Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ອາກາດໜາວເຢັນລົງ 1-3 ອົງສາ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າແລະ ໜາວເຢັນ

Posted on 03/12/202103/12/2021 By ປະກາດ Pakaad No Comments on ອາກາດໜາວເຢັນລົງ 1-3 ອົງສາ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າແລະ ໜາວເຢັນ

ພະຍາກອນອາກາດ ວັນທີ 3 ທັນວາ 2021 ເວລາ 7:00 ໂມງ ເຖິງ 7:00 ໂມງ ວັນທີ 4 ທັນວາ 2021.

ມວນອາກາດເຢັນທີ່ປະເທດຈີນ ຍັງສືບຕໍ່ມີກໍາລັງແຮງເພີ່ມຂຶ້ນແພ່ ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນ ອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ອຸນຫະພູມອາ ກາດໜາວເຢັນລົງ 1-3 ອົງສາ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ໜາວເຢັນ ຫາ ໜາວຫລາຍ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກ ຫຸ້ມຢູ່ທົ່ວໄປຢູ່ເຂດພູສູງ ເນີນພູ ແລະ ຮ່ອມພູ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ. ອຸນຫະພູມໃນ ລະຫວ່າງ 07-19 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ. ອຸນຫະພູມໃນລະຫວ່າງ 19-28 ອົງສາ.

ນະຄອນຫລວງວຽງຈັນ: ອາກາດໜາວເຢັນ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ. ອຸນຫະພູມໃນລະຫວ່າງ 16-28 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນ ຕອນກາງຄືນ ຫາ ຕອນເຊົ້າ. ອຸນຫະພູມໃນລະຫວ່າງ 15-28 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 05-23 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ. ອຸນຫະພູມໃນລະຫວ່າງ 16-30 ອົງສາ.

ເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 08-25 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: 2 ທັນວາ ຄົບຮອບ 46 ປີ ໝັ້ນຍືນ
Next Post: ນະຄອນຫຼວງວຽງຈັນຕິດເຊື້ອລຸດລົງແຕ່ແຂວງອື່ນໆເພີ່ມຂຶ້ນ

Related Posts

ໜ້າສົງສານແທ້ໆ! ກໍລະນີທີ 9 ແມ່ຍິງຖືພາໄດ້ 5 ເດືອນ ເສຍຊີວິດຍ້ອນຕິດ ໂຄວິດ-19 ຂັ້ນຮຸນແຮງ Featured
ຊົມເຊີຍ! ສປປ ລາວ ໄດ້ຮັບເລືອກຕັ້ງ ເປັນຮອງປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76 Featured
ຖວທ ແຈ້ງການ ຂໍ້ຫ້າມເດັດຂາດ 5-30 ເມສາ 2022 Featured
ຖະແຫຼງຂ່າວເຫດຄາດຕະກໍາທີ່ບ້ານໜອງໜ່ຽງ 29 ສິງຫາ 2021 Featured
Facebook WhatsApp Instagram Messenger ເຂົ້າບໍ່ໄດ້ໝົດຄືນ Featured
ແຂວງຫຼວງພະບາງເພີ່ມມື້ນີ້177ຄົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme