Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລນລ ເຊັນສັນຍາ ຊື້-ຂາຍ ນ້ຳມັນ ກັບໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ

Posted on 14/05/202214/05/2022 By ປະກາດ Pakaad No Comments on ລນລ ເຊັນສັນຍາ ຊື້-ຂາຍ ນ້ຳມັນ ກັບໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ

ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ (ລນລ) ໄດ້ເຊັນສັນຍາຊື້-ຂາຍນ້ຳມັນກາຊວນ 10 ລ້ານລິດຕໍ່ເດືອນ ກັບໂຮງງານປຸງແຕ່ງນໍ້າມັນເຊື້ອໄຟຍອດງື່ມພາວເວີ ຈຳກັດ ໃນວັນທີ 11 ພຶດສະພາ 2022 ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ສີສັງຄົມ ໂຄດໂຍທາ ຜູ້ອຳນວຍການ ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ແລະ ທ່ານ ສົມຫວັງ ຄຸລຸຣັດ ຜູ້ອຳນວຍການ ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ພາວເວີ ຈໍາກັດ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີເຈົ້າແຂວງຊຽງຂວາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ສົມຫວັງ ຄຸລຸຣັດ ໄດ້ກ່າວວ່າ: ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟຍອດງື່ມ ສ້າງຕັ້ງຂຶ້ນໃນເດືອນພະຈິກ 2021 ດ້ວຍທຶນຈົດທະບຽນ 100 ຕື້ກີບ, ຕັ້ງຢູ່ບ້ານຍອດງື່ມ ເມືອງແປກ ແຂວງຊຽງຂວາງ, ດຳເນີນທຸລະກິດດ້ານປຸງແຕ່ງນ້ຳມັນເຊື້ອໄຟ, ມີກຳລັງການຜະລິດ-ປຸງແຕ່ງນໍ້າມັນກາຊວນ ເບື້ອງຕົ້ນ 10 ລ້ານລິດ/ເດືອນ, ຖ້າຫາກວ່າ ສັງຄົມມີຄວາມຮຽກຮ້ອງຕ້ອງການເພີ່ມຂຶ້ນທາງໂຮງງານສາມາດເພີ່ມກຳລັງການຜະລິດເປັນ 30 ລ້ານລິດ/ເດືອນ, ປັດຈຸບັນ, ໂຮງງານຢູ່ໃນຂັ້ນຕອນກຽມການຜະລິດ ຄາດວ່າຈະອອກຈໍາໜ່າຍສູ່ສັງຄົມ ໃນທ້າຍເດືອນພຶດສະພາ 2022 ນີ້.

ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ພາວເວີ ມີຄວາມພ້ອມສະໜອງນ້ຳມັນກາຊວນໃຫ້ແກ່ສັງຄົມ ທີ່ກຳລັງເປັນກະແສຮ້ອນແຮງໃນຂະນະນີ້, ເນື່ອງຈາກການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ, ໄດ້ກະທົບໂດຍກົງຕໍ່ເສດຖະກິດຂອງປະເທດເຮົາ ໃນຖານະທີ່ເປັນຜູ້ນຳເຂົ້ານ້ຳມັນ. ສະນັ້ນ, ເພື່ອປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ກ່ຽວກັບການສະໜອງນ້ຳມັນເຊື້ອໄຟ ໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້ຂອງສັງຄົມ ແລະ ມີລາຄາຖືກລົງກວ່າໃນປັດຈຸບັນ ໂດຍໄດ້ນຳໃຊ້ເຕັກໂນໂລຊີ ເຄື່ອງຈັກທີ່ທັນສະໄໝ ຈາກປະເທດອີຕາລີ ແລະ ຄວບຄຸມການຜະລິດ, ຄຸນນະພາບ ຕາມມາດຕະຖານ ASTM D975, ໂຮງງານໄດ້ນໍາໃຊ້ທ່າເຮືອຫງີ້ເສິນ (Nghi Son) ແຂວງແທັງຮວາ ສສ ຫວຽດນາມ ເປັນບ່ອນຮັບນໍ້າມັນດິບ ແລະ ນໍ້າມັນສໍາເລັດຮູບ ທີ່ມາຈາກຕ່າງປະເທດ ແລະ ຈະນໍາເຂົ້າຜ່ານດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວາງ ໂດຍມີໄລຍະທາງຈາກທ່າເຮືອ ຫາ ໂຮງງານ ພຽງແຕ່ 380 ກິໂລແມັດ, ຖືວ່າມີໄລຍະທາງໃກ້ກວ່າ ການນຳເຂົ້າຈາກປະເທດໄທຫຼາຍສົມຄວນ.

ທ່ານ ສົມຫວັງ ຄຸລຸຣັດ ຍັງໃຫ້ຮູ້ອີກວ່າ: ພວກເຮົາໄດ້ກໍານົດເອົາແຂວງຫຼວງພະບາງ ເປັນຈຸດພັກນໍ້າມັນ ເພື່ອເຮັດໜ້າທີ່ກະຈາຍນໍ້າມັນ ຂອງລັດວິສະຫະກິດນໍ້າມັນເຊື້ອໄຟລາວ ໄປສູ່ບັນດາແຂວງພາກເໜືອໄດ້ຢ່າງທົ່ວເຖິງ. ສໍາລັບແຜນການໃນອະນາຄົດ ໃນເດືອນກັນຍາ 2022 ພວກເຮົາຈະຂະຫຍາຍການຜະລິດໄປສູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ໂບວິລັກ ຄວ້າຫຼຽນເງິນທຳອິດ ເປຕັ່ງປະເພດຊຸດຕິ້ງຍິງ
Next Post: ວັນວິສາຂະບູຊາ Vesak Day

Related Posts

ປະຕິທິນບູຮານລາວ ວັດປ່າໂພນເພົາ ຄສ 2022 Featured
ສະແດງຄວາມເສຍໃຈນໍາການສູນເສຍຄັ້ງນີ້ ຂ່າວສານບ້ານເມືອງ
ຊົມເຊີຍຢ່າງສຸດໃຈ! ສະຫວັນນະເຂດ ປົວຄົນຕິດເຊື້ອດີເພີ່ມ 246 ຄົນ Featured
ລຸ້ນນີ້ແນະນໍາເລີຍ! OPPO Reno5 ສະເປັກແຮງ ສວຍງາມ ລາຄາຖືກໃຈ Featured
ຜູ້ເສຍຊີວິດໃໝ່ມື້ນີ້ແມ່ນເພດຍິງທັງສາມ Featured
ລົດກະບະຮຸ່ນໄດເສຍຫລັກປີ້ນເຂດບ້ານດົງໝາກແງວ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme