປີດດ່ານສາກົນບໍ່ເຕ່ນ ຄົນເຂົ້າ- ອອກເມືອງຍັງມີຈໍານວນໜ້ອຍ.

ທ່ານ ພັນໂທ ວຽງວິໄລ ສະໄຫວວັນ ຫົວໜ້າດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ:ຫຼັງຈາກທີ່ມີແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ ສະບັບເລກທີ 627/ຫສນຍ ລົງວັນທີ 7 ພຶດສະພາ 2022 ໂດຍໃຫ້ເປີດດ່ານສາກົນຢ່າງເປັນທາງການທົ່ວປະເທດເພື່ອອະນຸຍາດໃຫ້ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ສາມາດເດີນທາງເຂົ້າ-ອອກ ສປປ ລາວ ໄດ້ ແລະ ແຈ້ງການຂອງກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ສະ ບັບເລກທີ 879/ຕມ ລົງວັນທີ 9 ພຶດ ສະພາ 2022 ໂດຍໃຫ້ຈັດຕັ້ງປະຕິບັດນັບແຕ່ວັນທີ 9 ພຶດສະພາ ເປັນຕົ້ນໄປ

ເຊີ່ງທາງດ່ານສາກົນບໍ່ເຕັນໄດ້ຈັດຕັ້ງປະຕິບັດ ແລະ ກຽມຄວາມພ້ອມ 100%, ເປັນຕົ້ນແມ່ນ: ທາງດ້ານອຸປະກອນເຕັກນິກທີ່ຮັບໃຊ້ວຽກງານວິຊາສະເພາະ ກໍຄືວຽກງານກວດຄົນເຂົ້າ-ອອກເມືອງແມ່ນພ້ອມໃຊ້ງານເປັນປົກກະຕິ, ທາງດ້ານການປະສານງານພາຍໃນ-ໃນການກະກຽມຄວາມພ້ອມຮອບດ້ານ ແມ່ນມີການພົວພັນກັນຢ່າງຕໍ່ເນື່ອງ, ໄດ້ພົວພັນກັບດ່ານເຊິ່ງໜ້າໂດຍສະເພາະເຈົ້າໜ້າທີ່ປະຈໍາດ່ານບໍ່ຫານ ປຶກສາຫາລືກັນເພື່ອໃຫ້ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ໃນການເປີດການເຂົ້າ- ອອກດ່ານໃຫ້ກັບເຂົ້າສູ່ສະພາບປົກກະຕິ.

ແຕ່ໃນພາກປະຕິບັດຕົວຈິງນັບແຕ່ມື້ອະນຸຍາດໃຫ້ເປີດດ່ານສາກົນຈົນຮອດປັດຈຸບັນ ຍັງບໍ່ທັນມີການເຂົ້າ-ອອກຜູ້ໂດຍສານທົ່ວໄປເທື່ອ, ມີແຕ່ຜູ້ໂດຍສານຄົນຈີນຂາອອກທີ່ທາງຄະນະສະເພາະກິດຂັ້ນແຂວງຈັດສົ່ງໃຫ້ທາງຝ່າຍຈີນເທົ່ານັ້ນ, ສ່ວນຂາເຂົ້າມີພຽງພົນລະເມືອງລາວທີ່ຖືກສົ່ງກັບຈໍານວນໜື່ງ ແລະ ແຮງງານຈີນນໍາເຂົ້າຈໍານວນໜື່ງແຕ່ເຫັນວ່າມີຈໍານວນໜ້ອຍບາງຄັ້ງຄາວເທົ່ານັ້ນ,

ສາເຫດເນື່ອງຈາກວ່າຍັງບໍ່ທັນມີການເປີດດ່ານຢ່າງເປັນທາງການໂດຍຮັບຮູ້ທັງສອງຝ່າຍ ປັດຈຸ ບັນແມ່ນຍັງຖືວ່າເປັນການເປີດດ່ານພຽງຝ່າຍດຽວ ແລະ ເນື່ອງຈາກມາດຕະການປ້ອງກັນພະຍາດໂຄວິດ-19 ຂອງຝ່າຍຈີນມີຄວາມເຂັ້ມງວດສູງ ສະນັ້ນມາດຕະການໃນການຜ່ອນຜັນການດໍາເນີນເຂົ້າ- ອອກລະຫວ່າງປະເທດ ໂດຍສະເພາະດ່ານສາກົນບໍ່ຫານ-ບໍ່ເຕັນ ຍັງຕ້ອງໄດ້ລໍຖ້າການປຶກສາຫາລືຂັ້ນເທິງທັງສອງຝ່າຍ ເພື່ອມີແຈ້ງການຢ່າງເປັນທາງການອີກເທື່ອໜື່ງ ສ່ວນການຂົນສົ່ງສິນຄ້າແມ່ນສາມາດເຂົ້າ-ອອກໄດ້ເປັນປົກກະຕິ ນັບແຕ່ວັນທີ 9 ພຶດສະພາ ເປັນຕົ້ນມາມີແຮງງານຈີນເດີນ ທາງເຂົ້າມາທັງໝົດ 95 ຄົນ, ຍິງ 7 ຄົນ, ພົນລະເມືອງລາວເດີນ ທາງເຂົ້າ 5 ຄົນ, ຍິງ 5 ຄົນ, ພົນລະເມືອງຈີນເດີນທາງອອກ 76 ຄົນ, ຍິງ 7 ຄົນ, ເດັກ 1 ຄົນ, ພົນລະເມືອງລາວ ຫຼື ປະ ເທດທີ 3 ເດີນທາງອອກແມ່ນບໍ່ມີ, ພາຫະ ນະຂົນສົ່ງສິນຄ້າເຂົ້າ 2.620 ຄັນ, ພາຫະ ນະຂົນສົ່ງສິນຄ້າອອກ 2.490 ຄັນ ໂດຍສະເລ່ຍມີພາຫະນະເຂົ້າ-ອອກ 500 ຄັນຕໍ່ມື້.

ໂອກາດນີ້ທ່ານ ພັນໂທ ວຽງວິໄລ ສະໄຫວວັນ ຫົວໜ້າດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງສາກົນບໍ່ເຕ່ນ ໄດ້ຮຽກ ຮ້ອງເຖິງຜູ້ປະກອບການ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ຕະຫຼອດຮອດປະຊາຊົນ, ນັກທ່ອງທ່ຽວທີ່ຈະເດີນ ທາງເຂົ້າ-ອອກ ດ່ານສາກົນບໍ່ເຕ່ນ ໃຫ້ມີຄວາມເອົາໃຈໃສ່ປະຕິບັດຕາມລະບຽບການເຂົ້າ-ອອກເມືອງ ແລະ ມາດຕະ ການຂອງຂັ້ນເທິງເປັນແຕ່ລະໄລຍະ ແລະ ຕິດຕາມຂໍ້ມູນຂ່າວສານຈາກທາງການຢ່າງເປັນປົກກະຕິ.

ຂ່າວ: ກິ່ນນາລົມ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ດ່ານພາສີສາກົນວັງເຕົ່າ ເກັບລາຍຮັບໄດ້ 215 ຕື້ກວ່າກີບ ໃນໄຕມາດທໍາອິດປີ 2022
Next Post: ແຈ້ງເຕືອນຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງ

Related Posts

ສປປລາວ ຫາລືກຽມຄວາມພ້ອມ ເປັນປະທານກອງປະຊຸມອາຊຽນ ປີ 2024 Featured
ກຽມຮັບມື ພາຍຸໄຕ້ຝຸ່ນ ໂຊເດວ ວັນທີ 25-27 ຕຸລາ 2020 Featured
EDL ຕັ້ງຄະນະກໍາມະການສອບສວນຄວາມຜິດພາດກໍລະນີໃບບິນຄ່າໄຟຟ້າ ຢູ່ ເມືອງນາຊາຍທອງ Featured
ເກີດການລະບາດຂອງພະຍາດອະຫິວາໝູອາຟຣິກາຢູ່ເມືອງຊຽງຮ່ອນ ຂ່າວສານບ້ານເມືອງ
ສະພາບໂຄວິດມື້ນີ້ເພີ່ມຂຶ້ນຫຼາຍໂດຍສະເພາະນະຄອນຫຼວງວຽງຈັນ Featured
ມີຄົນຕິດເຊື້ອໃໝ່ 9 ຄົນ ຈາກ 3 ແຂວງ (ລາຍງານ ໂຄວິດ-19 ວັນທີ 3 ມິຖຸນາ 2021) ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme