Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພົບຄົນຕິດເຊື້ອຈາກແຮງງານນໍາເຂົ້າ 86 ຄົນ ໃນຊຸມຊົນ 3 ຄົນ

Posted on 11/07/202111/07/2021 By ປະກາດ Pakaad No Comments on ພົບຄົນຕິດເຊື້ອຈາກແຮງງານນໍາເຂົ້າ 86 ຄົນ ໃນຊຸມຊົນ 3 ຄົນ

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 10 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 1,248 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 89 ຄົນ, ຈາກ ນະຄອນຫຼວງ 17 ກໍລະນີ, ວຽງຈັນ 2 ກໍລະນີ, ຫຼວງນ້ຳທາ 1 ກໍລະນີ, ສະຫວັນນະເຂດ 27 ກໍລະນີ, ຈຳປາສັກ 39 ກໍລະນີ ແລະ ຄໍາມ່ວນ 3 ກໍລະນີ.

ໃນນັ້ນ ກໍລະນີນຳເຂົ້າມີ 86 ຄົນ ຈາກ ສະຫວັນນະເຂດ 27 ກໍລະນີ, ຈຳປາສັກ 39 ກໍລະນີ , ຄຳມ່ວນ 3 ກໍລະນີ ແລະ ນະຄອນຫຼວງ 17 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.

ການຕິດເຊື້ອໃນຊຸມຊົນມີ 3 ຄົນ ຈາກ ແຂວງ ວຽງຈັນ 2 ກໍລະນີ ແລະ ຫຼວງນ້ຳທາ 1 ກໍລະນີ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.

ແຂວງຫຼວງນໍ້າທາ: ເພດຊາຍ ອາຍຸ 24 ປີ ສັນຊາດ: ຈີນ ຜູ້ກ່ຽວແມ່ນເຮັດວຽກ ຢູ່ ແຂວງບໍ່ແກ້ວ ມີຜູ້ສຳຜັດໃກ້ຊິດ 4 ຄົນ, ຄົນຈີນ 2 ຄົນ ແລະ ຄົນລາວ 2 ຄົນ. ໃນວັນທີ 7/7/2021 ໄດ້ໄປກວດຢູ່ ແຂວງຫຼວງນໍ້່າທາ ແລະ ຜົນກວດພົບເຊື້ອ.

ສ່ວນແຂວງຈຳປາສັກເຊິ່ງໄດ້ລາຍງານມື້ວານນີ້ພົບຜູ້ຕິດເຊື້ອ 2 ຄົນ ແມ່ນພະນັກງານຢູ່ດ່ານ ແລະ ມີຜູ້ສຳຜັດໃກ້ສິດ 16 ຄົນ, ຄະນະສະເພາະກິດໄດ້ເກັບຕົວຢ່າງ ແລະ ຈຳກັດບໍລິເວນຢູ່ສູນກັກກັນ.

ມາຮອດມື້ນີ້ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2,719 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 511 ຄົນ.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ

ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 49 ສູນ ແລະ ມີຜູ້ຈຳກັດບໍລິເວນ 5,407 ຄົນ.

ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 02 ບ້ານ (ບໍ່ມີບ້ານແດງໃໝ່) ໃນ 02 ເມືອງ ຄື: ບ້ານໂນນສະອາດ, ເມືອງໄຊທານີ ແລະ ບ້ານ ສີເກີດ, ເມືອງນາຊາຍທອງ

ສຳລັບ ບ້ານທີ່ສິ້ນສຸດການເປັນເຂດແດງ ມາເປັນເຂດເຫຼືອງ ມີ 3 ບ້ານຄື: ບ້ານດອນແດງ, ເມືອງຈັນທະບູລີ; ບ້ານນາສ້າງໄພ, ເມືອງໄຊເສດຖາ; ບ້ານພະຂາວ, ເມືອງໄຊທານີ.

Featured, ຂ່າວສານບ້ານເມືອງ, ສຸຂະພາບ

Post navigation

Previous Post: ມື້ນີ້ພົບຄົນຕິດເຊື້ອອີກ 93 ຄົນ (ຊຸມຊົນ 2 ນໍາເຂົ້າ 91)
Next Post: ປະກາດຊອກຫາ ທ້າວສົມຫມໍ ຈາກບ້ານໄປຊອກເຮັດວຽກທີ່ບໍ່ແກ້ວ ໄດ້ 2 ປີປາຍແລ້ວບໍ່ຮູ້ຂ່າວ

Related Posts

ແຈ້ງເຕືອນສະບັບທີ2ລະວັງພາຍຸເຂົ້າ Featured
ເມືອງວຽງທອງມອບເງິນນະໂຍບາຍອຸດໜູນເສຍສະຫຼະຊີວິດ ຕໍ່ຜູ້ມີຜົນງານໃນພາລະກິດຮັບໃຊ້ປະເທດຊາດ ຂ່າວສານບ້ານເມືອງ
ເສຍຊີວິດໃໝ່ 2 ຕິດເຊື້ອເພີ່ມ 224 Featured
ວັກຊິນກັນພະຍາດໂຄວິດ-19 ຈຳນວນ 1.008.000 ຫຼອກ ຈາກສະຫະລັດອາເມລິກາ ມາຮອດ ສປປ ລາວ ແລ້ວ Featured
ເສຍຊີວິດໃໝ່ 5 ຕິດເຊື້ອເພີ່ມ 929 (ນວ 549) Featured
ຄໍາສັ່ງລັອກດາວ ນະຄອນ ໄກສອນ ພົມວິຫານ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme