Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສະຫລອງວັນສິ່ງແວດລ້ອມໂລກ ພາຍໃຕ້ຄຳຂວັນ “ໂລກມີພຽງໜຶ່ງດຽວ”

Posted on 05/06/202205/06/2022 By ປະກາດ Pakaad No Comments on ສະຫລອງວັນສິ່ງແວດລ້ອມໂລກ ພາຍໃຕ້ຄຳຂວັນ “ໂລກມີພຽງໜຶ່ງດຽວ”

ພິທີສະເຫລີມສະຫລອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ພາຍໃຕ້ຄຳຂວັນ “ໂລກມີພຽງໜຶ່ງດຽວ ຫລື ONLY ONE EARTH” ຈັດຂຶ້ນຢູ່ແຂວງໃນວັນທີ 4 ມິຖຸນາ 2022 ທີ່ເຂດສາທິດການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ນ້ຳເປາະ ເມືອງວັງວຽງ ໂດຍມີທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີກະຊວງກ່ຽວຂ້ອງ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ຈາກບັນດາຂະແໜງການຕ່າງໆ ຂັ້ນສູງກາງ ແລະ ແຂວງ, ອົງການຈັດຕັ້ງສາກົນແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມກັນຢ່າງພ້ອມພຽງ.

ການສະເຫີລມສະຫລອງວັນສິ່ງແວດລ້ອມ ໃນຄັ້ງນີ້, ເປັນອີກປີໜຶ່ງ ທີ່ມີຄວາມໝາຍຄວາມສຳຄັນ ເນື່ອງຈາກວ່າ ວັນສິ່ງແວດລ້ອມໂລກ ແມ່ນໄດ້ໝູນວຽນມາຄົບຮອບ 50 ປີ ນັບແຕ່ປີ 1972 ຫາປີ 2022 ເເລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ ນັບແຕ່ປີ 1999 ຫາ 2022 ພາຍໃຕ້ຄຳຂວັນ ໂລກມີພຽງໜຶ່ງດຽວ ເຊິ່ງການຈັດພິທີສະເຫລີມ ສະຫລອງ ກໍເພື່ອເປັນການປູກຈິດສຳນຶກ ແລະ ທັງເປັນການປຸກລະດົມໃຫ້ທຸກພາກສ່ວນໃນສັງຄົມ ທັງພາກລັດ, ເອກະຊົນ, ອົງການຈັດຕັ້ງທາງສັງຄົມ, ປະຊາຊົນບັນດາເຜົ່າ ແລະ ອົງການຈັດຕັ້ງສາກົນ, ເປັນການເພີ່ມທະວີຄວາມເປັນເຈົ້າການ ແລະ ພ້ອມກັນປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ໄປຕາມທິດຍືນຍົງ ແລະ ສີຂຽວ, ຄຸ້ມຄອງສິ່ງແວດລ້ອມຂອງພວກເຮົາ ໃຫ້ມີສິ່ງແວດລ້ອມທີ່ດີ, ປາສະຈາກມົນລະພິດ ເປັນຕົ້ນ ອາກາດທີ່ດີ, ສາຍນໍ້າທີ່ໄສສະອາດ, ປ່າໄມ້ທີ່ອຸດົມສົມບູນ, ຊີວະນາໆພັນທີ່ມີຄວາມຫລາກ

ຫລາຍ, ດິນ, ຊັບພະຍາກອນ, ແຮ່ທາດ ທີ່ມີຄວາມອຸດົມສົມບູນ ແລະ ຍືນຍົງໄວ້ຮອດເຊັ່ນລູກເຊັ່ນຫລານ.

ງານສະເຫລີມສະຫລອງຄັ້ງນີ້, ມີຫລາຍກິດຈະກຳສຳຄັນ ເປັນຕົ້ນ ພິທີປ່ອຍປາ ຄືນສູ່ແມ່ນ້ຳທຳມະຊາດຈຳນວນ 13.000 ໂຕ, ໃນນັ້ນມີ ປາກົດ, ປາເຄິງ ແລະ ປາອື່ນໆ, ພິທີປູກຕົ້ນໄມ້ ຈຳນວນ 550 ເບ້ຍ, ຈັດສຳມະນາວິທະຍາສາດໃນຫົວຂໍ້ ການປົກປັກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ກິດຈະກຳຖາມ-ຕອບ ເພື່ອຮັບລາງວັນ, ການວາງສະແດງຜົນງານຈາກພາກສ່ວນຕ່າງໆ ແລະ ຂາຍສິນຄ້າ-ຂອງຂວັນທີ່ລະນຶກໃນວັນງານສິ່ງແວດລ້ອມ ຕື່ມອີກ.

ຂ່າວ: ບຸນມາ ແກ້ວບຸດດາ.

ພາບ: ແສງຈັນ ຈັນທະວົງ.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ມີ 52 ປໍ້າ ເປີດບໍລິການມື້ນີ້ ນະຄອນຫຼວງວຽງຈັນ
Next Post: ດ່ວນ! ນາຍົກລັດຖະມົນຕີ ແຕ່ງຕັ້ງ ຄະນະ ແກ້ໄຂວິກິດ ນໍ້າມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາ

Related Posts

ຂ່າວດ່ວນ! ນະຄອນຫຼວງວຽງຈັນ ແຈ້ງ ໂຈະການຮຽນການສອນ Featured
ແຈ້ງຂ່າວມໍລະນະກຳ ທ່ານ ນາງ ໄມຕຼີ ສຸພານຸວົງ (ລູກຄົນທີ 9 ຂອງ ປະທານ ສຸພານຸວົງ) Featured
ທຸກຄົນຕ້ອງຍົກລະດັບປ້ອງກັນຕົນເອງແລະຄອບຄົວຈາກໂຄວິດ Featured
ປະຫວັດຫຍໍ້ຜູ່ສະໝັກເລືອກຕັ້ງ ສສຊ ແຕ່ລະແຂວງ ອ່ານໃຫ້ລະອຽດ ແລ້ວໄປໃຊ້ສິດເລືອກຕັ້ງໃນວັນທີ 21 ກຸມພາ Featured
ອາກາດຈະຮ້ອນຫາຮ້ອນອົບເອົ້າ Featured
ທ່ານນາຍົກລັດຖະມົນຕີ ລົງພື້ນທີ່ນໍ້າຖ້ວມທີ່ສະຫວັນນະເຂດ ພ້ອມນໍາການຊ່ວຍເຫຼືອມູນຄ່າ 1.3 ຕື້ກວ່າກີບ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme