Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດ 7 ຄົນ ຈາກອຸບັດຕິເຫດ 3 ວັນປີໃໝ່ລາວ

Posted on 18/04/202218/04/2022 By ປະກາດ Pakaad No Comments on ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດ 7 ຄົນ ຈາກອຸບັດຕິເຫດ 3 ວັນປີໃໝ່ລາວ

ບຸນປີໃໝ່ລາວ ນະຄອນຫຼວງວຽງຈັນ ມີຜູ້ເສຍ ຊີວິດຈາກອຸບັດຕິເຫດ 7 ຄົນ

ອີງຕາມການລາຍງານຂອງເຈົ້າໜ້າທີ່ ພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ໃນວັນທີ 17 ເມສາ 2022 ຊາບວ່າ: ໃນລະຫວ່າງວັນທີ 14-16 ເມສາ 2022 ຂອງບຸນປີໃໝ່ລາວ ພ.ສ 2565 ທົ່ວນະຄອນ ຫລວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 23 ກໍລະນີ ໃນນີ້ ມີຄົນເສຍຊີວິດຈຳນວນ 7 ຄົນ ຍິງ 2 ຄົນ ທຽບໃສ່ປີທີ່ຜ່ານມາ ການເກີດອຸບັດຕິເຫດແມ່ນເພີ່ມຂຶ້ນ 5 ກໍລະນີ ແຕ່ຄົນເສຍຊີວິດແມ່ນຫລຸດລົງ 1 ຄົນ.

ຜົນເສຍຫາຍມີພາຫະນະເປເພເລັກໜ້ອຍ 16 ຄັນ, ສົມ ຄວນ 24 ຄັນ ໃຊ້ການບໍ່ໄດ້ 2 ຄັນ ມີຄົນໄດ້ ຮັບບາດເຈັບເລັກໜ້ອຍ 8 ຄົນ ສົມຄວນ 15 ຄົນ ສາຫັດ 6 ຄົນ. ສຳລັບເມືອງທີ່ເກີດອຸບັດເຫດ ມີເມືອງຈັນທະບູລີ, ໄຊທານີ, ເມືອງລະ 5 ລາຍ, ສີໂຄດຕະບອງ ໄຊເສດຖາ ເມືອງລະ 4 ລາຍ, ສີສັດຕະນາກ, ປາກງຶ່ມ ເມືອງລະ 2 ລາຍ ແລະ ຫາດຊາຍຟອງ 1 ລາຍ.

ສາເຫດຫລັກທີ່ພາໃຫ້ເກີດອຸບັດຕິເຫດໃນແຕ່ລະຄັ້ງທີ່ເຮັດໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດນັ້ນ ຍ້ອນຜູ້ຂັບຂີ່ລົດລະເມີດກົດລະບຽບການສັນຈອນ ຂັບຂີ່ໃນຂະນະທີ່ມຶນເມົາ ຂັບຂີ່ບໍ່ໃສ່ໝວກກັນກະທົບ, ຂັບຂີ່ໄວເກີນກຳນົດ ປ່ຽນທິດທາງເດີນ, ແຊງບໍ່ຮັບປະກັນ, ບໍ່ປ່ອຍສິດເວລາອອກສູ່ທາງໃຫຍ່, ລ່ວງໄຟແດງ, ລ່ວງປ້າຍຫ້າມ, ຈອດລົດຊະຊາຍ, ຂັບຂີ່ລົດເປັນພຶ່ງເປັນແຜ ແລະ ອື່ນໆ.

Featured, ຂ່າວສານບ້ານເມືອງ, ເຕືອນໄພ

Post navigation

Previous Post: ສປປລາວ ມີຍອດສະສົມຄົນຕິດເຊື້ອກາຍສອງແສນຄົນແລ້ວ
Next Post: ແຜ່ນດິນໄຫວ 4.1 ຣີກເຕີ ໃນບໍລິເວນເມືອງຫົງສາ

Related Posts

ພະຍາກອນອາກາດ ປະຈໍາວັນທີ 12 ພຶດສະພາ 2022 Featured
ແຈ້ງການດ່ວນ ຈາກຫ້ອງການລັດຖະບານ ເລື່ອງມາດຕະການຜ່ອນຜັນ ໂຄວິດ-19 ເດືອນ ກັນຍາ 2020 Featured
ອາກາດຍັງໜາວເຢັນຫາໜາວເຢັນຫລາຍຢູ່ເຂດພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ Featured
ສະເຫລີມສະຫລອງວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ຄົບຮອບ 60 ປີ ຂ່າວສານບ້ານເມືອງ
ເມືອງວັງວຽງ ແຈ້ງການສືບຕໍ່ປີດບັນດາກິດຈະການຮ້ານບັນເທິງ ຮ້ານຄາຣາໂອເກະ ຮ້ານກິນດື່ມ ຫຼື ການເຕົ້າໂຮມຄົນຈຳນວນຫຼາຍ ຂ່າວສານບ້ານເມືອງ
ສະຖານທີ່ສ່ຽງ ຢູ່ນະຄອນຫຼວງວຽງຈັນ ອັບເດດ 29/6/2021 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme