Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ປກສ ເມືອງຫາດຊາຍຟອງ ກວາດລ້າງກຸ່ມແກ້ງຢາເສບຕິດຢ່າງຕໍ່ເນື່ອງ ມື້ດຽວຢຶດຢາບ້າໄດ້ຫຼາຍ 10 ພັນເມັດ

Posted on 25/06/202225/06/2022 By ປະກາດ Pakaad No Comments on ປກສ ເມືອງຫາດຊາຍຟອງ ກວາດລ້າງກຸ່ມແກ້ງຢາເສບຕິດຢ່າງຕໍ່ເນື່ອງ ມື້ດຽວຢຶດຢາບ້າໄດ້ຫຼາຍ 10 ພັນເມັດ

ພັທ ເກດສະຫນາ ພິຈິດ ຫົວຫນ້າພະແນກຕໍາຫຼວດ ກອງບັນຊາການ ປກສ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ຂໍ້ມູນວ່າ: ໃນວັນທີ 21 ມີຖຸນາ 2022 ໄດ້ມີກຸ່ມຄົນບໍ່ດີມາເຄື່ອນໄຫວຈັດສົ່ງຊື້-ຂາຍຢາເສບຕິດ ຢູ່ເຂດບ້ານ ທ່າມ່ວງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ, ຮອດເວລາ 16:00 ໂມງ ເຈົ້າໜ້າທີ່ ພະແນກ ຕໍາຫຼວດ ປກສ ເມືອງ ຫາດຊາຍຟອງ ສາມາດຈັບຕົວຜູ້ຖືກຫາໄດ້ 01 ຄົນຄື: ທ້າວ ສຸດສະດາ ຫຼື ກິໂນ້ ອາຍຸ 22 ປີ ອາຊີບ ກໍາມະກອນຢູ່ບ້ານ ດອນປ່າໃຫມ່ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ພ້ອມຢຶດຂອງກາງ ແລະ ເຄື່ອງ ຕິດຕົວມີຄື: ຢາເສບຕິດປະເພດຢາບ້າຈໍານວນ 1.856 ເມັດ, ໂທລະສັບໄອໂຟນ 7 ສີທອງ ຈໍານວນ 01 ຫນ່ວຍ, ລົດຈັກສະກຸບປີ້ສີຂາວ ຫມາຍເລກທະບຽນ ດຮ 8009 ກໍາແພງນະຄອນ ຈໍານວນ 01 ຄັນ.

ຜ່ານການສອບສວນ, ທ້າວ ສຸດສະດາ ຫຼື ກິໂນ້ ໄດ້ຊັດທອດຫາຜູ້ຮ່ວມຂະບວນການ ໂດຍບອກເຈົ້າໜ້າທີ່ວ່າໄດ້ຊື້ນໍາທ້າວ ແຫຼວທອງ ຫຼື ແຫຼ້ ອາຍຸ 36 ປີ ຢູ່ບ້ານ ໂສກປ່າຫຼວງ ເມືອງສີສັດຕະນາກ.

່ ໍ່ ຮອດເວລາ 17:30 ໂມງ ຂອງວັນດຽວກັນ ເຈົ້າຫນ້າທີ່ ກໍສາມາດຈັບຕົວ ທ້າວ ແຫຼວທອງ ຫຼື ແຫຼ້ ໄດ້ພ້ອມຢາບ້າຈໍານວນ 247 ເມັດ, ຢາໄອ້ສ 01 ຖົງນ້ອຍ, ໂທລະສັບມືຖື 02 ຫນ່ວຍ, ລົດຈັກເວບ 100 ສີຟ້າ ບໍ່ມີຫມາຍທະບຽນ ( ລົດດັດແປງ ), ເງີນກີບ: 47.626.000 ກີບ ( ສີ່ເຈັດລ້ານຫົກແສນຊາວຫົກພັນກີບ ), ເງີນບາດ: 2.000 ບາດ ( ສອງພັນບາດ ).

ທ້າວ ແຫຼວທອງ ຫຼື ແຫຼ້ ສາລະພາບວ່າ: ໄດ້ຊື້ຢາເສບຕິດນໍານາງ ກາຍີ້ງ ທ່າວ ອາຍຸ 28 ປີ ຢູ່ ບ້ານ ໂພນແກ້ວ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ.

ຮອດເວລາ 19:55 ໂມງ ຂອງວັນດຽວກັນ ຈົ້າໜ້າທີ່ຈຶ່ງໄດ້ຂະຫຍາຍຜົນຫາກຸ່ມຂະບວນການຢູ່ບ້ານ ໂພນແກ້ວ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ສາມາດຈັບຕົວໄດ້ 01 ຄົນຄື: ນາງ ກາຍີ້ງ ທ່າວ ອາຍຸ 28 ປີ ອາຊີບ ກໍາມະກອນ ຢູ່ ບ້ານ ໂພນແກ້ວ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ພ້ອມຍຶດຂອງກາງ ແລະ ເຄື່ອງຕິດຕົວມີຄື:

1. ຢາເສບຕິດປະເພດຢາບ້າຈໍານວນ 36.609 ເມັດ. 2. ປືນສັ້ນຈໍານວນ 01 ບອກ ພ້ອມລູກປືນ 07 ລູກ ( ປືນດັດແປງ ). 3. ສາຍຄໍສີເຫຼືອງຄ້າຍຄໍາຈໍານວນ 01 ເສັ້ນ. 4. ໂທລະສັບວິໂຟນຢູນິເທວສີດໍາ ຈໍານວນ 01 ຫນ່ວຍ. 5. ລົດຈັກຮອນດ້າເວບ 100 ຈໍານວນ 02 ຄັນ. 6. ເງີນກີບ: 2.100.000 ກີບ. 7. ເງີນບາດ: 31.200 ບາດ. 8. ເງິນໂດລາ: 50 ໂດລາ.

ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງກໍາລັງສືບສວນ-ສອບສວນຂາຍຫຍາຍຜົນ ເພື່ອຊອກຫາກຸ່ມແກ້ງຜູ້ຮ່ວມຂະບວນການ ເພື່ອນໍາຕົວພວກກ່ຽວມາ ດໍາເນີນຄະດີຕາມຂັ້ນຕອນຂອງກົດຫມາຍ.

#ໜັງສືພິມຄວາມສະຫງົບ

ຂ່າວສານບ້ານເມືອງ, ໄພສັງຄົມ

Post navigation

Previous Post: ເຊັນສັນຍາສະຫນອງທຶນ ລະຫວ່າງ ກອງທຶນສີ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ ກັບສະຖາບັນການເງິນ ເພີ່ອນໍາໄປປ່ອຍກູ້ໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ (ຈວນກ)
Next Post: ກອງປະຊຸມຄົບຄະນະເປີດກວ້າງ ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ

Related Posts

ເມືອງແມດ ຮ່ວມກັບ ບໍລິສັດ ວຽງໄຊ ດວງປັນຍາ ສໍາຫຼວດ ແຫລ່ງທ່ອງທ່ຽວທຳມະຊາດຖ້ຳຜາກ້າ,ຖ້ຳຫີນ ແລະ ຖ້ຳລືສີ ບ້ານນ້ຳເຟືອງ ຂ່າວສານບ້ານເມືອງ
ລົດຂອງລັດ ຫ້າມເອົາໄປເປັນຂອງບຸກຄົນ Featured
ມີນັກຮຽນ 231 ຄົນ ຢູ່ ນະຄອນຫຼວງວຽງຈັນ ແລະ ຈໍາປາສັກ ແພ້ຢາຂ້າແມ່ທ້ອງ ຂ່າວສານບ້ານເມືອງ
ຄະນະປະຈໍາສະພາແຫ່ງຊາດ ຮ່ວມກັບຄະນະລັດຖະບານ ປຶກສາຫາລືຫລາຍບັນຫາສໍາຄັນຮີບດ່ວນ Featured
ສະຫາຍ ອາຄົມ ພົມມະຫານ ໄດ້ຮັບການເລືອກຕັ້ງ ເປັນປະທານສະມາຄົມນັກທຸລະກິດໜຸ່ມ ແຂວງຫຼວງພະບາງ Featured
ໂຮງຮຽນຫລາຍແຫ່ງທົ່ວເມືອງປາກລາຍຈັດຕັ້ງພິທີສະເຫລີມສະຫລອງວັນຄູ່ແຫ່ງຊາດຄົບຮອບ 26 ປີ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme