Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລະບຽບໃນການໃຊ້ທາງດ່ວນ ວຽງຈັນວັງວຽງ

Posted on 20/12/202020/12/2020 By ປະກາດ Pakaad No Comments on ລະບຽບໃນການໃຊ້ທາງດ່ວນ ວຽງຈັນວັງວຽງ

ແຈ້ງການຈາກ: ບໍລິສັດ ຮ່ວມທຶນພັດທະນາດ່ວນ ລາວ-ຈີນ ຈຳກັດ.

ແຈ້ງການກ່ຽວກັບການເປີດນຳໃຊ້ທາງດ່ວນນະຄອນຫຼວງວຽງຈັນຫາ ຊາຍແດນລາວຈີນບໍ່ເຕ່ນ-ບໍ່ຫ່ານ ຊ່ວງນະຄອນຫຼວງວຽງຈັນ ຫາວັງວຽງ ຂອງບໍລິສັດ ຮ່ວມທຶນພັດທະນາດ່ວນ ລາວ-ຈີນ ຈຳກັດ

ພາຍໃຕ້ການເອົາໃຈໃສ່ເບິ່ງແຍງຊ່ວຍເຫຼືອຈາກທຸກພາກສ່ວນຂອງ ລັດຖະບານ ລາວ-ຈີນ, ທາງດ່ວນນະຄອນຫຼວງວຽງຈັນຫາຊາຍແດນລາວຈີນບໍເຕັນ-ບໍຫານ ຊ່ວງນະຄອນຫຼວງວຽງຈັນ ຫາ ວັງວຽງ (ເອີ້ນຫຍໍ້ວ່າ “ທາງດ່ວນວຽງຈັນວັງວຽງ”) ຈື່ງໄດ້ສຳເລັດການກໍ່ສ້າງ, ເພື່ອການນຳໃຊ້ທາງດ່ວນທີສະດວກສະບາຍ, ວ່ອງໄວ, ປອດໄພໄດ້ມາດຕະຖານ, ບັນຫາທີ່ກ່ຽວຂ້ອງກັບການເປີດນຳໃຊ້ມີດັ່ງຕໍ່ໄປນີ້:

1. ສະພາບໂຄງການໂດຍສັງເຂບ ທາງດ່ວນວຽງຈັນວັງວຽງມີຄວາມຍາວທັງໝົດ 111 ກິໂລແມັດ, ຈຸດເລີ່ມຕົ້ນແມ່ນຕັ້ງຢູ່ທິດຕາເວັນຕົກສຽງເໜືອຂອງນະຄອນຫຼວງວຽງຈັນ, ບ້ານໄຊມົງຄຸນ, ເມືອງນາຊາຍທອງ ເຊື່ອມຕໍ່ໃສ່ກັບຈຸດຕັດກັນຂອງເສັ້ນທາງເລກ 13 ກັບທາງຫຼວງດົງໂດກ-ສີເກີດ, ຈຸດສິ້ນສຸດຕັ້ງຢູ່ທິດຕາເວັນອອກຂອງວັງວຽງ, ເຊິ່ງໄດ້ກໍ່ສ້າງໃຫ້ເຊື່ອມຕໍ່ກັບເສັ້ນທາງເລກ 13 ຮັບໃຊ້ໃຫ້ແກ່ເມືອງວັງວຽງ.

ໃນນັ້ນມີສະຖານີເກັບເງິນທັງໝົດ 8 ແຫ່ງຄື: ນະຄອນຫຼວງວຽງຈັນ, ນາຊອນ, ບ້ານບົວ, ໂພນຄຳ, ໂພນໂຮງ, ຫີນເຫີບ, ນໍ້າງື່ມ, ວັງວຽງ.

2. ເວລາການເປີດນຳໃຊ້ ພິທີທາງການ: ວັນທີ 20 ທັນວາ 2020, ຍ້ອນວ່າວັນດັ່ງກ່າວເປັນການຈັດງານພິທີເປີດນຳໃຊ້, ເວລາ 24:00 ໂມງ ວັນທີ 21 ທັນວາ 2020 ເປັນຕົ້ນໄປຈື່ງສາມາດສັນຈອນຢູ່ທາງດ່ວນໄດ້, ເພື່ອເປັນການສະແດງຄວາມຂອບໃຈຕໍ່ທຸກພາກສ່ວນທີ່ໃຫ້ຄວາມສະໜັບສະໜູນແກ່ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ, ບໍລິສັດ ຮ່ວມທຶນພັດທະນາດ່ວນ ລາວ-ຈີນ ຈຳກັດ ຕົກລົງຈະບໍ່ເກັບຄ່າຜ່ານທາງໃນຊ່ວງໄລຍະ ເວລາ 00:00 ໂມງ ວັນທີ 21-ເວລາ 24:00 ໂມງ ວັນທີ 23 ທັນວາ 2020.

3. ແນວທາງ, ຂອບເຂດໃນການເກັບຄ່າທຳນຽມ

ແນວທາງໃນການເກັບຄ່າທຳນຽມ: ບໍລິສັດ ຮ່ວມທຶນພັດທະນາດ່ວນ ລາວ-ຈີນ ຈຳກັດເປັນຜູ້ຮັບຜິດຊອບດຳເນີນກິດຈະການ, ຄຸ້ມຄອງ ແລະ ບຳລຸງຮັກສາທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ

4. ສິ່ງທີ່ຕ້ອງຮູ້ເພື່ອຄວາມປອດໄພໃນການຈະລາຈອນ

ຄວາມໄວຈຳກັດໃນອຸມົງສູງສຸດບໍ່ໃຫ້ເກີນ 80 ກິໂລແມັດ/ຊົ່ວໂມງ, ຄວາມໄວໃນການຂັບຂີ່ເທີ່ງທາງດ່ວນແມ່ນປະຕິບັດຕາມປ້າຍຈະລາຈອນທີ່ຕິດຕັ້ງຕາມທາງດ່ວນ. ການຂັບຂີ່ເທີ່ງທາງດ່ວນມີການກວດຈັບຄວາມໄວ ແລະ ມີການປັບໃໝຍານພາຫະນະທີ່ນຳໃຊ້ຄວາມໄວເກີນກຳນົດຕາມລະບຽບທີ່ກ່ຽວຂ້ອງ;

ຄົນຍ່າງ, ພາຫະນະທີ່ຂັບເຄື່ອນດ້ວຍແຮງງານສັດ, ພາຫະນະທີ່ບໍ່ມີເຄື່ອງຈັກ, ລົດໄຖ, ລົດຂົນສົ່ງກະສິກຳ, ລົດໄຟຟ້າ, ລົດທົດລອງ, ລົດຮຽນຂັບ, ລົດກົນຈັກລໍ້ພິເສດ, ລົດພ່ວງ, ລົດຈັກ, ຍານພາຫະນະທີຮູບຊົງພາຍນອກເປັນມົນລະພິດຮ້າຍແຮງ ແລະ ມີຄວາມສ່ຽງດ້ານຄວາມປອດໄພ, ລົດລໍ້ເຫຼັກ, ລົດຕີນເຫຼັກພວງທີ່ອາດເຮັດໃຫ້ທາງເສຍຫາຍ ແລະ ອອກແບບຄວາມໄວຕ່ຳກວ່າ 70ກິໂລແມັດ/ຊົ່ວໂມງ ລົງມາ ແມ່ນບໍ່ອະນຸຍາດໃຫ້ເຂົ້າທາງດ່ວນ.

ຕາມແລວທາງດ່ວນມີການຕິດຕັ້ງກ້ອງວົງຈອນປິດຕະຫຼອດເສັ້ນທາງ ເພື່ອຕິດຕາມ, ຄຸ້ມຄອງ, ກວດກາ ແລະ ປັບໃໝທຸກພຶດຕິກຳທີ່ເປັນການລັກລອບ ຫຼື ທຳລາຍ ບັນດາສິ່ງອຳນວຍຄວາມສະດວກຕ່າງໆຕາມແລວທາງດ່ວນ;

ບໍລິສັດ ຮ່ວມທຶນພັດທະນາທາງດ່ວນລາວ-ຈີນ ຈະປະກາດແຈ້ງການປິດຊ່ອງທາງຊົ່ວຄາວ ຫາກມີການບຳລຸງຮັກສາສ້ອມແປງເສັ້ນທາງ ແລະ ອຸມົງ ຫຼືມີການດຳເນີນກິດຈະກຳດ້ານການຄຸ້ມຄອງ ແລະ ຄວບຄຸມຄວາມປອດໄພໃນການຈະລາຈອນທີ່ຈຳເປັນຕ່າງໆ;

ພາຍຫຼັງທີ່ທາງດ່ວນເປີດນຳໃຊ້ຢ່າງເປັນທາງການແລ້ວ, ຍານພາຫະນະ, ບຸກຄົນ, ອົງການຈັດຕັ້ງຕ່າງໆຈະຕ້ອງປະຕິບັດຕາມກົດໝາຍວ່າດ້ວຍການຈະລາຈອນຂອງ ສປປ ລາວ, ລະບຽບການວ່າດ້ວຍການຄຸ້ມຄອງທາງດ່ວນທີ່ສຳປະທານໃນ ສປປ ລາວ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ. ອົງການຈັດຕັ້ງຕ່າງໆ ທີ່ຮ່ວມມືກັບທາງດ່ວນຈະດຳເນີນການປັບໃໝຕາມມາດຕະການທີ່ກ່ຽວຂ້ອງ ສຳລັບຍານພາຫະນະທີ່ລະເມີດກົດລະບຽບ.

ດັ່ງນັ້ນ, ຈື່ງແຈ້ງມາຍັງທຸກພາກສ່ວນໃຫ້ຮັບຊາບທົ່ວເຖີງກັນ

ບໍລິສັດ ຮ່ວມທຶນພັດທະນາດ່ວນ ລາວ-ຈີນ ຈຳກັດ

ຂ່າວສານບ້ານເມືອງ, ລັດຖະບານ

Post navigation

Previous Post: ຍີ່ປຸ່ນ ໃຫ້ການຊ່ວຍເຫລືອອຸປະກອນກວດຫາເຊື້ອພະຍາດໂຄວິດ 19 ແກ່ ສປປ ລາວ ມູນຄ່າ 3 ລ້ານກວ່າໂດລ້າສະຫະລັດ
Next Post: ສຸດປະທັບໃຈ ເກັບຄໍາໄດ້ສາມບາດ ສົ່ງຄືນເຈົ້າຂອງ

Related Posts

ວັນສາກົນເພື່ອຕ້ານການຄ້າມະນຸດວັນທີ 30 ກໍລະກົດ Featured
ຊົມເຊີຍອາສາກູ້ໄພ 1623 ໃນພາລະກິດ ສູ້ໄພໂຄວິດ-19 Featured
U19 ກຽມລຸຍລາຍການ U20 ເດືອນກັນຍາ ນີ້ Featured
ຝົນຈະຕົກກວມພື້ນທີ່ເຖິງ 70% ແຕ່ລະພາກເດີມື້ນີ້ 4 ກັນຍາ 2021 Featured
ແຈ້ງການສະບັບໃໝ່ຂອງນະຄອນຫຼວງວຽງຈັນ Featured
ຕິດເຊື້ອໃໝ່ສູງເຖິງ 1341 ຄົນ ເສຍຊີວິດໃໝ່ 4 ຄົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme