Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກະຊວງ ຖວທ ໃຫ້ບຸລິມະສິດການເຜີຍແຜ່ ໂຄສະນາ ຕ້ານຢາເສບຕິດ

Posted on 22/06/202222/06/2022 By ປະກາດ Pakaad No Comments on ກະຊວງ ຖວທ ໃຫ້ບຸລິມະສິດການເຜີຍແຜ່ ໂຄສະນາ ຕ້ານຢາເສບຕິດ

ໃນໄລຍະຜ່ານມາ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ເປັນເຈົ້າການໃນການໂຄສະນາເຜີຍແຜ່ ກ່ຽວກັບວຽກງານຕ້ານຢາເສບຕິດ ໂດຍສະເພາະແມ່ນໂຄສະນາການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດຜ່ານສື່ຕ່າງໆ ເພື່ອໃຫ້ປະຊາຊົນ ກໍຄື ສັງຄົມ ຮັບຮູ້ຢ່າງແຂງແຮງ ແລະ ເປັນຂະບວນກວ້າງຂວາງ.

ທ່ານນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 21 ມິຖຸນາ 2022 ກ່ຽວກັບການໂຄສະນາຜົນຮ້າຍ ແລະ ຄວາມອັນຕະລາຍຂອງຢາເສບຕິດຜ່ານສື່ຕ່າງໆ ເພື່ອໃຫ້ປະຊາຊົນ ກໍຄື ສັງຄົມເຂົ້າຮ່ວມໃນຂະ ບວນການຕ້ານຢາເສບຕິດຢ່າງແຂງແຮງ ເຊິ່ງເນື້ອໃນຕົ້ນຕໍໃນການໂຄສະນາຜ່ານສື່ມວນຊົນ ແມ່ນການເອົາໃຈໃສ່ໂຄສະນາ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຂອງຂະແໜງການຕ່າງໆທັງສູນກາງ ແລະ ທ້ອງຖິ່ນ ຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ ໂດຍສຸມໃສ່ປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງຕໍ່ກັບການແກ້ໄຂບັນຫາດັ່ງກ່າວຢ່າງເປັນລະບົບ ເຊັ່ນ: ໄດ້ໂຄສະນາເຕືອນສະຕິ, ສຶກສາອົບຮົມໃຫ້ສັງ ຄົມ ກໍຄື ປະຊາຊົນ, ຊາວໜຸ່ມ ແລະ ເຍົາວະຊົນ ໄດ້ຮັບຮູ້ເຂົ້າໃຈເຖິງຜົນຮ້າຍຂອງຢາເສບຕິດ ໂດຍຜະລິດເປັນຂ່າວ, ບົດແນະນໍາ, ບົດສຶກສາອົບຮົມ, ບົດເລື່ອງ, ຄໍາຂວັນ ຜ່ານວິທະຍຸ-ໂທລະໂຄ່ງ, ໂທລະພາບ, ໜັງສືພິມ ແລະ ສື່ສັງຄົມອອນລາຍ. ພ້ອມທັງ ໄດ້ອອກຂ່າວຕາມເຫດການ ທີ່ເຈົ້າໜ້າທີ່ກ່ຽວຂ້ອງສາມາດຈັບກຸມຜູ້ຄ້າຂາຍ, ຂົ່ນສົ່ງ, ຜົນການສືບສວນ-ສອບສວນ, ການຖະແຫລງຂ່າວຂອງເຈົ້າໜ້າທີ່ ແລະ ການດໍາເນີນຄະດີໃນແຕ່ລະຄັ້ງ.

ນອກນີ້, ສື່ມວນຊົນ ໄດ້ເປັນເຈົ້ການຕິດຕາມເກັບກໍາບັນຫາຫາງສຽງສັງຄົມ ຜ່ານສື່ສັງຄົມອອນລາຍ ກ່ຽວກັບບັນຫາທີ່ພົ້ນເດັ່ນ. ໃນນັ້ນ ແມ່ນບັນຫາການແກ້ໄຂຢາເສບຕິດ, ໂດຍເຮັດເປັນບົດລາຍງານປະຈໍາວັນໃຫ້ການນໍາ ແລະ ພາກສ່ວນກ່ຽວຂ້ອງຮັບຊາບເປັນປົກກະຕິ.

ທ່ານລັດຖະມົນຕີກະຊວງ ຖວທ ຍັງໃຫ້ຮູ້ອີກວ່າ: ຄຽງຄູ່ກັບດ້ານຕັ້ງໜ້າດັ່ງກ່າວ, ວຽກງານໂຄສະນາຕ້ານຢາເສບຕິດ ຍັງພົບຂໍ້ຫຍຸ້ງຍາກຈໍານວນໜຶ່ງ ໂດຍສະເພາະແມ່ນສື່ມວນຊົນທີ່ເປັນທາງການ ຍັງພົບຄວາມຫຍຸ້ງຍາກໃນການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານ ເນື່ອງຈາກພາກສ່ວນກ່ຽວຂ້ອງ ບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມ;ບັນຫາການຄວບຄຸມການໃຊ້ສື່ສັງຄົມອອນລາຍ ເຫັນວ່າຍັງມີຄວາມຫຍຸ້ງຍາກພໍສົມຄວນ, ເຊິ່ງໄລຍະຜ່ານມາ ເຈົ້າໜ້າທີ່ທາງການຍັງບໍ່ທັນໄດ້ຖະແຫລງຂ່າວ, ແຕ່ບຸກຄົນ ຫລື ຜູ້ໃຊ້ສື່ອອນລາຍສ່ວນຕົວ ໄດ້ກະຈາຍພາບ ແລະ ຂໍ້ມູນ ອອກສູ່ສື່ສັງຄົມອອນລາຍ ເປັນວົງກວ້າງ ເຮັດໃຫ້ສັງຄົມເກີດການວິພາກວິຈານໄປຫລາຍແງ່ມູມ; ພາຫະນະ ແລະ ອຸປະກອນຮັບໃຊ້ສື່ມວນຊົນ ຍັງບໍ່ທັນພຽງພໍຕາມຄວາມຕ້ອງການໃນວຽກງານຕົວຈິງ ເຮັດໃຫ້ການອອກໂຄສະນາບາງຄັ້ງບໍ່ທັນຕາມສະພາບການ; ຄວາມຈໍາກັດທາງດ້ານບຸກຄະລາກອນສື່ມວນຊົນທີ່ມີວິຊາສະເພາະດ້ານສື່ ຫລື ຂ່າວກ່ຽວກັບຢາເສບຕິດ ຕ້ອງໄດ້ລໍຖ້າຈາກຂະແໜງ ການກ່ຽວຂ້ອງກ່ອນ ຈຶ່ງເຮັດໃຫ້ການອອກຂ່າວບາງຄັ້ງ ບໍ່ສາມາດຕອບສະໜອງໄດ້ທັນເວລາ.

ຕໍ່ກັບບັນຫາດັ່ງກ່າວ, ຂະແໜງການ ຖວທ ກໍໄດ້ກໍານົດບາງວິທີການ ເພື່ອໃຫ້ການໂຄສະນາໃຫ້ແກ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ໃຫ້ກວ້າງຂວາງຕໍ່ເນື່ອງ ຄື: ແຕ່ລະຂະແໜງການ ແລະ ເຈົ້າໜ້າທີ່ກ່ຽວຂ້ອງທີ່ໄດ້ຮັບຂໍ້ມູນ ຄວນໃຫ້ການຮ່ວມມືກັບສື່ມວນຊົນທາງການພວກເຮົາຫລາຍຂຶ້ນຕື່ມ ກ່ຽວກັບການສະໜອງຂໍ້ມູນ ເພື່ອໃຫ້ສື່ມວນຊົນນໍາໄປໂຄສະນາຜ່ານສື່ມວນຊົນໃຫ້ທັນເວລາ; ການກະຈາຍຂໍ້ມູນສູ່ສື່ສັງຄົມອອນລາຍ ແຕ່ລະພາກສ່ວນຕ້ອງໄດ້ເປັນເຈົ້າການຮ່ວມກັນ ເພື່ອຮັບປະກັນການຮົ່ວໄຫລຂໍ້ມູນທີ່ບໍ່ເປັນທາງການ ຫລື ຂ່າວບິດເບືອນຄວາມຈິງ; ຜະລິດສາລະຄະດີ, ລະຄອນ ແລະ ໂຄສະນາອອກເປັນພາສາບັນດາເຜົ່າ ແລະ ລັດຕ້ອງລົງທຶນໃສ່ວຽກງານໂຄສະນາການແກ້ໄຂບັນຫາດັ່ງກ່າວເພີ່ມຂຶ້ນຕື່ມ.

ຂ່າວ: ສຸພາສະຫວັນ, ພາບ: ອ່າຍຄຳ

Featured, ຂ່າວສານບ້ານເມືອງ, ລັດຖະບານ, ໄພສັງຄົມ

Post navigation

Previous Post: ສສຊ ສໍາເລັດການພິຈາລະນາວຽກງານຂອງລັດຖະບານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
Next Post: ການຈັ້ງຕັ້ງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມີ 4.094 ເລື່ອງ ຈັບຜູ້ຖືກຫາໄດ້ 5.818 ຄົນແລ້ວ

Related Posts

ບໍ່ອະນຸຍາດໃຫ້ວາງຂາຍສິນຄ້າປະເພດຕ່າງໆຊະຊາຍຕາມແຄມທາງເໜືອນທຸກປີຜ່ານມາ ລວມທັງເຂົ້າຫຼາມປິ້ງໄກ່ Featured
ຕິດເພີ່ມ 1.508 ນະຄອນຫຼວງໜັກທີ່ສຸດ Featured
ມາດຕະການສະບັບໃໝ່ແຂວງຫຼວງນໍ້າທາ Featured
ແຂວງຜົ້ງສາລີເຄັ່ງຄັດມາດຕະການຮອດ 31 ຕຸລາ 2021 Featured
ໜ້າສົງສານແທ້ໆ! ກໍລະນີທີ 9 ແມ່ຍິງຖືພາໄດ້ 5 ເດືອນ ເສຍຊີວິດຍ້ອນຕິດ ໂຄວິດ-19 ຂັ້ນຮຸນແຮງ Featured
ປະຕິທິນບູຮານລາວ ວັດປ່າໂພນເພົາ ຄສ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme