Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຕໍາຫຼວດສາມຄົນຖືກໄລ່ອອກຈາກໜ້າທີ່ຍ້ອນເມີນເສີຍຕໍ່ຄຳສັງຂອງຂັ້ນເທິງ

Posted on 07/10/202107/10/2021 By ປະກາດ Pakaad No Comments on ຕໍາຫຼວດສາມຄົນຖືກໄລ່ອອກຈາກໜ້າທີ່ຍ້ອນເມີນເສີຍຕໍ່ຄຳສັງຂອງຂັ້ນເທິງ

ປກສ ແຂວງສະຫວັນນະເຂດ ປະກາດວິໄນນາຍຕຳຫຼວດ ອອກຈາກກຳລັງປ້ອງກັນຄວາມສະຫງົບ 3 ນາຍ.

ວັນທີ 7 ຕຸລາ 2021 ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ ປະກາດວິໄນນາຍຕຳຫຼວດ ທີ່ເຄື່ອນ ໄຫວລະເມີດລະບຽບວິໄນ, ກົດໜາຍວ່າດ້ວຍກຳລັງປ້ອງ ກັນຄວາມສະຫງົບ ອອກຈາກກຳລັງປ້ອງກັນຄວາມສະ ຫງົບ ປກສ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ພັອ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນ ຊາການ ປກສ ແຂວງສະຫວັນນະເຂດ, ມີຄະພັກກອງບັນ ຊາການ, ຄະນະຫ້ອງອ້ອມຂ້າງ, ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ດາວວອນ ຄົມທິລາດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງສະຫວັນນະເຂດ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ກົມໃຫ່ຍການເມືອງ ປ້ອງກັນຄວາມສະຫງົບ ເລກທີ 3500, 3501 ແລະ 3502/ກມປສ, ລົງວັນທີ 06 ຕຸລາ 2021 ວ່າດ້ວຍການປະຕິບັດວິໄນນາຍຕຳຫຼວດ.

ເຊິ່ງໃນນີ້ ປະຕິບັດວິໄນ ຮທ ເວີນ ສີດາວົງ, ຮຕ ສິດທິສອນ ໄຊທານີ ໜ້າທີ່ຮັບຜິດຊອບວິຊາການ ສັງກັດຢູ່ຫ້ອງຕຳ ຫຼວດ ແລະ ຮທ ສີສຸພັນ ທາດາສະຫວັນ ໜ້າທີ່ຮັບຜິດ ຊອບວິຊາການ ສັງກັດຢູ່ຫ້ອງຄຸ້ມຄອງສຳມະໂນຄົວແລະກໍ່ສ້າງຮາກຖານ ຂຶ້ນກັບ ປກສ ແຂວງສະຫວັນນະເຂດ

ເຫດຜົນ ຍ້ອນການກະທຳຜິດຕໍ່ລະບຽບກົດໝາຍຂອງກຳລັງປ້ອງ ກັນຄວາມສະຫງົບ ພາກທີ V ມາດຕາ 39 ຂໍ້ 01, ຂໍ້ 03 ການເມີນເສີຍບໍ່ປະຕິບັດຕາມມະຕິ ຫຼື ຄຳສັງຂອງຂັ້ນເທິງ ແລະ ລະເມີດຄຳສັ່ງຂອງ ທ່ານນາຍົກລັດຖະມົນຕີສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ COVID- 19 ສະນັ້ນຈື່ງປະຕິບັດວິໄນສະຫາຍທັງສາມນີ້ອອກຈາກກຳລັງ ປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບອຸດໜູນນະໂຍບາຍໃດໆ.

Cr: ປກສ ແຂວງສະຫວັນນະເຂດ

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ແຈ້ງເຕືອນສະບັບທີ2ລະວັງພາຍຸເຂົ້າ
Next Post: ດ່ວນເດີພີ່ນ້ອງພົບຄົນຕິດເຊື້ອໃໝ່ 731ກໍລະນີ

Related Posts

ລັອກດ່າວນະຄອນຫຼວງພະບາງແລ້ວ 7- 21/10/2021 Featured
ລັດຖະບານລາວ ຮ່ວມມືກັບ ອົງການສາກົນ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ Featured
ອ່ານດ່ວນຄໍາສັ່ງສະບັບໃໝ່ຂອງນາຍົກລັດຖະມົນຕີ Featured
ພະນັກງານແພດວິເຄາະເຮັດວຽກຢ່າງໜັກຮັບມືໂຄວິດ Featured
ມາດຕະການສະບັບໃໝ່ຂອງແຂວງຫົວພັນເພື່ອຮັບມືໂຄວິດ Featured
ເສຍຊີວິດໃໝ່ 11 ອຸດົມໄຊຕິດເພີ່ມຫຼາຍກວ່າໝູ່ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme