Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຊາວພຸດ ນະຄອນ ປາກເຊ ຮ່ວມກັນທໍາບຸນຕັກບາດສືບທອດປະເພນີບຸນອອກພັນສາປະວໍລະນາ

Posted on 02/10/202002/10/2020 By ປະກາດ Pakaad No Comments on ຊາວພຸດ ນະຄອນ ປາກເຊ ຮ່ວມກັນທໍາບຸນຕັກບາດສືບທອດປະເພນີບຸນອອກພັນສາປະວໍລະນາ

ໃນຕອນເຊົ້າມື້ນີ້ ວັນທີ 2 ຕຸລາ 2020 ກົງກັບມື້ຂຶ້ນ 15 ຄໍ່າເດືອນ11 ຊາວພຸດໄດ້ຮ່ວມກັນທໍາບຸນຕັກບາດສືບທອດຮີດຄອງປະເພນີບຸນອອກພັນສາປະວໍລະນາ ຢູ່ທີ່ວັດແຫ່ງຕ່າງໆ ໂດຍສະເພາະຢູ່ວັດຫຼວງ ປາກເຊ ນະຄອນປາກເຊ ແຂວງຈໍາປາສັກ ເຂົ້າຮ່ວມມີທ່ານ ປອ ວິໄລວົງ ບຸດດາຄໍາ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ ພ້ອມດ້ວຍການນໍາແຂວງ,ມີທ່ານ ດຣ ນາງ ພົວພັນ ວິລະພັນ ຮອງເລຂາພັກນະຄອນປາກເຊ,ມີທ່ານຮອງເຈົ້ານະຄອນປາກເຊ,ບັນດາອອກຕົນຍາດໂຍມຄົນລາວຊາວພຸດອີກຢ່າງຫຼວງຫຼາຍ.


ໃນພິທີອອກຕົນຍາດໂຍມໄດ້ຮ່ວມກັນທໍາບຸນຕັກບາດ,ຖວາຍສັງຄະທານ,ໄຫ້ວພຣະ,ຮັບສິນ,ຟັງທັມມະເທສະໜາຈາກພະສົງ ແລະຮ່ວມກັນຖວາຍປັດໄຈທານຕ່າງໆເພື່ອອຸທິດບຸນກຸສົນໄປຍັງຍາດພີ່ນ້ອງທີ່ລ່ວງລັບໄປແລ້ວ,ທັງປະກອບສ່ວນບູລະນະວັດວາອາຮາມ ໃຫ້ຈະເລີນຮຸ່ງເຮືອງ ກໍຄືເພື່ອເປັນສີລິມຸງຄຸນໃຫ້ແກ່ຊີວິດ ແລະຄອບຄົວຂອງຕົນໃຫ້ຢູ່ເຢັນເປັນສຸກ.


ພຣະ ອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາສໍາພັນລາວ ແຂວງຈໍາປາສັກຍັງໄດ້ເປັນປະທານພິທີທາງສາສະໜາ ແລະເທສະໜາໃຫ້ຜູ້ເຂົ້າຮ່ວມທໍາບຸນຍືດຖື ແລະປະຕິບັດຫຼັກທໍາຄໍາສອນສິນ 5 ຂອງອົງສໍາມາສໍາພຸດທະເຈົ້າ,ລະເວັ້ນຄວາມຊົ່ວ,ກະທໍາແຕ່ຄວາມດີ ກໍຄືບໍ່ຝ່າຝືນຕໍ່ລະບຽບກົດໝາຍ ຈິ່ງຈະເຮັດໃຫ້ກາຍໃຈມີຄວາມສຸກຄວາມຈະເລີນ.


ສ່ວນຜູ້ເຂົາຮ່ວມທໍາບຸນຕັກບາດໃຜໆຕ່າງກໍ່ມີຄວາມພາກພູມໃຈທີ່ໄດ້ປະກອບສ່ວນໃນການອະນຸລັກຮັກສາຮີດຄອງປະເພນີວັດທະນະທໍາອັນດີງາມຂອງຊາດ ກໍຄືຮັກສາພຸດທະສາສະໜາໄວ້ຄຽງຄູ່ກັຍຄົນລາວເຮົາຕະຫຼອດໄປ.

ເກດສະໜາ ແກ້ວສຸວັນນະແສງ

Featured, ວັດທະນະທໍາ

Post navigation

Previous Post: ດ່ວນທີ່ສຸດພີ່ນ້ອງ! ອອກມາແລ້ວ ມາດຕະການຜ່ອນຜັນໃຫມ່ ແຕ່ວັນທີ 01-31 ຕຸລາ 2020
Next Post: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ

Related Posts

ນະຄອນຫຼວງວຽງຈັນ +1.173 ທົ່ວປະເທດ +2.115 (ເສຍຊີວິດໃໝ່ 2) Featured
ອາກາດເຢັນລົງທົ່ວທຸກພາກພ້ອມກັບຝົນແລະລົມ Featured
ນະຄອນຫຼວງວຽງຈັນຍັງຄົງຕິດເພີ່ມຕໍ່ເນື່ອງຫຼາຍ Featured
ສູງທີ່ສຸດ! ຕິດເພີ່ມ 466 (ຊຸມຊົນ 383) Featured
ເອັມຈີໄອ ຊ່ວຍຫ້ອງທົດລອງແບບຕູ້ຄອນເທັນເນີ ແກ່ ສປປລາວ ເພື່ອຕ້ານການລະບາດຂອງ ໂຄວິດ-19 Featured
ການອະນຸຍາດ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ໄລຍະລັອກດາວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme