Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ດ່ານພາສີສາກົນວັງເຕົ່າ ເກັບລາຍຮັບໄດ້ 215 ຕື້ກວ່າກີບ ໃນໄຕມາດທໍາອິດປີ 2022

Posted on 19/05/202219/05/2022 By ປະກາດ Pakaad No Comments on ດ່ານພາສີສາກົນວັງເຕົ່າ ເກັບລາຍຮັບໄດ້ 215 ຕື້ກວ່າກີບ ໃນໄຕມາດທໍາອິດປີ 2022

ໃນໄລຍະ 3 ເດືອນຕົ້ນປີ 2022 ນີ້, ດ່ານພາສີສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ສາມາດເກັບລາຍຮັບໄດ້ 215 ຕື້ກວ່າກີບ ຂອງແຜນການ 581 ຕື້ກີບ; ຂະນະທີ່ແຜນການຈັດເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າ ໃນປີ 2022 ມີທັງໝົດ 796 ຕື້ກີບ.

ທ່ານ ພູຊ່ອງ ສົມຄິດ ຮັກສາການຫົວໜ້າດ່ານພາສີສາກົນວັງເຕົ່າ ເປີດເຜີຍຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ລາຍຮັບທີ່ພົ້ນເດັ່ນແມ່ນໄດ້ຈາກນ້ຳມັນເຊື້ອໄຟ ກວມ 66,22% ຂອງລາຍຮັບທັງໝົດ; ປັດຈຸບັນນີ້, ລັດຖະບານ ໄດ້ປັບໂຄງສ້າງນ້ຳມັນເຊື້ອໄຟໂດຍຕັດຄ່າທຳນຽມຄັງແຮອອກຈາກໂຄງສ້າງເຮັດໃຫ້ລາຍຮັບຈາກຄັງແຮບໍ່ມີ. ບັນດາບໍລິສັດ ທີ່ນຳເຂົ້າໃນເງື່ອນໄຂມາດຖານ ເອອີໂອ ຕາມແຈ້ງການ ແລະ ຄໍາແນະນໍາຂອງກະຊວງການເງິນ ແມ່ນໄດ້ມອບແຕ່ຄ່າພາສີ ແລະ ຄ່າທໍານຽມໃນເວລານໍາເຂົ້າຢູ່ດ່ານ (ຖ້າມີ), ສ່ວນອາກອນປະເພດຕ່າງໆແມ່ນຫັນໄປມອບຜ່ານລະບົບ Tax Riss ຂອງຂະແໜງ ສ່ວຍສາອາກອນຈຳນວນ 58 ຕື້ກ່ວາກີບ; ການປະຕິບັດມູນຄ່າແຈ້ງພາສີ ສໍາລັບ ສິນຄ້ານໍາເຂົ້າ-ສົ່ງອອກ ແມ່ນໄດ້ປະຕິບັດຕາມກົດໝາຍພາສີສະບັບປັບປຸງ.

ທ່ານ ພູຊ່ອງ ສົມຄິດ ໃຫ້ຮູ້ຕື່ມວ່າ: ສຳລັບ ທິດທາງແຜນການຈັດເກັບລາຍຮັບເຂົ້າງົບປະມານໃນ 9 ເດືອນປີ 2022 ເພື່ອໃຫ້ບັນລຸຕາມແຜນການທີ່ວາງໄວ້, ຄະນະໜ່ວຍພັກ, ຄະນະນໍາດ່ານພາສີສາກົນວັງເຕົ່າ ຈະໄດ້ເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການ ໃນການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ດ້ວຍຄວາມຮັບຜິດຊອບສູງ, ແບ່ງຄວາມຮັບຜິດຊອບໃຫ້ພະນັກງານວິຊາການໃຫ້ແທດເໝາະກັບຄວາມຮູ້, ຄວາມສາມາດຂອງແຕ່ລະຄົນໃຫ້ມີຜົນສໍາເລັດ; ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ; ສືບຕໍ່ປຸກລະດົມບັນດາຫົວໜ່ວຍທຸລະກິດ ໃຫ້ມາເຄື່ອນໄຫວນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງຜ່ານດ່ານພາສີຊາຍແດນໃຫ້ນັບມື້ຫລາຍຂຶ້ນ ບົນພື້ນຖານຖືກຕ້ອງຕາມລະບຽບກົດໝາຍ ຂອງພາສີ ແລະ ກົດໝາຍ ຂອງຂະແໜງການອື່ນໆທີ່ກ່ຽວຂ້ອງ, ສອດຄ່ອງຕາມຄໍາສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການອໍານວຍຄວາມສະດວກແກ່ການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວ; ເອົາໃຈໃສ່ຄຸ້ມຄອງ, ຊຸກຍູ້ສົ່ງເສີມ ແລະ ອໍານວຍຄວາມສະດວກຕໍ່ບັນດາຫົວໜ່ວຍທຸລະກິດໃນການນໍາເຂົ້າ-ສົ່ງອອກສິນຄ້າ ເພື່ອເປັນເງື່ອນໄຂໃນການມອບພັນທະເຂົ້າງົບປະມານ ຢູ່ດ່ານພາສີ ໃຫ້ເພີ່ມຂຶ້ນ ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະ ມານແຫ່ງລັດ ບັນລຸຕາມແຜນການທີ່ວາງໄວ້.

ຂ່າວ-ພາບ: ທູນທອງໃຈ

Featured, ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ລັດຖະບານ ເລັ່ງຂຶ້ນບັນຊີລົດລັດ ສະສາງລົດເກົ່າ ແລະ ຖອນຄືນຈຳນວນໜຶ່ງ
Next Post: ຄົນເຂົ້າ-ອອກເມືອງດ່ານສາກົນບໍ່ເຕ່ນ ຍັງບໍ່ທັນຟົດຟື້ນ

Related Posts

ສະຖານທີ່ສ່ຽງ ຢູ່ນະຄອນຫຼວງວຽງຈັນ ອັບເດດ 29/6/2021 Featured
ສະຫວັນນະເຂດ ແຈ້ງການດ່ວນ ຮັບມື ພາຍຸ ເຈີມປາກາ Featured
ສາເຫດ ແລະ ວິທີແກ້ອາການເຫງົານອນໃນຍາມເຮັດວຽກ ຫຼື ຮຽນໜັງສື Featured
ສະຖານທີ່ແຫ່ງໃໝ່ ຮັບໄດ້ອີກ 10.000 ຄົນ ເພື່ອຮອງຮັບແຮງງານກັບມາ ທີ່ສະຫວັນນະເຂດ Featured
ຜົນສຳເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 7 Featured
ຊົມເຊີຍ 73 ປີ ກອງທັບ ປະຊາຊົນລາວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme