Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເກີດແຜ່ນດິນໄຫວໃນບໍລິເວນແຂວງໄຊຍະບູລີແລະແຂວງອຸດົມໄຊ

Posted on 22/10/202122/10/2021 By ປະກາດ Pakaad No Comments on ເກີດແຜ່ນດິນໄຫວໃນບໍລິເວນແຂວງໄຊຍະບູລີແລະແຂວງອຸດົມໄຊ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວ ປະເທດ ໄດ້ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ໃນວັນທີ 21-22 ຕຸລາ 2021 ເວລາ 22:23 ໂມງ ຈໍານວນ 02 ຄັ້ງ ໃນບໍລິເວນ ແຂວງໄຊຍະບູລີ ແລະ ແຂວງອຸດົມໄຊ ລາຍລະອຽດການເກີດແຜ່ນດິນໄຫວ ມີດັ່ງນີ້:

– ວັນທີ 21 ຕຸລາ 2021 ເວລາ 21:28:00 ໂມງຂອງໂມງທ້ອງຖິ່ນ ໄດ້ພົບ ສັນຍານການເກີດແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 20.8 ອົງສາ ເໜືອ ແລະ ເສັ້ນແວງທີ 101.7 ອົງສາຕາເວັນອອກ, ຄວາມແຮງສັ່ນສະ ເທືອນວັດແທກໄດ້ 2.5 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 5 ກິໂລ ແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ບໍລິເວນບ້ານພູຂົວ ເມືອງນາໝໍ້ ແຂວງອຸດົມໄຊ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນໄກຈາກເທສະບານ ເມືອງນາໝໍ້ ປະມານ 12 ກິໂລແມັດ.

– ວັນທີ 22 ຕຸລາ 2021 ເວລາ 02:14:18 ໂມງຂອງໂມງທ້ອງຖິ່ນໄດ້ພົບ ສັນຍານການເກີດແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 19.5 ອົງສາ ເໜືອ ແລະ ເສັ້ນແວງທີ 101.3 ອົງສາຕາເວັນອອກ, ຄວາມແຮງສັ່ນສະ ເທືອນວັດແທກໄດ້ 2.4 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 5 ກິໂລ ແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ບໍລິເວນບ້ານເສົາດຽວ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນ ໄກຈາກເທສະບານເມືອງໄຊສະຖານ ປະມານ 14 ກິໂລແມັດ.

ເຫດການແຜ່ນດິນໄຫວເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

Featured, ຂ່າວສານບ້ານເມືອງ, ໄພທໍາມະຊາດ

Post navigation

Previous Post: ລົດກະບະຮຸ່ນໄດເສຍຫລັກປີ້ນເຂດບ້ານດົງໝາກແງວ
Next Post: ນະຄອນຫຼວງວຽງຈັນ 289ຄົນ ທົ່ວປະເທດ 520ຄົນ

Related Posts

ປ ກ ສ ຈັນທະບູລີ ປາບແກ້ງລັກລົດ ພ້ອມຂອງກາງລົດຈັກຈໍານວນຫຼາຍ Featured
ຄໍາສັ່ງດ່ວນປິດເມືອງຊຽງຄໍ້ຊົ່ວຄາວ Featured
ພະຍາກອນອາກາດວັນທີ 25 ກຸມພາ 2022 Featured
ເຮືອບ້ານດົງເກາະໂລງຄວ້າແຊ້ມໜ້ານໍ້ານະຄອນປາກເຊ Featured
ເສຍຊີວິດໃໝ່ +3 ຕິດເພີ່ມ +1.038 ປົວດີອອກໂຮງໝໍ 426 Featured
ໄຂກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme