Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສົງສານແມ່ຕູ້ທັງສອງ

Posted on 16/10/202116/10/2021 By ປະກາດ Pakaad No Comments on ສົງສານແມ່ຕູ້ທັງສອງ

ຈາການລາຍງານຂອງຄະນະສະເພາະກິດ ໃນວັນທີ 16 ຕຸລາ 2021 ນີ້ວ່າ ມາຮອດປັດຈຸບັນ ຕົວເລກຜູ້ເຊື້ອມີທັງໝົດ 31.736 ຄົນ, ເສຍຊີວິດສະສົມ 38 ຄົນ(ໃໝ່ 2 ຄົນ), ກໍາລັງປິ່ນປົວ 7.596 ຄົນ(ປິ່ນປົວຫາຍດີອອກໂຮງໝໍມື້ວານນີ້ 379 ຄົນ).

ສຳລັບຜູ້ເສຍຊີວິດ 2 ຄົນ ມີລາຍລະອຽດຄື: ຜູ້ທີ 1: ເພດຍິງ, ອາຍຸ 70 ປີ, ບ້ານນາໂພ ເມືອງລ້ອງຊານ ແຂວງໄຊສົມບູນ, ຜູ້ກ່ຽວມີພະຍາດປະຈຳຕົວ: ມະເຮັງທໍ່ມີອັກເສບໄລຍະສຸດທ້າຍ, ຜ່ານມາບໍ່ໄດ້ສັກວັກຊິນກັນໂຄວິດ-19, ວັນທີ 27 ກັນຍາ 2021 ເຂົ້ານອນປິ່ນປົວຢູ່ໂຮງໝໍແຂວງ, ວັນທີ 28 ກັນຍາ 2021 ນຳສົ່ງມາປິ່ນປົວຢູ່ໂຮງໝໍມະໂຫສົດ ແລະ ເມື່ອມາຮອດໄດ້ກວດຕົວຢ່າງໂຄວິດ-19 ແລະ ຜົນກວດອອກມາເປັນຜົນລົບ, ວັນທີ 5 ຕຸລາ 2001 ໄດ້ກວດຕົວຢ່າງໂຄວິດ-19 ແລະ ຜົນກວດອອກມາເປັນຜົນລົບ.

ໃນມື້ດຽວກັນນັ້ນ ຜູ້ກ່ຽວກໍໄດ້ຜ່າຕັດມະເຮັງທໍ່ນ້ຳບີອັກເສບໄລຍະສຸດທ້າຍ, ວັນທີ 10 ຕຸລາ 2021 ຄອບຄົວຈຶ່ງໄດ້ພາກັບມາບ້ານ ເພື່ອສະດວກໃນການຕິດຕາມຄົນເຈັບຢ່າງໃກ້ຊິດໃກ້ຊິດ ແລະ ເຂົ້ານອນປິ່ນປົວ ຢູ່ໂຮງໝໍເມືອງລ້ອງຊານ, ວັນທີ 12 ຕຸລາ 2021 ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດໂຄວິດ-19, ວັນທີ 15 ຕຸລາ 2001 ຜົນກວດຕົວຢ່າງແມ່ນພົບເຊື້ອ, ມາຮອດເວລາ 15:30 ໂມງ ຜູ້ກ່ຽວໄດ້ເສຍຊີວິດຢູ່ໂຮງໝໍເມືອງລ້ອງຊານ

ຜູ້ທີ 2 ເພດຍິງ, ອາຍຸ 75 ປີ, ບ້ານບໍ່ນາງົວ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ມີພະຍາດປະຈຳຕົວ ຄວາມດັນເລືອດສູງ, ໄດ້ສັກວັກຊິນກັນໂຄວິດ-19 ຄົບໂດສ, ຜູ້ກ່ຽວເປັນຄົນຢັ້ງຢືນຕິດເຊື້ອ ທີ່ໄດ້ເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ ໃນວັນທີ 4 ຕຸລາ 2001 ແລະ ມາຮອດເວລາ 17:00 ໂມງຂອງວັນທີ 15 ຕຸລາ 2011 ຜູ້ກ່ຽວໄດ້ເສຍຊີວິດ.

Featured, ໂຄວິດ-19

Post navigation

Previous Post: ແຂວງວຽງຈັນເຂັ້ມງວດມາດຕະການຮອດ 31/10/2021
Next Post: ແຂວງຫຼວງພະບາງເຄັ່ງຄັດມາດຕະການຮອດ 30 ຕຸລາ 2021

Related Posts

ຕິດເຊື້ອໃໝ່ສູງເຖິງ 848 ໃນນີ້ມີນໍາເຂົ້າ 15 ກໍລະນີ Featured
ແຂວງຫຼວງພະບາງ ອອກແຈ້ງການສະບັບໃໝ່ ຮັບມື ໂຄວິດ-19 Featured
ເດັກນ້ອຍອາຍຸ4ປີຕິດໂຄວິດເສຍຊີວິດ Featured
ລັດຖະບານ ເລັ່ງຂຶ້ນບັນຊີລົດລັດ ສະສາງລົດເກົ່າ ແລະ ຖອນຄືນຈຳນວນໜຶ່ງ Featured
ສູງທີ່ສຸດ! ຕິດເພີ່ມ 466 (ຊຸມຊົນ 383) Featured
ແຂວງສະຫວັນນະເຂດ ແຈ້ງການ ເລື່ອງການຈັດງານບຸນປະເພນີບຸນເຂົ້າພັນສາ ປະຈຳປີ ພສ 2564 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme