Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສະຫວັນນະເຂດໜັກສຸດ ຕິດໃນຊຸມຊົນ +551 ຄົນ (ທົ່ວປະເທດ ສະຖິຕິໃໝ່ +952)

Posted on 25/08/202125/08/2021 By ປະກາດ Pakaad No Comments on ສະຫວັນນະເຂດໜັກສຸດ ຕິດໃນຊຸມຊົນ +551 ຄົນ (ທົ່ວປະເທດ ສະຖິຕິໃໝ່ +952)

ໃນເຊົ້າວັນທີ 25 ສິງຫາ 2021, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ, 

ມາຮອດວັນທີ 24 ສິງຫາ 2021, ໄດ້ກວດວິເຄາະທັງໝົດ 3,107 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 952 ຄົນ (ເປັນຕົວເລກສູງທີ່ສຸດ ນັບຕັ້ງແຕ່ມີການລະບາດມາ) ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 594 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ສະຫວັນນະເຂດ 551 ຄົນ, ບໍ່ແກ້ວ 29 ຄົນ, ນະຄອນຫຼວງ 11 ຄົນ, ຈຳປາສັກ 1 ຄົນ, ແຂວງວຽງຈັນ 1 ຄົນ, ໄຊຍະບູລີ 1 ຄົນ

ສ່ວນ ກໍລະນີນໍາເຂົ້າ ມີ 358 ຄົນ ຈາກ ຄຳມ່ວນ 112 ຄົນ, ສາລະວັນ 110 ຄົນ, ສະຫວັນນະເຂດ 80 ຄົນ, ຈຳປາສັກ 54 ຄົນ, ນະຄອນຫຼວງ 1 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ສຳລັບ ການຕິດເຊື້ອໃນຊຸມຊົນ 551 ຄົນ ຢູ່ແຂວງສະຫວັນນະເຂດ, ກວດພົບຢູ່ສະຖານທີ່ຄຸມຂັງ 543 ຄົນ ແລະ ກຸ່ມຄົນທົ່ວໄປ 8 ຄົນ ຄື: ພະນັກງານບໍລິສັດລ້ານຊ້າງມິເນໂຣ 5 ຄົນ, ພະນັກງານການຢາຢູ່ໂຮງໝໍແຂວງ 1 ຄົນ, ຊາວຄ້າຂາຍ 1 (ຢູ່ບ້ານອຸດົມວິໄລ) ແລະ ຜູ້ສຳຜັດໃກ້ຊິດກັບພະນັກງານບໍລິສັດລ້ານຊ້າງມິເນໂຣ ທີ່ິິຕິດເຊື້ອ 1 ຄົນ. ສ່ວນ ແຂວງຈຳປາສັກ ຕິດເຊື້ອໃນຊຸມຊົນ 1 ຄົນ ເປັນເພດຊາຍ, ອາຍຸ 26 ປີ, ພະນັກງານ ປກຊ ທີ່ປະຈຳຢູ່ສູນຈຳກັດບໍລິເວນ. ແຂວງວຽງຈັນ ຕິດເຊື້ອໃນຊຸມຊົນ 1 ຄົນ, ເພດຍິງ, ອາຍຸ 52 ປິ ບ້ານຜາລາດ ເມືອງຊະນະຄາມ ຊື່ງ ຜູ້ກ່ຽວໄດ້ເດີນທາງໄປເມືອງນານ, ແຂວງຫລວງພະບາງ ແລະ ໄດ້ໄປພົບກັບເອື້ອຍທີ່ມາຈາກເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ.

ສຳລັບ ນະຄອນຫລວງ ຕິດເຊື້ອໃນຊຸມຊົນ ມີ 11 ຄົນ, ຊື່ງທັງໝົດແມ່ນກຸ່ມພີ່ນ້ອງ, ໝູ່ຄູ່ກັນ ກ່ອນໜ້ານີ້ ໄດ້ມີການຊຸມແຊວນຳກັນເລື້ອຍໆ. ລາຍລະອຽດ ດັ່ງລຸ່ມນີ້:

ບ້ານສິມມະໂນ, ເມືອງຫາດຊາຍຟອງ: 1. ເພດຊາຍ, ອາຍຸ 39 ປີ, ອາຊີບ: ພະນັກງານໂຮງງານເປັບຊີ (ສາມີ), 2. ເພດຍິງ, ອາຍຸ 38 ປີ, ອາຊີບ: ພະນັກງານຄູອານຸບານ ນາລ້ອງ (ພັນລະຍາ), 3. ເພດຊາຍ, ອາຍຸ 15 ປີ, ອາຊີບ: ນັກຮຽນ (ລູກ), 4. ເພດຊາຍ, ອາຍຸ 39 ປີ, ພະນັກງານບໍລິສັດເບຍລາວ (ເປັນໝູ່ກັບຜູ້ຕິດເຊື້ອ), 5. ເພດຊາຍ, ອາຍຸ 33 ປີ, ພະນັກງານໂກປີໂກລາວ (ເປັນໝູ່ກັບຜູ້ຕິດເຊື້ອ), 6. ເພດຊາຍ, ອາຍຸ 6 ປີ, ອາຊີບ: ນັກຮຽນ ໄປຢູ່ບ້ານແມ່ເຖ້າ ຢູ່ບ້ານສິມມະໂນ

ບ້ານດອນດູ່, ເມືອງຫາດຊາຍຟອງ: 7. ເພດຊາຍ, ອາຍຸ 7 ປີ, ອາຊີບ: ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ), 8. ເພດຊາຍ, ອາຍຸ 15 ປີ, ອາຊີບ: ນັກຮຽນ (ໃກ້ຊິດກັບຜູ້ຕິດເຊື້ອ)

ບ້ານໜອງແຫ້ວ, ເມືອງຫາດຊາຍຟອງ: 9. ເພດຊາຍ, ອາຍຸ 43 ປີ, ພະນັກງານບໍລິສັດເບຍລາວ, 10. ເພດຊາຍ, ອາຍຸ 37 ປີ, ພະນັກງານບໍລິສັດເປັບຊີ ແລະ 11. ເພດຊາຍ, ອາຍຸ 34 ປີ, ພະນັກງານບໍລິສັດເປັບຊີ

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງແລະສູນກາງ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 13,909 ຄົນ, ຄົນເຈັບເສຍຊີວິດສະສົມ 11 ຄົນ (ໃໝ່ 0 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 4,366 ຄົນ. ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 107 ສູນ ແລະ 51 ໂຮງແຮມ ມີຜູ້ຈຳກັດບໍລິເວນ 9,057 ຄົນ.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ທີ່ນະຄອນປາກເຊ ໄຟໄໝ້ເສຍຫາຍໜັກ! (ມີຄລິບ)
Next Post: ປກສ ແຂວງສະຫວັນນນະເຂດ ອອກຄຳສັ່ງ ວ່າດ້ວຍ ການເພີ່ມທະວີ ສະຕິປ້ອງກັນຕົນເອງ ຕໍ່ພະຍາດ ໂຄວິດ-19

Related Posts

ດ່ວນ! ໃໝ່ຫຼ້າສູດ ຄໍາສັ່ງຂອງເຈົ້າ ນະຄອນ ຫລວງພຣະບາງ Featured
ຍົກກາໝາຍຊາດໃສ່ຫໍສະພາແຫ່ງຊາດຫລັງໃໝ່ແລ້ວ Featured
ພະຍາກອນອາກາດ ປະຈໍາວັນທີ 18 ຕຸລາ 2021 Featured
ລາຄານໍ້າມັນຂຶ້ນອີກແລ້ວຂຶ້ນຫຼາຍທີ່ສຸດເດີຮອບນີ້ Featured
ອຸຕຸແຈ້ງ ພາກເໜືອ ພາກກາງ ລະມັດລະວັງ ຟ້າຝົນລົມແຮງ ໄລຍະນີ້ Featured
ລັດຖະມົນຕີຕ່າງປະເທດ ແຫ່ງສະຫະພັນຣັດເຊຍ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme