Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເຫດທີ່ທ່າແຂກແມ່ນປະຕິບັດການຈັບກຸມຜູ້ຄ້າຂາຍຢາເສບຕິດ

Posted on 11/11/202112/11/2021 By ປະກາດ Pakaad No Comments on ເຫດທີ່ທ່າແຂກແມ່ນປະຕິບັດການຈັບກຸມຜູ້ຄ້າຂາຍຢາເສບຕິດ

ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ອອກມາຊີ້ແຈງ ການເຂົ້າສະກັດກັ້ນລົດຜູ້ຕ້ອງສົງໄສຄ້າຂາຍຢາເສບຕິດ ທີ່ບ້ານນາບວບ ທີ່ເປັນກະແສໂດ່ງດັງໃນສື່ສັງຄົມອອນລາຍ.

ໃນຄັ້ງວັນທີ 10 ພະຈິກ 2021 ທ່ານ ພັທ ພົມມະລາ ບົວລະພາ ຫົວໜ້າກອງບັນຊາການ ປກສ ເມືອງທ່າແຂກ, ແຂວງຄຳມ່ວນ ໄດ້ຖະແຫຼງການ ຊີ້ແຈງກ່ຽວກັບເຫດການ ທີ່ເກີດຂຶ້ນຢູ່ເສັ້ນທາງເລກທີ 13 ໃຕ້ ເຂດບ້ານນາບວບ ເມືອງທ່າແຂກ ແຂວງຄຳມ່ວນໃນຄັ້ງວັນທີ 09 ພະຈິກ 2021.

ເຊິ່ງເຫດການດັ່ງກ່າວ ແມ່ນເປັນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຕຳຫຼວດຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ເມືອງທ່າແຂກ ແຂວງຄຳມ່ວນ, ເຂົ້າສະກັດກັ້ນລົດຜູ້ຕ້ອງສົງໃສຄ້າຂາຍຢາເສບຕິດ ເຊິ່ງເຫດການດັ່ງກ່າວ ທາງເຈົ້າໜ້າທີ່ຕຳຫຼວດ ສາມາດກັກຕົວຜູ້ຖືກຫາໄດ້ 03 ຄົນ, ຍິງ 01 ຄົນ. ແລະ ເດັກ 01 ຄົນ. ຢືດຂອງກາງຢາບ້າ 210 ເມັດ, ໂທລະສັບ ຈຳນວນ 04 ໜ່ວຍ ພ້ອມດ້ວຍ ລົດເກັງ ຢີ່ຫໍ້ອີ່ແລນຕ້າ ສີດຳ ບໍ່ມີປ້າຍທະບຽນ 01 ຄັນ ແລະ ເຄື່ອງຂອງກາງອີກຈຳນວນໜຶ່ງ.

ຕໍ່ກັບເຫດການດັ່ງກ່າວ ທ່ານ ພັທ ພົມມາລາ ບົວລະພາ ຫົວໜ້າກອງບັນຊາການ ປກສ ເມືອງທ່າແຂກ ແຂວງຄຳມ່ວນໄດ້ຊີ້ແຈງໃຫ້ຮູ້ວ່າ: ເຫດການທີ່ເກີດຂຶ້ນຢູ່ເສັ້ນທາງເລກທີ 13 ໃຕ້ ຫ່າງຈາກຕົວເມືອງທ່າແຂກ ໄປທາງທິດໃີຕ້ 08 ກິໂລແມັດ ຢູ່ເຂດບ້ານນາບວບ, ເມືອງທ່າແຂກ, ແຂວງຄຳມ່ວນ. ເຊິ່ງເຫດການດັ່ງກ່າວແມ່ນເປັນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຕຳຫຼວດຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ເມືອງທ່າແຂກ ແຂວງຄຳມ່ວນ, ເຂົ້າສະກັດກັ້ນລົດຜູ້ຕ້ອງສົງໃສຄ້າຂາຍຢາເສບຕິດ

ໂດຍອີງຕາມການລາຍງານຂອງພົນລະເມືອງດີໄດ້ລາຍງານໃຫ້ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ໃຫ້ຮູ້ວ່າ: ມີເປົ້າໝາຍຂົນສົ່ງ,ຈຳໜ່າຍຢາເສບຕິດ (ປະເພດຢາບ້າ) ດັ່ງນັ້ນເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ເມືອງທ່າແຂກ ຈຶ່ງໄດ້ຈັດຕັ້ງກຳລັງໜ່ວຍງານວິຊາສະເພາະລົງກວດກາຕິດຕາມ. ຮອດເວລາ 15:30ໂມງ ຂອງວັນທີ 09 ພະຈິກ 2021 ຈິ່ງໄດ້ພົບເຫັນເປົ້າໝາຍທີ່ນຳໃຊ້ພາຫະນະ ປະເພດລົດເກັງ ຍີຫໍ້ ອີແລນຕາ ສີດຳ ບໍ່ຕິດປ້າຍທະບຽນ ຈອດຢູ່ແຄມທາງເລກທີ 13 ໃຕ້,

ເມືື່ອເປັນເຊັ່ນນັ້ນ ຈຶ່ງໄດ້ນຳໃຊ້ກຳລັງ ແລະ ພາຫະນະເຂົ້າປິດລ້ອມ ເພື່ອທຳການກວດກາ ແຕ່ເປົ້າໝາຍບໍ່ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຕຳຫຼວດ ຂອງພວກເຮົາ ແລ້ວຍັງໄດ້ຂັບຂີ້ລົດອອກຈາກວົງປິດລ້ອມ ໃນຂະນະທີ່ຜູ້ຕ້ອງສົງໃສຂັບຂີ່ລົດ ອອກຈາກວົງປິດລ້ອມ ໄດ້ໄປຕຳກັບລົດຂອງເຈົ້າໜ້າທີ່່ຕຳຫຼວດ 02 ຄັນ ເຊິ່ງເຮັດໃຫ້ລົດຂອງທາງເຈົ້າໜ້າທີ່ ເປ່ເພພໍສົມຄວນ, ດັ່ງນັ້ນທາງເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ນຳໃຊ້ອາວຸດປືນຍິງໃສ່ຢາງລໍ້ຫຼັງລົດຂອງຜູ້ຕ້ອງສົງໄສ ເຊິ່ງໄດ້ເຮັດໃຫ້ຢາງລົດຂອງຜູ້ຕ້ອງສົງໄສແຕກ ແຕ່ຜູ້ຕ້ອງສົງໃສ່ຍັງພະຍາຍາມຂັບຂີ້ລົດຂອງຜູ້ກ່ຽວລົບໜີ ໄປທາງທິດໃຕ້

ຈາກນັ້ນເຈົ້າໜ້າທີ່ຂອງພວກເຮົາກໍ່ ໄດ້ຂັບຂີ່ລົດຕິດຕາມ ແລ້ວໄປທັນລົດຜູ້ຕ້ອງສົງໃສ ຢູ່ເຂດບ້ານດົງກະແສນ ເມືອງທ່າແຂກ ແຂວງຄຳມ່ວນ ຫ່າງຈາກຈຸດເກີດເຫດປະມານ 12 ກິໂລແມັດ, ຜູ້ຕ້ອງສົງໃສຈຶ່ງໄດ້ຈອດລົດເພື່ອທີ່ຈະເອົາຕົວຫຼົບໜີ ແຕ່ຫຼົບໜີບໍ່ລອດ ຖືກເຈົ້າໜ້າທີ່ຕຳຫຼວດຂອງພວກເຮົາ ຈັບໄດ້ ເຊິ່ງມີຜູ້ຖືກຫາ 03 ຄົນ,ຍິງ 01 ຄົນ ແລະ ເດັກ 01 ຄົນ. ພ້ອມຂອງກາງຢາບ້າ 210 ເມັດ , ໂທລະສັບ 04 ໜ່ວຍ, ລົດເກັງ ຢີ່ຫໍ້ ອີແລນຕ້າ ສີດຳ ບໍ່ມີປ້າຍທະບຽນ 01 ຄັນ.

ຜ່ານການສືບສວນ-ສອບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ຕຳຫຼວດ ຈຶ່ງຮູ້ວ່າຜູ້ຖືກຫາຜູ້ທີໜຶ່ງ ຊືື່ວ່າ ທ້າວ ວັນນະເລດ ວົງດາລາ (ຕະ) ອາຍຸ 29 ປີ, ອາຊີບກຳມະກອນ, ຜູ້ຖືກຫາຜູ້ທີສອງ ຊື່ນາງ ແຄັດຕີ້ ອາຍຸ 20 ປີ, ອາຊີບຄ້າຂາຍ ແລະ ຜູ້ທີ່ສາມເປັນເດັກ ທັງສາມແມ່ນຢູ່ບ້ານ ທ່າແຂກໃຕ້, ເມືອງທ່າແຂກ, ແຂວງຄຳມ່ວນ.

ຕໍ່ກັບເຫດການທີ່ເກີດຂຶ້ນແມ່ນໄດ້ສ້າງຄວາມບໍ່ເຂົ້າໃຈຕໍ່ສັງຄົມ ຍ້ອນເຫດການດັ່ງກ່າວອອກທາງ ຊື່ສັງຄົມອອນລາຍ ແຕ່ເຖິງຢ່າງໃດກໍ່ຕາມທາງເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງທ່າແຂກ ຂອງພວກເຮົາ ຈິ່ງຂໍຊີ້ແຈງວ່າເຫດການດັ່ງກ່າວ ແມ່ນເປັນການປະຕິບັດໜ້າທີ່ເພື່ອສະກັດກັ້ນ ກັບ ພວກຂົນສົ່ງ,ຄ້າຂາຍຢາເສບຕິດ. ປະຈຸບັນທາງເຈົ້າໜ້າທີ່ຕຳຫຼວດຍັງສືບສວນ-ສອບສວນເພື່ອຂະຫຍາຍຜົນຫາ ພວກກຸ່ມແກ໋ງຮ່ວມຂະບວນການ ທີ່ມີສ່ວນພົວພັນມາດຳເນີນຄະດີຕາມລະບຽບກົດໝາຍ.

Featured, ຂ່າວສານບ້ານເມືອງ, ໄພສັງຄົມ

Post navigation

Previous Post: ບຸນທາດຫຼວງປີນີ້ອານຸຍາດໃຫ້ຈັດສາມມື້
Next Post: ອາກາດໜາວເຢັນແລ້ວໂດຍສະເພາະພາກເໜືອ

Related Posts

ຂ່າວດີແທ້ໆແຂວງຫົວພັນຜ່ອນຄາຍມາດຕະການ Featured
ແຈ້ງເຕືອນພາຍຸໝຸນເຂດຮ້ອນ Mulan ປະຈໍາວັນທີ 11 ສິງຫາ 2022 Featured
ທິວທັດຍາມແລງ ແຄມນໍ້າຊອງ ເມືອງວັງວຽງ Featured
ແຜນການສັກວັກຊິນແບບເຄື່ອນທີ່ຂອງຄະນະສະເພາະກິດແຂວງຫຼວງພະບາງ Featured
ຫາລືການບໍລິຫານຈັດການອ່າງນ້ຳ ຂອງເຂື່ອນໄຟຟ້ານ້ຳຕົກ ແລະ ແຜນຮັບມືສຸກເສີນ ໃນລະດູຝົນ Featured
ສ້າງອະນາຄົດທີ່ສວຍງາມດ້ວຍນະວັດຕະກຳທັນສະໄໝໄປກັບ ໄອຊີບີຊີ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme