Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຫຼວງພະບາງ ຈັດສອບເສັງຄັດເລືອກທຶນການສຶກສາຮຽນຕໍ່ວິຊາຊີບທີ່ ສສ ຫວຽດນາມ ແລະ ສປ ຈີນ ປະຈຳສົກຮຽນ 2022-2023

Posted on 16/08/202216/08/2022 By ປະກາດ Pakaad No Comments on ຫຼວງພະບາງ ຈັດສອບເສັງຄັດເລືອກທຶນການສຶກສາຮຽນຕໍ່ວິຊາຊີບທີ່ ສສ ຫວຽດນາມ ແລະ ສປ ຈີນ ປະຈຳສົກຮຽນ 2022-2023

ສກຂ ຫຼວງພະບາງ ຈັດສອບເສັງຄັດເລືອກທຶນການສຶກສາຮຽນຕໍ່ວິຊາຊີບທີ່ ສສ ຫວຽດນາມ ແລະ ສປ ຈີນ ປະຈຳສົກຮຽນ 2022-2023

ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງໄດ້ຈັດການສອບເສັງຄັດເລືອກເອົາທຶນການສຶກສາເພື່ອຮຽນຕໍ່ວິຊາຊີບທີ່ ສສ ຫວຽດນາມ ແລະ ສປ ຈີນ ປະຈຳສົກຮຽນ 2022-2023 ເມື່ອວັນທີ 12 ສິງຫາ 2022 ຜ່ານມານີ້, ທີ່ໂຮງຮຽນມັດທະຍົມສົມບູນ ສັນຕິພາບ ນະຄອນ-ຫຼວງພະບາງ, ແຂວງຫຼວງພະບາງ ໂດຍມີຄະນະຮັບຜິດຊອບການສອບເສັງ, ຄະນະກຳມະການເຝົ້າຫ້ອງສອບເສັງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກສອບເສັງຈຳນວນ 300 ກ່ວມຄົນເຂົ້າຮ່ວມ.

ສົກຮຽນ 2022-2023 ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງໄດ້ຮັບທຶນການສຶກສາຈາກປະເທດ ສສ ຫວຽດນາມ ແລະ ສປ ຈີນ ທັງໝົດ 158 ທຶນ, ໃນນັ້ນທຶນ 100% ຈຳນວນ 118 ທຶນ ແລະ ທຶນ 50% ຈໍານວນ 50 ທຶນ, ສໍາລັບຊັ້ນສູງ 103 ທຶນ, ປະລິນຍາຕີ 46 ທຶນ, ປະລິນຍາໂທ 4 ທຶນ, ບໍາລຸງພາສາຫວຽດນາມ 15 ທຶນ ສ່ວນໃນນີ້ທຶນ ຈາກປະເທດ ສສ ຫວຽດນາມ 88 ທຶນ ແລະ ສປ ຈີນ 80 ທຶນ.

ຜ່ານການປະກາດກ່ຽວກັບການສອບເສັງຄັດເລືອກຜ່ານສື່ຕ່າງໆມາເຖິງວັນທີ 10 ສິງຫາ 2022ມີຜູ້ເຂົ້າຮ່ວມສະໝັກລົງທະບຽບສອບເສັງທັງໝົດ 305 ຄົນ, ໃນນີ້ 70% ແມ່ນສະໝັກເສັງເອົາທຶນຈາກ ສປ ຈີນ ແລະ ຈຳນວນກວ່າ 80% ແມ່ນສະເໜີຮຽນສາຍແພດ. ສຳລັັບການສອບເສັງຄັ້ງນີ້ປະກອບມີ 4 ວິຊາຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ວິທະຍາສາດທຳມະຊາດ ແລະ ວິທະຍາສາດສັງຄົມ.

ໂດຍ: ແຈັກກີ້ ສກຂ ຫຼວງພະບາງ

Featured, ການສຶກສາ, ຂ່າວສານບ້ານເມືອງ

Post navigation

Previous Post: ເສຍຫາຍໜັກ ນໍ້າຖ້ວມບ້ານປາກແຟນ ເມືອງຊຽງເງິນ ປະຊາຊົນຕ້ອງການຄວາມຊ່ວຍເຫຼືອ
Next Post: ເຈົ້າແຂວງໆຫົວພັນຢ້ຽມຢາມທະຫານຊາຍແດນ 218

Related Posts

ໂຄວິດ-19 ມື້ນີ້ ລາຍງານເສຍຊີວິດ 1 ຕິດເພີ່ມ 110 Featured
ສະຖານະການໂຄວິດທົ່ວປະເທດລາວເພີ່ມ 786ຄົນ ເສຍຊີວິດໃໝ່ສີ່ຄົນ Featured
ລະເບີດແຕກໃສ່ພະນັກງານເກັບກູ້ລະເບີດເສຍຊິວິດ 3 ຄົນ ທີ່ເມືອງປາກຊ່ອງ Featured
ຜູ້ຊາຍທີ່ລົ້ມແລະຊັກຢູ່ກັບພື້ນຢູ່ສູນຈໍາກັດບໍລິເວນແຂວງຄຳມ່ວນປອດໄພແລ້ວ Featured
ຫົວຫນ້າຄະນະຜູ້ແທນ ແຫ່ງ ສປປ ລາວ ຂຶ້ນກ່າວປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫ່ຍອົງການສະຫະປະຊາຊາດ ສະໄໝທີ 77 Featured
ຊົມເຊີຍ ສະມາຄົມຈີນ ສະຫວັນນະຂດ ມອບຕຽງນອນ 30 ໜ່ວຍ ໃຫ້ຄະນະສະເພາະກິດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme